ແນວຄິດຂອງປະທານ ໄກສອນ ພົມວິຫານ
ກ່ຽວກັບບາງບັນຫາດ້ານເສດຖະກິດ ແລະ ການເງິນ ໃນແນວທາງປ່ຽນແປງໃໝ່ຂອງພັກ
-------------------------
*
ໃນທ່າມກາງບັນຍາກາດອັນເປັນຂະບວນຟົດຟື້ນ ແຫ່ງການສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ
ຄົບຮອບ 60 ປີ ແລະວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວ ຄົບຮອບ 40 ປີ,
ກໍຄືວັນເກີດຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ເຄົາລົບຮັກຂອງພວກເຮົາ ຄົບຮອບ 95 ປີ,
ເຊິ່ງພາລະກິດປະຕິວັດຂອງເພິ່ນ ລ້ວນແຕ່ຕິດພັນກັບພາລະກິດອັນສະຫງ່າອົງອາດຂອງພັກເຮົາ ທີ່ເປັນຜູ້ ຈັດຕັ້ງ ແລະນຳພາທຸກໄຊຊະນະຂອງການປະຕິວັດລາວ, ມື້ນີ້
ມະຫາວິທະຍາໄລແຫ່ງຊາດໄດ້ຈັດກອງປະຊຸມສຳມະນາວິທະຍາສາດຂື້ນ ຢ່າງເປັນໜ້າພາກພູມໃຈທີ່ສຸດ
ເພື່ອລະນຶກເຖິງ “ປະທານ ໄກສອນ ພົມວິຫານ ຍືນຍົງໃນພາລະກິດປະຕິວັດຂອງພວກເຮົາຕະຫຼອດໄປ”.
ພາຍຫຼັງປະເທດຊາດໄດ້ຮັບການສະຖາປະນາ ເປັນສາທາລະນະລັດປະຊາທິປະໄຕປະຊາຊົນລາວຂຶ້ນ
ໃນວັນທີ
2 ທັນວາ 1975, ເພື່ອສືບຕໍ່ນໍາເອົາການປະຕິວັດຂອງປະເທດເຮົາ
ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ຕາມຈຸດໝາຍລວມ
ທີ່ໄດ້ເລືອກເອົາໄວ້ແລ້ວນັ້ນ, ປະທານ ໄກສອນ ພົມວິຫານ ໄດ້ຊອກຄົ້ນຫາເສັ້ນທາງເດີນທີ່ແທດເໝາະກັບຈຸດພິເສດຂອງປະເທດ
ດ້ວຍການເຮັດທົດລອງ, ຕໍ່ສູ້ແນວຄິດ, ກ້າເບິ່ງຄວາມຈິງ, ກ້າຍອມຮັບຄວາມບົກຜ່ອງ
ແລະຜິດພາດ ເພື່ອເດັດດ່ຽວແກ້ໄຂວິທີການຄິດ ແລະການກະທຳທີ່ບໍ່ສອດຄ່ອງ, ໂດຍໝູນໃຊ້ຫຼັກມູນທິດສະດີມາກ- ເລນິນ ແລະບົດຮຽນຂອງບັນດາປະເທດຕ່າງໆ ຢ່າງກ້າຫານປະດິດສ້າງ ແລະ ສະດຸ້ງໄວ. ອັນພົ້ນເດັ່ນທີ່ສຸດ ນັບແຕ່ປີ
1986 ເປັນຕົ້ນມາ, ເພິ່ນໄດ້ເປັນເຈົ້າການລິເລີ່ມວາງແນວທາງປ່ຽນແປງໃໝ່ຢ່າງສະຫຼາດສ່ອງໃສ
ແລະເປັນວິທະຍາສາດ, ເຊິ່ງໃນນັ້ນ ອັນທີ່ກວມລວມກວ່າໝູ່ແມ່ນໄດ້ຮັບຮູ້ຄືນໃໝ່ ກ່ຽວກັບເສັ້ນທາງກ້າວຂື້ນສູ່ສັງຄົມນິຍົມໂດຍກົງຢູ່ປະເທດເຮົາ
ປ່ຽນມາເປັນໄລຍະຂ້າມຜ່ານດ້ວຍຫຼາຍໆບາດກ້າວ ບົນເສັ້ນທາງແຫ່ງການບູລະນະລະບອບປະຊາທິປະໄຕປະຊາຊົນ,
ສ້າງບັນດາປະຖົມປັດໄຈເພື່ອກ້າວຂຶ້ນສູ່ສັງຄົມນິຍົມເທື່ອລະກ້າວ.
ຈຸດໝາຍລວມຂອງການປະຕິວັດລາວໃນໄລຍະໃໝ່
ເພື່ອກ້າວຂື້ນບົນເສັ້ນທາງດັ່ງກ່າວ ແມ່ນ: “ທຸກສິ່ງທຸກຢ່າງເພື່ອປົກປັກຮັກສາປະເທດຊາດ
ແລະກໍ່ສ້າງສັງຄົມນິຍົມ, ທຸກສິ່ງທຸກຢ່າງເພື່ອຄວາມຢູ່ດີກິນດີ ແລະຄວາມສົມບູນພູນສຸກຂອງປະຊາຊົນບັນດາເຜົ່າ”, ເຊິ່ງຕໍ່ມາກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກເຮົາ ໄດ້ກຳນົດ
“ສ້າງສາທາລະນະລັດປະຊາທິປະໄຕປະຊາຊົນລາວ
ໃຫ້ເປັນປະເທດທີ່ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມສາມັກຄີປອງດອງ,
ປະຊາທິປະໄຕ, ຍຸຕິທຳ ແລະສີວິໄລ”. ອັນເປັນອຸດົມການສັງຄົມນິຍົມທີ່ມີການລົບລ້າງລະບອບກົດຂີ່ຂູດຮີດ,
ມີຄວາມຍຸຕິທຳ ແລະສະເໝີພາບທາງສັງຄົມ
ເພື່ອບັນລຸຈຸດໝາຍແຫ່ງການດຳລົງຢູ່ຮ່ວມກັນໃນສັງຄົມຢ່າງສົມບູນພູນສຸກ, ເຊິ່ງເປັນຄວາມມຸ້ງຫວັງ
ແລະເປັນອາລິຍະທຳອັນສູງສົ່ງຂອງມວນມະນຸດ. ເປັນຈຸດໝາຍລວມ ທີ່ພັກ
ແລະປະຊາຊົນເຮົາໄດ້ເລືອກເອົາໄວ້ແລ້ວ ເພື່ອສ້າງສັງຄົມທີ່ພວກເຮົາ ມຸ້ງໜັ້ນຈະໄປເຖິງ, ນັ້ນແມ່ນສັງຄົມນິຍົມ.
