วันพุธที่ 28 กุมภาพันธ์ พ.ศ. 2561

#ຊີວິດຂອງນັກເດີນທາງ


#ຊີວິດຂອງນັກເດີນທາງ 
ການເດີນທາງເລີ່ມຈາກກ້າວທຳອິດ
ມີຫລາຍຄົນໃຊ້ຊີວິດໂດຍບໍ່ຮູ້ ອະນາຄົດ
ວ່າຈະສຳເລັດຫຼືລົ່ມໂຫຼວ ແຕ່ສິ່ງທີ່ສຳຄັນຄື 
ການທີ່ໄດ້ລົງມືເຮັດ ເຮັດຕາມໃຈຝັນ 
ຝັນທີ່ບໍ່ຢາກຕືນຂື້ນມາ ສູ້ຄວາມຈິງ
ກວ່າຈະຮູ້ວ່າ ສິ່ງທີ່ສຳຄັນ ຄືການຕັ້ງເປົ້າຫມາຍນັ້ນ
ມັນອາດໃຊ້ເວລາທັງຊີວິດ ຄົນເຮົາເກີດມາ
ພ້ອມກັບສັນຊາດຕະຍານແຫ່ງການຕໍ່ສູ້
ເພາະສະນັ້ນທຸກຄົນຈະຕ້ອງໄດ້ສູ້ ຈົນກວ່າຈະສຳເລັດ
ໂອກາດ ບໍ່ແມ່ນອາກາດ ມັນບໍ່ໄດ້ຢູ່ກັບເຮົາຕະຫລອດ
ຊີວິດ ມິດຕະພາບ ຄວາມຮັກ ຍົດຖາບັນດາສັກ ເງິນ
ມັນຢູ່ນຳເຮົາ ແຕ່ບໍ່ແມ່ນຂອງເຮົາ ມັນບໍ່ຍືນຍົງ
ຈົງໃຊ້ຢ່າງປະຍັດ ແລະ ຄຸ້ມຄ່າທີ່ສຸດ
ເປົ້າຫມາຍຂອງຫຼາຍຄົນ ຄື ຄວາມມັ່ງຄັ່ງຮັ່ງມີ ໄດ້ຮັບຄວາມນັບຖື
ຫຼາຍຄົນມັກຈະຄິດວ່າ ເງິນຊື້ໄດ້ທຸກຢ່າງ ( ນັ້ນເປັນຄວາມຈິງ)
ເພາະສະນັ້ນທຸກຄົນຈິ່ງ ພະຍາຍາມເຮັດທຸກຢ່າງເພື່ອໃຫ້ໄດ້"ເງິນ"
ແຕ່ໃນຄວາມເປັນຈິງແລ້ວ ມີຢູ່ຢ່າງໜຶ່ງທີ່"ເງິນ"ຊື້ບໍ່ໄດ້ ນັ້ນຄື "ເວລາ"
ກຸ່ມຄົນທີ່ມີຖານະດີ ມັກຄິດວ່າ ໂຕເອງຢູ່ເໜືອຄົນອື່ນ
ສ່ວນກຸ່ມຄົນທີ່ບໍ່ມີຖານະ ມັກຄິດວ່າ ໂຕເອງຕ້ອຍຕໍ່າກວ່າ
ຄວາມຈິ່ງແລ້ວ ຄົນສອງກຸ່ມນີ້ຄິດຜິດ
ເພາະເຖິງຢ່າງໄດ້ກໍ່ຕາມ ທຳມະຊາດ ສ້າງໃຫ້ທຸກຄົນເທົ່າທຽມກັນສະເໝີ ໂດຍມີສິ່ງທີ່ເປັນຕົວວັດແທກຄວາມເທົ່າທຽມ
ນັ້ນກໍ່ຄື "ເວລາ"
ມັນເຖິງເວລາແລ້ວບໍ່ ? ທີ່ຈະປ່ຽນຄວາມຄິດ
ມັນເຖິງເວລາແລ້ວບໍ່? ທີ່ຈະຍຸດເປັນນັກຕໍ່ສູ້
ນີ້ອາດແມ່ນເວລາ ແຫ່ງການແບ່ງປັນ ການຮ່ວມມື
ການສ້າງຄວາມສາມັກຄີ ການໃຫ້ກຽດເຊິ່ງກັນແລະກັນ
ການສ້າງໂລກໃຫມ່ທີ່ມີຄວາມຍຸຕິທຳ ມີເສລີພາບ
ມີຄວາມເທົ່າທຽມກັນ ເພາະ ໃນທີ່ສຸດແລ້ວ
ເຮົາກໍ່ຈະກັບຄືນສູ່ທຸລີດິນ ເຮົາເກີດມາໂຕເປົ່າ ຍ່ອມກັບເມືອໂຕເປົ່າ
ເມື່ອຄົນທຸກຄົນມີຄວາມເທົ່າທຽມກັນ
ກໍມີໂອກາດທີ່ຈະເຮັດໄດ້ຄືກັບຄົນອື່ນ ບໍ່ມີຂໍ້ແຕກຕ່າງ
ສະນັ້ນ ຈົ່ງໃຊ້ຊີວິດ ສ່ວນທີ່ເຫຼືອ ທີ່ມີອັນນ້ອຍນິດ ໃຫ້ມັນຄຸ້ມຄ່າ
ເຮັດທຸກຢ່າງຕາມໃຈປາດຖະຫນາ ໃຫ້ມີຄວາມສຸກທີ່ສຸດ
ແຕ່ຢ່າເຮັດໃຫ້ຄົນອື່ນເດືອດຮ້ອນເພາະເຮົາເປັນຕົ້ນເຫດ
ຮັກໂຕເອງໃຫ້ຫຼາຍຂື້ນ ຮັກຄົນອື່ນໃຫ້ໜ້ອຍລົງ
ຊ່ວຍຕົນເອງໃຫ້ຫຼາຍຂື້ນ ເພີ່ງຄົນອື່ນໃຫ້ໜ້ອຍລົງ
ເພາະເຮົາບໍ່ຊ່ວຍຕົນເອງ ກໍບໍ່ມີໃຜໃຫ້ເຮົາເພີ່ງໄດ້ຕະຫຼອດ
ຊີວິດເຮົາ ເປັນຂອງເຮົາ ຈົ່ງໃຊ້ມັນໃຫ້ມັນຄຸ້ມຄ່າ
ເມື່ອເວລາເຮົາເຖົ້າແກ່ໄປ ຈະບໍ່ຕ້ອງມານັ່ງເສຍໃຈ
ກັບເວລາທີ່ຜ່ານໄປຢ່າງໄຮ້ຄ່າ ໂດຍທີ່ເຮົາບໍ່ໄດ້ລົງມືເຮັດ
ຈົ່ງເດີນທາງໄປຂ້າໜ້າດ້ວຍບາດກ້າວທີ່ໜັກແໜ່ນ ແລະ ມີໄຊ!
---------------------
ຂຽນໂດຍ: ອານຸວົງ ຫຼວງໄຊ

ไม่มีความคิดเห็น:

แสดงความคิดเห็น