วันพุธที่ 28 กุมภาพันธ์ พ.ศ. 2561

#ເຮົາເລີ່ມຕົ້ນເຮັດເພື່ອຄົນອື່ນແຕ່ຕອນໃດ?


#ເຮົາເລີ່ມຕົ້ນເຮັດເພື່ອຄົນອື່ນແຕ່ຕອນໃດ?
#ຈາກຈູດເລີ່ມຕົ້ນຂອງການເດີນທາງ
ການທີ່ຈະກ້າວໄປທາງຫນ້າດ້ວຍບາດກ້າວທີ່ໝັ້ນຄົງໄດ້ມັນ
ຕ້ອງເລີ້ມຈາກການທີ່ມີພື້ນຖານທີ່ໜັກແໜນ "ພື້ນຖານແມ່ນ ຄວາມຮູ້ ບວກກັບໄຫວພິບ ແລະ ຈິນຕະນາການ"
ການສະສົມປະສົບການໂດຍທີ່ຝ່ານການປະຕິບັດຊໍາໄປຊໍ້າມາ 
ຈົນເກີດຄວາມຊໍານານ ກ້າວໄປສູ່ການສ້າງເປັນຜູ້ຊ່ຽວຊານ
ຕັ້ງແຕ່ເລີ່ມຕົ້ນ ບໍ່ມີໃຜທີ່ຈະສາມາດກຳນົດທິດໄດ້ຊັດເຈນ ແຕ່ຫົວທີ່ດອກມັນໄດ້ຝ່ານຂະບວນການລອງຜິດລອງຖືກ ຫຼາຍຄັ້ງຫຼາຍຫົນ
ບາງຄົນກໍ່ຝ່ານຜາອຸປະສັກຈົນສຳເລັດ ບາງຄົນກໍລົ້ມໂຫຼວຕັ້ງແຕ່ຍັງບໍ່ໄດ້ສົງມືເຮັດ ນັ້ນມັນບໍ່ສຳຄັນດອກ ວ່າຈະສຳເລັດ ຫຼື ລົມໂຫຼວ ແຕ່ສິ່ງທີ່ສຳຄັນແມ່ນ ເຮົາໄດ້ລົງມືເຮັດ ເຮັດຕາມຝັນຂອງຕົນເອງ ເຮັດໃນສິ່ງທີ່ໂຕເອງປາດຖະຫນາທີ່ຈະເຮັດ ນັ້ນມັນສຳຄັນກວ່າ ເພາະ ບາງຄົນ ໃຊ້ຊີວິດທັງຊີວິດ ແລ່ນກັບເງິນ ແລ່ນກັບຄວາມສຳເລັດ ເມື່ອມີເງີນ ແລະ ປະສົບຜົນສຳແລ້ວ ຊໍາຜັດບໍ່ມີຄວາມສຸກ ເພາະເຂົາເລີ້ມເຂົ້າໃຈແລ້ວວ່າ ສິ່ງທີ່ເຂົາເຮັດມາຕະຫຼອດຊີວິດ ບໍ່ແມ່ນ ສິ່ງທີ່ເຂົາຕ້ອງການ ແລ້ວເຂົາຈະກັບມາບອກຄົນລຸ້ນຫຼັງວ່າ ຈົ່ງເລີ້ມຕົ້ນຊີວິດຈາກຄວາມຜັນ ແລ້ວເຮົາຈະພົບຄວາມສຸກທີ່ແທ້ຈິງ ບາງທີເງິນ ກະບໍ່ແມ່ນຄຳຕອນ ຂອງຄວາມສຸກສະເຫມີໄປ ຄົນສ່ວນໃຫຍ່ມັກຈະຖືກປູກຝັງມາແຕ່ຍັງນ້ອຍ ຈາກຜູ້ປົກຄອງວ່າ "ລູກຕ້ອງຮຽນເກັ່ງໆ ຮຽນສູງໆ ເຮັດວຽກບ່ອນດີໆ ເປັນເຈົ້າຄົນນາຍຄົນ" ເພາະສະນັ້ນ ຈະຕ້ອງເລື້ອກເດີນຕາມເສັ້ນທາງທີ່ຜູ້ປົກຄອງຂີດໄວ້ໃຫ້ ບາງຄົນກໍມັກໃນສິ່ງທີ່ຜູ້ປົກຄອງຈັດຫາໃຫ້ ແຕ່ສ່ວນໃຫຍ່ ມັກຈະຂັດກັບຄວາມຕ້ອງການຂອງຕົນເອງ ອຸປະສັກອັນໃຫຍ່ຫຼວງແມ່ນເອົາຊະນະຜູ້ປົກຄອງ ເພື່ອຈະຂ້າມເຂດໄປຫາສິ່ງທີ່ໃຈຕົນເອງປາດຖະໜາ ນີ້ແມ່ນ ໜຶ່ງໃນທີ່ມາຂອງຄຳເວົ້າທີ່ວ່າ "ບາງຄົນລົ້ມໂຫຼວ ຕັ່ງແຕ່ຍັງບໍ່ໄດ້ລົງມືເຮັດ" ຄົນເຮົາກໍຈະເລີ່ມເລີກລົ້ມຄວາມຕັ້ງໃຈ ແລະ ເລີ່ມຕົ້ນຊີວິດ ຕາມເສັ້ນທາງທີ່ຄົນອື່ນຂີດໄວ້ໃຫ້ ການຈະຝ່ານຝ່າອຸປະສັກເຫຼົ່ານັ້ນໄປໄດ້ມັນໄດ້ໃຊ້ຄວາມພະຍາຍາມ ລະຄວາມອົດທົນ ຫຼາຍກວ່າ ແຕ່ຈົ່ງຄຳນຶ່ງໄວສະເໝີວ່າ ບໍ່ມີສິ່ງໃດ ທີ່ຈະເປັນອຸປະສັກໃນຊີວິດ ຫຼາຍກວ່າ ຄວາມຢ້ານໃນຕົວຂອງເຮົາເອງ
ຈົ່ງເອົາຊະນະ ຕົນເອງໃຫ້ໄດ້ ແລ້ວເຮົາຈະຊະນະທຸກສິ່ງ
ຄວາມຝັນອັນສົດໃສຢູ່ທາງໜ້າເປັນຂອງເຮົາ ຄົ້ວມັນໃຫ້ໄດ້ ແລ້ວໄປໃຫ້ໄກສຸດໃຈຝັນ!
----------------------------------
ຂຽນໂດຍ: ອານຸວົງ ຫຼວງໄຊ

ไม่มีความคิดเห็น:

แสดงความคิดเห็น