*
ກຽມບົດນີ້ສະເພາະມອບໃຫ້ຄະນະ ມຊ
ໃຊ້ປະໂຫຍດຕາມທາງຄວນ, ເນື່ອງໃນວັນເກີດ ຂອງປະທານ ໄກສອນ ພົມວິຫານ ຄົບຮອບ 95 ປີ.
ຫັນປ່ຽນຈາກເສັ້ນທາງກ້າວຂື້ນສູ່ສັງຄົມນິຍົມໂດຍກົງ
ມາເປັນໄລຍະຂ້າມຜ່ານດ້ວຍຫຼາຍໆບາດກ້າວ
ບົນເສັ້ນທາງແຫ່ງການບູລະນະລະບອບປະຊາທິປະໄຕປະຊາຊົນ,
ສ້າງບັນດາປະຖົມປັດໄຈເພື່ອກ້າວຂື້ນສູ່ສັງຄົມນິຍົມເທື່ອກ້າວ
*
ໃນກອງປະຊຸມສຳມະນາວິທະຍາສາດຄັ້ງນີ້,
ຂ້າພະເຈົ້າໄດ້ຮັບມອບໝາຍໃຫ້ລະນຶກເຖິງ: “ແນວຄິດຂອງປະທານ ໄກສອນ
ພົມວິຫານ ກ່ຽວກັບບາງບັນຫາດ້ານເສດຖະກິດ ແລະການເງິນ ໃນແນວທາງປ່ຽນແປງໃໝ່ຂອງພັກ”, ໂດຍໄດ້ກັ່ນຈາກບົດລາຍງານຂອງເພິ່ນ ຕໍ່ກອງປະຊຸມສະໄໝສາມັນປະຈຳປີ
1988 ຂອງສະພາປະຊາຊົນສູງສຸດ ໃນວັນທີ 2 ກຸມພາ 1988 ແລະຈາກບົດຄວາມເຫັນຂອງເພິ່ນ ໃນກອງປະຊຸມການເງິນທົ່ວປະເທດ
ຄັ້ງທີ I
ໃນວັນທີ 20 ມີຖຸນາ 1990,ເຊິ່ງຕົນເອງກໍໄດ້ມີສ່ວນຊ່ວຍຄົ້ນຄວ້າທັງສອງບົດ
ດັ່ງກ່າວ. ເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກ
ໃຫ້ເຂົ້າສູ່ພາກປະຕິບັດຕົວຈິງ.
ບົດລາຍງານກ່ຽວກັບນະໂຍບາຍໂຄງປະກອບເສດຖະກິດ
|
ຄວາມເຫັນກ່ຽວກັບນະໂຍບາຍການເງິນແຫ່ງຊາດ
|
ຄືດັ່ງທີ່ຮູ້ນຳກັນແລ້ວວ່າ:
ກ່ອນໜ້ານີ້ 30 ປີ ກອງປະຊຸມໃຫຍ່ຄັ້ງທີ IV ຂອງພັກ (ປີ 1986)
ໄດ້ເປັນຂີດໝາຍແຫ່ງການກໍ່ຮ່າງສ້າງຕົວຂື້ນຂອງແນວທາງປ່ຽນແປງໃໝ່, ໂດຍລິເລີ່ມຈາກການປ່ຽນແປງໃໝ່ຈິນຕະນາການທາງດ້ານເສດຖະກິດ,
ຈຶ່ງມີການປ່ຽນແປງໃໝ່ຢ່າງຮອບດ້ານ ແລະມີຫຼັກການຂອງພັກເຮົາ.
ແນວຄິດປ່ຽນແປງໃໝ່ດ້ານເສດຖະກິດ
ແມ່ນເລີ່ມຈາກການຮັບຮູ້ເຖິງຄວາມຈໍາເປັນ ໃນການຫັນປ່ຽນຈາກພື້ນຖານເສດຖະກິດທຳມະຊາດ,
ກຸ້ມຕົນເອງພໍໃຜພໍລາວ ໄປສູ່ເສດຖະກິດຜະລິດສິນຄ້າ, ໂດຍຖືເອົາການຄ້າເປັນຕ່ອງໂສ້ຕົ້ນຕໍ ໃນຂະບວນການຜະລິດສຳເປີດກວ້າງ.
ຈາກແນວຄິດນີ້ເອງ ຈຶ່ງໄດ້ນຳໄປສູ່ການເປີດກວ້າງການຈໍລະຈອນສິນຄ້າຢ່າງເສລີຖືກກົດໝາຍ
ແລະນໍາໃຊ້ການພົວພັນສິນຄ້າ-ເງິນຕາເພື່ອຊຸກຍູ້ການຜະລິດໃຫ້ຂະຫຍາຍຕົວ,
ຕາມມາດ້ວຍການດັດແປງກົນໄກແຜນການແບບລວມສູນ ບໍລິຫານເກື້ອກູນແບບລາມປາມ ໄປສູ່ກົນໄກຕະຫຼາດ(*)ທີ່ມີການໄລ່ລຽງທຸລະກິດຢ່າງຂາດຕົວ,
ໂດຍມອບສິດເປັນເຈົ້າຕົນເອງທາງດ້ານການເງິນ ໃຫ້ແກ່ບັນດາຫົວໜ່ວຍເສດຖະກິດຮາກຖານ. ນັ້ນແມ່ນບາດກ້າວທຳອິດ
ທີ່ເປັນຕົ້ນກຳເນີດຂອງຂະບວນການປ່ຽນແປງໃໝ່ດ້ານເສດຖະກິດຢູ່ປະເທດເຮົາ.
ຈາກຈຸດເລີ່ມດັ່ງກ່າວ
ກໍຍັງບໍ່ສາມາດຫັນແນວທາງໄປສູ່ການຈັດຕັ້ງປະຕິບັດໄດ້ ຍ້ອນຍັງຂາດນະໂຍບາຍ
ແລະກົນໄກທີ່ສອດຄ່ອງ, ຈຶ່ງໄດ້ເລັ່ງທວງໃຫ້ມີການຄົ້ນຄວ້າ ເພື່ອກຳນົດນະໂຍບາຍຫັນປ່ຽນໂຄງປະກອບເສດຖະກິດ
ທີ່ເປັນເນື້ອໃນພື້ນຖານຂອງແນວທາງປ່ຽນແປງໃໝ່. ອັນປະກອບດ້ວຍ: ໂຄງປະກອບບັນດາຂະແໜງເສດຖະກິດ,
ໂຄງປະກອບບັນດາພາກສ່ວນເສດຖະກິດ ແລະໂຄງປະກອບບັນດາການພົວພັນເສດຖະກິດກັບຕ່າງປະເທດ.
ທັງສາມໂຄງປະກອບນີ້ ມີການພົວພັນ ແລະກະທົບເຊິ່ງກັນແລະກັນແບບກາຍ ອິນຊີ
ແລະສະແດງອອກເຖິງຄວາມສອດຄ່ອງກົມກຽວ ລະຫວ່າງການສ້າງການພົວພັນການຜະລິດໃໝ່ ແຕ່ລະດັບຕໍ່າຫາສູງ ໃຫ້ສົມຄູ່ກັບລະດັບການຂະຫຍາຍຕົວຂອງກຳລັງການຜະລິດ.
ເພາະການຄົງຕົວຢ່າງພາວະວິໄສຂອງຫຼາຍພາກສ່ວນເສດຖະກິດ ( ການພົວພັນການຜະລິດ
ຫຼືການພົວພັນກຳມະສິດຫຼາຍລະດັບ) ນັ້ນ ຖືກກຳນົດໂດຍລະດັບຂະຫຍາຍຕົວ
ທີ່ແຕກຕ່າງກັນຂອງກຳລັງການຜະລິດ, ຈຶ່ງບໍ່ອາດຟ້າວຟັ່ງໃຊ້ຄຳສັ່ງບໍລິຫານ
ເພື່ອລົບລ້າງບັນດາພາກສ່ວນເສດຖະກິດທີ່ບໍ່ເປັນສັງຄົມນິຍົມ.
(*)ໃນເວລານັ້ນ,
ເພິ່ນກໍຍັງລະມັດລະວັງໃຊ້ຄຳວ່າ ເສດຖະກິດຕະຫຼາດ, ພຽງແຕ່ຮັບຮູ້ກົນໄກຕະຫຼາດ
ແລະເສດຖະກິດສິນຄ້າ.
ຢາກປະຕິບັດນະໂຍບາຍຫັນປ່ຽນໂຄງປະກອບເສດຖະກິດໃຫ້ບັນລຸຜົນໄດ້
ກໍຕ້ອງດັດແປງກົນໄກຄຸ້ມຄອງເສດຖະກິດ ໃຫ້ໄປສູ່ກົນໄກຕະຫຼາດ ທີ່ມີການດັດສົມຂອງລັດຢ່າງເປັນລະບົບຄົບຊຸດ.
ຜ່ານການຖອດຖອນບົດຮຽນມາໄລຍະໜຶ່ງ, ພັກຈຶ່ງໄດ້ຢືນຢັນແນວທາງການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມໃຫ້ສົມບູນຍິ່ງໆຂື້ນ,
ໂດຍຖືເປັນຮູບຖານເສດຖະກິດແບບກວມລວມຂອງລະບອບປະຊາທິປະໄຕປະຊາຊົນລາວ
ໃນຕະຫຼອດໄລຍະຂ້າມຜ່ານກ້າວຂື້ນສູ່ສັງຄົມນິຍົມ.
ໃນຂະນະດຽວກັນ, ຖ້າບໍ່ຫັນປ່ຽນຈາກໂຄງປະກອບເສດຖະກິດກຸ້ມຕົນເອງພໍໃຜພໍລາວ ໄປສູ່ເສດຖະກິດຜະລິດສິນຄ້າ ກໍຈະບໍ່ສາມາດດັດແປງກົນໄກຄຸ້ມຄອງເສດຖະກິດ ຈາກກົນໄກແຜນການແບບລວມສູນ ບໍລິຫານເກື້ອກູນ ໄປສູ່ກົນໄກຕະຫຼາດທີ່ມີການໄລ່ລຽງທຸລະກິດໄດ້. ພຶດຕິກຳຕົວຈິງໄດ້ພິສູດໃຫ້ເຫັນວ່າ ກົນໄກຄຸ້ມຄອງເສດຖະກິດໃໝ່ໄດ້ສົ່ງຜົນກະທົບຢ່າງຕັ້ງໜ້າ
ໃສ່ການຫັນປ່ຽນໂຄງປະກອບເສດຖະກິດ. ໃນໄລຍະທຳອິດແຫ່ງການສ້າງສາພັດທະນາປະເທດຊາດ, ການປະຕິບັດນະໂຍບາຍໂຄງປະກອບເສດຖະກິດ ທີ່ມີແຕ່ພາກສວ່ນເສດຖະກິດຂອງລັດ ແລະ ລວມໝູ່, ໂດຍຈຳກັດພາກສວ່ນເສດຖະກິດອື່ນ ແລະນໍາໃຊ້ກົນໄກແຜນການແບບລວມສູນ ບໍລິຫານເກື້ອກູນນັ້ນ, ໄດ້ເຮັດໃຫ້ການຜະລິດຕົກຢູ່ໃນສະພາວະຝືດເຄືອງ ແລະເສດຖະກິດຂະຫຍາຍຕົວຊັກຊັາ,
ເຊິ່ງເປັນສາຍເຫດໃຫ້ນໍາໄປສູ່ການຫັນປ່ຽນໂຄງປະກອບເສດຖະກິດ ແລະກົນໄກຄຸ້ມຄອງເສດຖະກິດໃໝ່ (New Economic Mechanism : NEM).
ນະໂຍບາຍຫັນປ່ຽນໂຄງປະກອບເສດຖະກິດ ຕ້ອງດຳເນີນໄປທັງສາມໂຄງປະກອບພ້ອມໆກັນ ຄື:
ໜຶ່ງ: ໂຄງປະກອບເສດຖະກິດ ກະສີກຳ-ປ່າໄມ້ ໃຫ້ຕິດພັນກັບການຂະຫຍາຍອຸດສາຫະກຳ ແລະການບໍລິການ ແຕ່ຫົວທີໂລດ. ເຖິງວ່າກະສິກໍາ-ປ່າໄມ້ ເປັນທ່າແຮງທຳມະຊາດຂອງປະເທດເຮົາ, ແຕ່ກະສິກຳ-ປ່າໄມ້ດ້ວຍມັນເອງ ບໍ່ສາມາດຂະຫຍາຍຕົວເປັນການຜະລິດສິນຄ້າຂະໜາດໃຫ່ຍໄດ້ ຖ້າບໍ່ມີການກະທົບຈາກອຸດສາຫະກຳ ແລະການບໍລິການຢ່າງເປັນລະບົບ. ໃນນັ້ນລະບົບການບໍລິການ ມີບົດບາດຕັດສິນໃນການປະກອບໂຄງລ່າງຟື້ນຖານ, ພ້ອມທັງສະໜອງວັດຖຸ-ເຕັກນິກ ແລະນໍາໃຊ້ຜົນສຳເລັດທາງດ້ານວິທະຍາສາດ-ເຕັກໂນໂລຊີທີ່ທັນສະໃໝ, ໂດຍຖືເອົາການຄ້າ, ການບໍລິການດ້ານທະນາຄານ, ນະໂຍບາຍດ້ານການເງິນ-ການລົງທຶນ ເປັນເຄື່ອງມືຊຸກດັນອັນເຂັ້ມແຂງ ເພື່ອຫັນປ່ຽນໂຄງປະກອບເສດຖະກິດໃຫ້ໄປສູ່ເສດຖະກິດຜະລິດສິນຄ້າ ຂອງທັງໝົດລະບົບເສດຖະກິດໃນທົ່ວປະເທດ ຢ່າງມີປະສິດທິພາບສູງໂດຍໄວ.
ສອງ: ຫັນປ່ຽນໂຄງປະກອບບັນດາພາກສວ່ນເສດຖະກິດ, ໂດຍເລີ່ມຈາກຄອບຄົວຂອງຊາວກະສິກອນ. ຢາກຂະຫຍາຍກຳລັງການຜະະກິດ
ເພື່ອຫັນປ່ຽນໂຄງປະກອບເສດຖະກິດກະສິກຳ-ປ່າໄມ້ ໃຫ້ຕິດພັນກັບການຂະຫຍາຍອຸດສາຫະກຳ
ແລະ ການບໍລິການ ແຕ່ຫົວທີນັ້ນ, ຕ້ອງນໍາໃຊ້ທຸກພາກສວ່ນເສດຖະກິດຢ່າງສະເໜີພາບຕໍ່ໜ້າກົດໝາຍ ໃຫ້ດຳເນີນການຜະລິດທຸລະກິດ, ໂດຍເລີ່ມຈາກການຂະຫຍາຍເສດຖະກິດຄອບຄົວຂອງຊາວກະສິກອນ. ລັດປະຕິບັດນະໂຍບາຍມອບດິນ ມອບປ່າໃຫ້ປະຊາຊົນ, ໂດຍມອບສິດນໍາໃຊ້ຢ່າງຍາວນານ, ນັບທັງການສືບມູນ ແລະໂອນສິດນໍາໃຊ້ອີກດ້ວຍ, (ອີງໃສ່ປະຊາຊົນ ແລະຖືປະຊາຊົນເປັນກົກ).
ສຳລັບດິນຫຼວງທີ່ລັດເປັນຜູ້ຄຸ້ມຄອງ
ກໍມອບເໝົາໃຫ້ບັນດາຫົວໜວ່ຍເສດຖະກິດ ດຳເນີນການຜະລິດທຸລະກິດ ບົນຟື້ນຖານຂໍ້ຜູກພັນມອບເໝົາຕາມຜະລິດຕະພັນ (*). ເພື່ອຂະຫຍາຍເສດຖະກິດຮ່ວມມືຂອງປະຊາຊົນ, ລັດສົ່ງເສີມການສ້າງຕັ້ງສະຫະກອນກະເສດ ຕາມຫຼັກການປະກອບຮຸ້ນນຳກັນ ເປັນຫົວໜວ່ຍການຜະລິດທີ່ມີຖານະນິຕິບຸກຄົນ ແລະແບ່ງປັນຜົນກຳໄລ ຕາມການປະກອບຮຸ້ນ. ການເຄື່ອນໄຫວທຸລະກິດຂອງສະຫະກອນກະເສດ ຍັງຕ້ອງຕິດພັນກັບເສດຖະກິດຄອບຄົວຂອງຊາວກະສິກອນ, ໂດຍຜ່ານການບໍລິການ “ສອງສົ້ນ” ຕາມກົນໄກມອບເໝົາ ທີ່ມີການໄລ່ລຽງທຸລະກິດນຳກັນ.
ທັງໝົດກໍເພື່ອປຸກລະດົມດ້ວຍມາດຕະການ ແລະວິທີເສດຖະກິດໃຫ້ຊາວກະສິກອນທີ່ເປັນປະຊາກອນສ່ວນຫຼວງຫຼາຍຂອງປະເທດ
ໃຫ້ເດີນເຂົ້າສູ່ການເພີ່ມພູນຊັບສິນ ແລະທຶນຮອນ ໃນການເສີມສ້າງຄວາມຮັ່ງມີ ໃຫ້ແກ່ຕົນເອງ ແລະປະເທດຊາດ,
ແນໃສ່ກະຈາຍລາຍໄດ້ໃຫ້ແກ່ປະຊາຊົນເພື່ອແກ້ໄຂຄວາມທຸກຍາກຢ່າງທົ່ວເຖິງ ແລະເປັນທຳ,
ໂດຍເລີ່ມຈາກການຈັດສັນບັນດາປັດໄຈການຜະລິດຕົ້ນຕໍ, ອັນມີທີ່ດິນ, ປ່າໄມ້
ແລະຊັບພະຍາກອນທຳມະຊາດອື່ນໆ ໃຫ້ປະຊາຊົນເປັນເຈົ້າຂອງຢ່າງສົມເຫດສົມຜົນ ເພື່ອດຳເນີນການຜະລິດ ທຸລະກິດຂອງຕົນ ຕາມທິດນຳທີ່ວ່າ: “ພັກນຳພາ, ລັດຄຸ້ມຄອງ ແລະປະຊາຊົນເປັນເຈົ້າ”.
(ແຜນພາບສະທ້ອນຈາກຜູ້ຄົ້ນຄວ້າ)ຄົ້ນຄວ້າ
|
(*)
ເປັນແກ່ນສານຂອງແຜນນະໂຍບາຍ “ຫັນຊັບສິນເປັນທຶນ” ໃນມະຕິກອງປະຊຸມໃຫຍ່ຂອງພັກ
ຄັ້ງທີ VIII (ປີ 2006), ໜ້າ 54, ເຊິ່ງໃນໂລກປະຈຸບັນ ພວມປະຕິບັດຢ່າງແຜ່ຫຼາຍໃນຮູບການ
“ສັນຍາແບ່ງປັນຜົນຜະລິດ: Production Sharing
Agreement (PSA)”, ໂດຍຖືເປັນໜຶ່ງໃນທາງອອກຂອງເສດຖະກິດລາວ.
ພ້ອມນັ້ນ, ລັດກໍຍັງສົ່ງເສີມການນໍາໃຊ້ບັນດາຮູບການທຶນນິຍົມແຫ່ງລັດ ດ້ວຍການສ້າງຕັ້ງບໍລິສັດຮຸ້ນສວ່ນລະຫວ່າງລັດກັບເອກະຊົນພາຍໃນ ແລະຕ່າງປະເທດ ເພື່ອຂຸດຄົ້ນບັນດາທ່າແຮງບົ່ມຊ້ອນ ແລະທ່າແຮງໄດ້ປຽບຂອງປະເທດເຮົາ. ການຫັນເປັນລະບົບບໍລິສັດຮຸ້ນສ່ວນ ຈະເສີມຂະຫຍາຍໄດ້ທຸກກຳລັງແຮງສັງລວມຂອງຊາດ ສົມທົບກັບການນຳໃຊ້ກຳລັງແຮງຂອງສາກົນ ເພື່ອເສີມສ້າງການສະສົມທຶນໃຫ້ແກ່ການເລັ່ງລັດພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ
ດ້ວຍຈິດໃຈເພິ່ງຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໄດ້ຢ່າງແທ້ຈິງ
ເປັນການນຳໃຊ້ຮູບການຮຸ້ນສ່ວນລັດ-ເອກະຊົນ ທີ່ລັດຖືຮຸ້ນສ່ວນໃຫຍ່ ຫຼືແບບຄອບງໍາ (*).
ສາມ: ຫັນປ່ຽນໂຄງປະກອບບັນດາການພົວພັນເສດຖະກິດກັບຕ່າງປະເທດ, ໂດຍຫັນປ່ຽນຈາກການເພິ່ງພາແຕ່ແຫຼ່ງທຶນຊ່ວຍເຫຼືອ-ກູ້ຢືມຈາກຕ່າງປະເທດເປັນຕົ້ນຕໍ ໄປສູ່ການຮ່ວມສຳພັນທຸລະກິດກັບບັນດາບໍລິສັດ ແລະສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດ, ພ້ອມທັງຂະຫຍາຍການຄ້າກັບຕ່າງປະເທດ ດ້ວຍຈິດໃຈເປັນເອກະລາດ ເປັນເຈົ້າຕົນເອງ ບົນຫຼັກການແຫ່ງຄວາມສະເໜີພາບ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ. ທັງນີ້ ກໍເພື່ອເຮັດໃຫ້ປະເທດເຮົາເປັນເຈົ້າການບຸກບືນຂື້ນ
ແລະເຊື່ອມຕົວເຂົ້າກັບຕະຫຼາດໂລກ,
ແນໃສ່ດຶງດູດເອົາທຶນຮອນ, ຄວາມກ້າວໜ້າທາງດ້ານວິທະຍາສາດ-ເຕັກໂນໂລຍີໃໝ່ ແລະການຄຸ້ມຄອງທີ່ທັນສະໃໝຈາກບັນດາປະເທດຕ່າງໆ
ເພື່ອເປັນກຳລັງແຮງເສີມເຂົ້າໃສ່ການຫັນປ່ຽນໂຄງປະກອບເສດຖະກິດ.
ເພື່ອຈັດຕັ້ງການຫັນປ່ຽນໂຄງປະກອບເສດຖະກິດໃຫ້ບັນລຸຜົນໄດ້
ຕ້ອງດັດແປງໄປສູ່ກົນໄກເສດຖະກິດ ໃໝ່ ເພື່ອເປັນເຄື່ອງມືຂອງລັດໃນການດັດສົມເສດຖະກິດ ໃຫ້ໄປຕາມທິດຜະລິດສິນຄ້າ.
ກົນໄກຄຸ້ມຄອງເສດຖະກິດໃໝ່ໄດ້ຮັບການສ້າງຂື້ນ
ໂດຍຕິດພັນຢ່າງສະໜິດແໜ້ນກັບນະໂຍບາຍຫັນປ່ຽນທັງສາມໂຄງປະກອບເສດຖະກິດຢ່າງເປັນລະບົບ,
ພາໄປເຖິງການສ້າງແລະຂະຫຍາຍໂຄງປະກອບເສດຖະກິດໃໝ່, ຂະຫຍາຍກຳລັງການຜະລິດເພື່ອຊຸກຍູ້ການຜະລິດ
ແລະການຈໍລະຈອນສິນຄ້າຢ່າງແຂງແຮງຕາມກົນໄກຕະຫຼາດທີ່ມີການໄລ່ລຽງທຸລະກິດ. ກົນໄກໃໝ່ຕ້ອງຮັບປະກັນໃຫ້ໄດ້ສາມຜົນປະໂຫຍດຢ່າງກົມກຽວ
ຄື: ຜົນປະໂຫຍດຂອງລັດ, ຂອງລວມໝູ່ ແລະຂອງສ່ວນບຸກຄົນຜູ້ອອກແຮງງານ, ຖືເອົາຜົນປະໂຫຍດຂອງສ່ວນບຸກຄົນຜູ້ອອກແຮງງານເປັນຈຸດເລີ່ມ
ແລະເປັນກຳລັງໜູນໂດຍກົງ. ເພາະກົນໄກໃໝ່ ໃຫ້ຄວາມສຳຄັນ ປັດໄຈຄົນ, ອີງໃສ່ການພັດທະນາຄົນ
ແລະຮັບໃຊ້ຜົນປະໂຫຍດຂອງຄົນໃນຊາດ.
- ຢາກດັດແປງໄປສູ່ກົນໄກຄຸ້ມຄອງເສດຖະກິດໃໝ່
ຕ້ອງສຸມໃສ່ໜ້າທີ່ພື້ນຖານສີ່ປະການ ຄື:
+
ຫັນໄປສູ່ການນຳໃຊ້ການພົວພັນສິນຄ້າ-ເງິນຕາຢ່າງຄົບຖ້ວນ
ແລະຖືກຕ້ອງ.
+
ຕັ້ງໜ້າຫັນບັນດາຫົວໜ່ວຍເສດຖະກິດຮາກຖານ
ໄປສູ່ກົນໄກໄລ່ລຽງທຸລະກິດຢ່າງຂາດຕົວ.
+
ດັດແປງການຄຸ້ມຄອງຂອງລັດທາງດ້ານເສດຖະກິດ ດ້ວຍການນຳໃຊ້ມາດຕະການ
ແລະວິທີເສດຖະກິດເປັນຕົ້ນຕໍ ບົນພື້ນຖານແຫ່ງການຮັບຮູ້ ແລະໝູນໃຊ້ບັນດາກົດເກນພາວະວິໃສດ້ານເສດຖະກິດຢ່າງຖືກຕ້ອງ
ແລະເປັນລະບົບຄົບຊຸດ.
+
(*)ໃນເວລານັ້ນ, ເພິ່ນໄດ້ຊີ້ນຳຕົວຈິງໃນການສ້າງຕັ້ງບໍລິສັດຮຸ້ນສ່ວນ
“ບໍລິສັດໄຟຟ້ານ້ໍາເທີນຫີນບູນ”, ເປັນຕົວແບບໜຶ່ງດຽວໃນປະເທດເຮົາ
ທີ່ລັດ ຖືຮຸ້ນ 60% ໃນການນຳໃຊ້ທ່າແຮງດ້ານຊັບພະຍາກອນທຳມະຊາດຂອງປະເທດ ທີ່ໄດ້ຫັນເປັນຊັບສິນເພື່ອຕີມູນຄ່າເປັນຮຸ້ນຂອງລັດ,
ໂດຍໄດ້ເອົາການໄລ່ລຽງປະສິດທິຜົນຂອງໂຄງການ ໄປຄໍ້າປະກັນເງິນກູ້ຂອງໂຄງການ,
(ເອກະຊົນຕ່າງປະເທດ ກໍເຮັດວິທີດຽວກັນນີ້).
-
ຢາກຈັດຕັ້ງປະຕິບັດໄດ້ດີ ຕ້ອງມີຈິນຕະນາການໃໝ່ທາງດ້ານເສດຖະກິດ, ໂດຍສຸມໃສ່ກໍ່ສ້າງຮາກຖານການຜະລິດທຸລະກິດ
(ຜູ້ປະກອບການ) ໃຫ້ເຂັ້ມແຂງ ທີ່ເປັນເປົ້າໝາຍຫຼັກຂອງແນວທາງປ່ຽນແປງໃໝ່. ດ້ວຍເຫດນັ້ນ,
ຈຶ່ງຕ້ອງເຊີດຊູຄວາມສັກສິດຂອງກົງຈັກຄຸ້ມຄອງລັດຂັ້ນຕ່າງໆ, ພ້ອມທັງດັດແປງຖັນແຖວພະນັກງານ
ແລະແບບແຜນວິທີເຮັດວຽກ ຕາມຫຼັກການລວມສູນປະຊາທິປະໄຕ
ດ້ວຍການນຳໃຊ້ບັນດານະໂຍບາຍເສດຖະກິດ-ການເງິນ ແລະການຄ້າ ທີ່ຫັນເປັນລະບຽບກົດໝາຍຢ່າງເປັນລະບົບຄົບຊຸດ
ຕາມກົນໄກຕະຫຼາດທີ່ມີການໄລ່ລຽງທຸລະກິດ, ບໍ່ແມ່ນນຳໃຊ້ກົດຄຳສັ່ງອີກຕໍ່ໄປ
ເພື່ອຂະຫຍາຍການຜະລິດທຸລະກິດຂອງທຸກພາກສ່ວນເສດຖະກິດ. ເພິ່ນກ່າວວ່າ: “ການຄຸ້ມຄອງສັງຄົມ
ເປັນການຄຸ້ມຄອງຮ່າງກາຍທີ່ມີຊີວິດ, ທີ່ເຄື່ອນເໜັງ ແລະຂະຫຍາຍຕົວຕາມກົດເກນພາວະວິໄສ,
ດ້ວຍເຫດນັ້ນ ພວກເຮົາຈຶ່ງບໍ່ອາດຄຸ້ມຄອງສັງຄົມຕາມໃຈມັກອັດຕະວິໄສຂອງພວກເຮົາ, ຫາກຕ້ອງຮັບຮູ້
ແລະໝູນໃຊ້ບັນດາກົດເກນພາວະວິໄສຢ່າງຖືກຕ້ອງ”.
ບັນຫາທີ 2 : ກ່ຽວກັບນະໂຍບາຍການເງິນແຫ່ງຊາດ ໃນໄລຍະໃໝ່ຂອງການປະຕິວັດລາວ (*)
ການປ່ຽນແປງໃໝ່ກົນໄກເສດຖະກິດຢູ່ປະເທດເຮົາ ໄດ້ມີຄວາມຄືບໜ້າອັນສໍາຄັນ, ນັ້ນເປັນສິ່ງທີ່ ພວກເຮົາຄວນຢືນຢັນ. ເຖິງຢ່າງໃດ ກໍຍັງມີຈຸດອ່ອນ
ແລະ ຂໍ້ຂາດຕົກບົກຜ່ອງຈໍານວນໜຶ່ງ ທີ່ຈະຕ້ອງໄດ້ຮັບການແກ້ໄຂຢ່າງຮີບດ່ວນ,
ດ້ວຍການຄົ້ນຄວ້າວາງ ແລະ ປະຕິບັດນະໂຍບາຍການເງິນແຫ່ງຊາດ ເພື່ອສະໜັບສະໜູນການປະຕິບັດນະໂຍບາຍຫັນປ່ຽນໂຄງປະກອບເສດຖະກິດ.
-
ລະບົບການເງິນແຫ່ງຊາດປະກອບດ້ວຍ : ການເງິນແຫ່ງລັດ, ການເງິນວິສາຫະກິດ ແລະ ການເງິນຂອງປະຊາຊົນ.
ຍ້ອນແນວນັ້ນ ນະໂຍບາຍການເງິນແຫ່ງຊາດ ແມ່ນລະບົບນະໂຍບາຍ, ມາດຕະການ ແລະ
ເຄື່ອງມືທາງການເງິນ ແລະເງິນຕາຂອງລັດ ທີ່ເປັນຫົວສະໝອງຂອງລະບົບການເງິນແຫ່ງຊາດ, ເຊິ່ງກະທົບໃສ່ຂະບວນວິວັດແຫ່ງການກໍາເນີດເກີດຂຶ້ນ
ແລະ ເຄື່ອນເໜັງຂອງບັນດາສ່ວນປະກອບຂອງການເງິນແຫ່ງຊາດ ເພື່ອເຮັດໃຫ້ສາຍພົວພັນແບບກາຍອິນຊີ
ລະຫວ່າງແຫຼ່ງການເງິນແຫ່ງລັດ ກັບແຫຼ່ງການເງິນວິສາຫະກິດ ແລະ ການເງິນຂອງປະຊາຊົນ ສ້າງໄດ້ແຫຼ່ງທຶນລວມ
ແລະການສະສົມທຶນໃໝ່ພາຍໃນປະເທດເພີ່ມທະວີຂື້ນຢ່າງ
ບໍ່ບົກແຫ້ງຈັກເທື່ອ. ຢາກເຮັດໄດ້ຄືແນວນັ້ນ ຕ້ອງເຮັດໃຫ້ແຫຼ່ງການເງິນຕ່າງໆມີເຈົ້າຂອງທີ່ແທ້ຈິງ,
ໂດຍຕິດພັນກັບຜົນປະໂຫຍດ ແລະຄວາມຮັບຜິດຊອບຂອງເຂົາເຈົ້າເອງ. ການເງິນວິສາຫະກິດ
ແລະການເງິນຂອງປະຊາຊົນຍິ່ງຂະຫຍາຍຕົວເທົ່າໃດ ກໍຍິ່ງເຮັດໃຫ້ການເງິນແຫ່ງລັດຂະຫຽາຍຕົວເທົ່ານັ້ນ,
ແນໃສ່ໃຫ້ການປະຕິບັດຍຸດທະສາດແຫ່ງການພັດທະນາເສດຖະກິດ-ສັງຄົມຂອງປະເທດ
ບັນລຸໄດ້ບັນດາເປົ້າໝາຍທີ່ກຳນົດໄວ້.
-
ນະໂຍບາຍການເງິນແຫ່ງລັດ ທີ່ມີລະບົບນະໂຍບາຍກ່ຽວກັບລາຍຮັບ-ລາຍຈ່າຍ
ແລະ ໜີ້ສິນຂອງລັດ, ເຊິ່ງເປັນເຄື່ອງມືດັດສົມຂອງລັດທີ່ສໍາຄັນໃນການກໍານົດທິດທາງ,
ບາດກ້າວເດີນ ແລະເປົ້າໝາຍໃຫ້ແກ່ການດໍາເນີນທຸລະກິດຂອງບັນດາຫົວໜ່ວຍເສດຖະກິດຮາກຖານ.
ໂດຍນໍາໃຊ້ວິທີການຕ່າງໆທາງງົບປະມານແຫ່ງລັດ
ທີ່ເປັນກະດູກສັນຫຼັງຂອງລະບົບການເງິນແຫ່ງຊາດ ໃຫ້ເປັນເຄື່ອງມືດັດສົມຂອງລັດ ແລະເປັນຕົວ ກະຕຸ້ນການຂະຫຍາຍຕົວຂອງພາກການຜະລິດທຸລະກິດ, ເຊັ່ນ:
ມີການປ່ຽນແປງການໃຊ້ຈ່າຍຂອງລັດ ເພື່ອດັດສົມຜົນປະໂຫຍດຂອງກຸ່ມຄົນໃນສັງຄົມຢ່າງສົມເຫດສົມຜົນ
(ໃນເບື້ອງຕົ້ນ, ໄດ້ມີການປ່ຽນແປງການໃຊ້ຈ່າຍຂອງລັດ ດ້ວຍວິທີບໍລິຫານການລົງທຶນຂອງລັດຢ່າງມີປະສິດທິພາບ,
ໂດຍຫຼຸດມູນຄ່າການລົງທຶນຂອງລັດລົງໄດ້ເພື່ອໄປເພີ່ມເງິນເດືອນໃຫ້ພະນັກງານຂອງລັດ),
ພ້ອມທັງມີການປ່ຽນແປງແຫຼ່ງ ແລະ ວິທີຈັດຫາລາຍຮັບ, ການປ່ຽນແປງອັດຕາພາສີ-ອາກອນ ແລະ ເຄື່ອງມືອື່ນໆ ເພື່ອແຈກຢາຍລາຍໄດ້
ແລະໂອກາດໃນການພັດທະນາຢ່າງເປັນທຳ ແລະທົ່ວເຖິງ.
ທັງໝົດກໍເພື່ອບັນລຸການຈັດສັນບັນດາປັດໄຈການຜະລິດລະຫວ່າງພາກລັດ,
ພາກທຸລະກິດ ແລະພາກປະຊາຊົນ ຢ່າງມີປະສິດທິພາບສູງສຸດທາງດ້ານເສດຖະກິດ-ສັງຄົມ, ພ້ອມທັງສົ່ງເສີມການກະຈາຍລາຍໄດ້ ແລະ ແຈກຢາຍຄືນໃໝ່ລາຍໄດ້ແຫ່ງຊາດ, ສົ່ງເສີມການເຕີບໂຕທາງດ້ານເສດຖະກິດ ເພື່ອການສະສົມທຶນພາຍໃນປະເທດ ແລະເພື່ອຮັກສາສະຖຽນສະພາບ
ທາງດ້ານເສດຖະກິດມະຫາພາກຂອງປະເທດໃຫ້ໝັ້ນທ່ຽງ.
(*)ເນື້ອແທ້ ກໍແມ່ນຫຼັກການບໍລິຫານນະໂຍບາຍເສດຖະກິດມະຫາພາກ
ໃນເງື່ອນໄຂຈຸດເລີ່ມຕົ້ນຂອງປະເທດເຮົານັ້ນເອງ: Principles of Macroeconomic Policy
Management.
- ຖ້າຢາກປະຕິບັດນະໂຍບາຍການເງິນແຫ່ງລັດໄດ້ຄືດັ່ງກ່າວ, ຕ້ອງຫັນປ່ຽນໄປສູ່ການເງິນແບບ “ເປີດ”ຈາກການເງິນຂອງລັດແບບ “ລະດົມ, ເບີກຈ່າຍ ແລະມອບຮັບ” ທີ່ໄດ້ເຮັດໃຫ້ການເງິນແຫ່ງຊາດອ່ອນແອ ຢູ່ແລ້ວຍິ່ງປ່ວຍໂຊຕື່ມ, ສະພາວະງົບປະມານມີຄວາມເຄັ່ງຕຶງຕະຫຼອດມາ, ລາຍຮັບບໍ່ພໍຈ່າຍ,
ມີໜີ້ສິນຄຸມເຄືອແກ່ຍາວ ແລະ ເພີ່ມຂຶ້ນ. ພ້ອມນັ້ນ,
ກໍຕ້ອງແກ້ໄຂກົນໄກແບ່ງຂັ້ນຄຸ້ມຄອງງົບປະມານແຫ່ງລັດ ທີ່ເປັນການເງິນລວມສູນຂອງລັດ
ໃຫ້ທະລຸລົ່ງແຕ່ສູນກາງລົງຮອດທ້ອງຖິ່ນ ແລະຮາກຖານ, ເຊິ່ງໃນຕົວຈິງຍັງມີຂໍ້ຂັດແຍ່ງຊໍາເຮື້ອ
ລະຫວ່າງການນໍາໃຊ້ຫຼັກການການເງິນລວມສູນເປັນເອກະພາບຂັ້ນສູນກາງ ແລະ ການນໍາໃຊ້ ຕົວແບບ“ດຸ່ນດ່ຽງງົບປະມານດ້ວຍຕົນເອງ”
ຂອງທ້ອງຖິ່ນ ຕາມແບບການເງິນບໍ່ລວມສູນຂອງຫົວໜ່ວຍ ທຸລະກິດ, ໂດຍຫັນປ່ຽນໄປສູ່ການເງິນແບບ
“ເປີດ” ທີ່ຕ່າງກັບການເງິນແບບ “ເກື້ອກູນ” ໃນປະຈຸບັນ.
ກົນໄກການເງິນ “ເປີດ” ແມ່ນຖືປະສິດທິຜົນເປັນປັດໃຈຕັດສິນ
ແລະໄດ້ຮັບການປະຕິບັດບົນພື້ນຖານການປ່ຽແປງໃໝ່ຄວາມເຂົ້າໃຈ
ກ່ຽວກັບການດຸ່ນດ່ຽງລາຍຮັບ-ລາຍຈ່າຍງົບປະມານຂອງລັດ, ຄືຕ້ອງຈ່າຍເພື່ອການສະສົມທຶນ
ແລະຂະຫຍາຍແຫຼ່ງລາຍຮັບຂອງລັດ. ເມື່ອທຽບກັບງົບປະມານທີ່ສົມດຸນ ຫຼືຮັບເກີນ(ເກີນດຸນ),
ການຮັກສາລາຍຈ່າຍງົບປະມານເກີນລາຍຮັບ (ຂາດດຸນ) ທີ່ມີແຫຼ່ງດຸ່ນດ່ຽນຢ່າງເໝາະສົມ ກໍບໍ່ຂີ້ຮ້າຍພໍເທົ່າໃດ,
ຖ້າການຈ່າຍເກີນຫາກນຳເອົາປະສິດທິຜົນສູງ ແລະຍາວນານທາງດ້ານເສດຖະກິດ-ສັງຄົມມາໃຫ້,
ໂດຍສະເພາະໂຄງການທີ່ມີຜົນຕອບແທນສູງ ກໍຕ້ອງກູ້ຢືມມາຈ່າຍ ຫຼືລະດົມທຶນປະກອບເປັນຮຸ້ນ,
ແນໃສ່ໃຫ້ບັນລຸເຖິງການດຸ່ນດ່ຽງງົບປະມານຂອງລັດ ໃນລະດັບທີ່ນັບມື້ນັບສູງຂື້ນກວ່າເກົ່າ
(ເປັນການດຸ່ນດ່ຽງທີ່ຕັ້ງໜ້າ). ພ້ອມນັ້ນ,
ການເງິນ “ເປີດ” ຍັງຖືເອົາການເງິນທຸລະກິດເປັນພື້ນຖານໃຫ້ແກ່ການຂະຫຍາຍຕົວຂອງການເງິນແຫ່ງລັດ,
ການລົງທຶນຂອງລັດຕາມກົນໄກໃໝ່ນີ້ ຈຶ່ງສ້າງເງື່ອນໄຂ ແລະສະພາບແວດລ້ອມໃຫ້ການເງິນທຸລະກິດສ້າງແຫຼ່ງທຶນ
ແລະຂະຫຍາຍແຫຼ່ງທຶນດ້ວຍຕົນເອງ,
ທັງເປີດກວ້າງການລະດົມທຸກແຫຼ່ງທຶນເຂົ້າໃນການພັດທະນາເສດຖະກິດ.
ບັນຫາສຳຄັນແມ່ນຕ້ອງຮູ້ສ້າງແຫຼ່ງທຶນ
ແລະນໍາໃຊ້ທຶນຈາກການສະສົມທຶນ ແລະການລະດົມທຶນໃນຕະຫຼາດການເງິນ(ຕະຫຼາດເງິນຕາ
ແລະຕະຫຼາດທຶນ), ຢ່າງມີປະສິດທິພາບ ສຳລັບຄວາມຕ້ອງການດ້ານການພັດທະນາເສດຖະກິດ,
ໂດຍຫັນປ່ຽນຈາກແຫຼ່ງເງິນທຳມະດາ ແລະແຫຼ່ງກຳລັງຊັບ ໃຫ້ເປັນແຫຼ່ງເງິນທຶນທີ່ເກີດດອກອອກຜົນ
ແລະເພີ່ມທະວີຄູນຂື້ນ, ປຽບສະເໝືອນກັບເລືອດແດງທີ່ລໍ່ລຽ້ງຮ່າງກາຍ ຕາມກົນໄກການເງິນ “ເປີດ” ຄືດັ່ງກ່າວຂ້າງເທິງ.
*
ການປະຕິບັດນະໂຍບາຍການເງິນແຫ່ງຊາດໃຫ້ບັນລຸຜົນເປັນຢ່າງດີນັ້ນ,
ເປັນສິນລະປະທີ່ຮຽກຮ້ອງໃຫ້ມີຄວາມຮັບຮູ້ໃໝ່ ແລະເຂົ້າໃຈຢ່າງເລິກເຊິ່ງທີ່ສຸດ,
ຈຶ່ງຈະຫັນລະບົບນະໂຍບາຍດັ່ງກ່າວເຂົ້າສູ່ພາກຕົວຈິງໄດ້ຢ່າງກົມກືນ ແລະມີປະສິດທິພາບ.
ໃນບັນດາປະເທດທີ່ເສດຖະກິດຕະຫຼາດຂະຫຍາຍຕົວ, ການປະຕິບັດນະໂຍບາຍການເງິນແຫ່ງຊາດ ແມ່ນສຸ່ມໃສ່ນະໂຍບາຍງົບປະມານແຫ່ງລັດເປັນຕົ້ນຕໍ.
ແຕ່ສຳລັບປະເທດເຮົາ ທີ່ຕະຫຼາດການເງິນບໍ່ທັນຂະຫຍາຍຕົວ, ນອກຈາກບັນດາມາດຕະການຕົ້ນຕໍທີ່ກ່າວມາແລ້ວ,
ຍັງຕ້ອງໄດ້ວາງລະບຽບກົດໝາຍ ແລະປະຕິບັດນະໂຍບາຍຈຳນວນໜຶ່ງໄປພ້ອມໆກັນ, ເຊິ່ງພົວພັນໂດຍກົງ
ແລະປະກອບສ່ວນເຂົ້າໃນການປະຕິບັດນະໂຍບາຍການເງິນແຫ່ງຊາດ ເຊັ່ນ: ນະໂຍບາຍເງິນຕາ-ສິນເຊື່ອ,
ນະໂຍບາຍແຈກຢາຍລາຍໄດ້, ນະໂຍບາຍການຄ້າ ແລະລາຄາ, ນະໂຍບາຍການລົງທຶນ,
ນະໂຍບາຍເປີດກວ້າງການເຄື່ອນໄຫວປະກັນໄພ, ນະໂຍບາຍຕໍ່ການເງິນວິສາຫະກິດ...
- ນະໂຍບາຍເງິນຕາ-ສິນເຊື່ອ
ທີ່ກຳເນີດຂື້ນ
ແລະຂະຫຍາຍຕົວ ຕາມຄວາມຮຽກຮ້ອງຕ້ອງການພາວະວິໄສ
ໃນຂະບວນວິວັດແຫ່ງການຂະຫຍາຍຕົວຂອງເສດຖະກິດສິນຄ້າ. ເພື່ອຕອບສະໜອງຄວາມຕ້ອງການດັ່ງກ່າວ
ຕ້ອງຫັນລະບົບທະນາຄານ ທີ່ເປັນລະບົບດຽວໃນປະຈຸບັນ ໄປເປັນທະນາຄານແບບສອງຂັ້ນ ຄື:
ທະນາຄານແຫ່ງລັດ ແລະທະນາຄານທຸລະກິດ. ທະນາຄານແຫ່ງລັດ ປະຕິບັດນະໂຍບາຍເງິນຕາ-ສິນເຊື່ອ ເພື່ອຄວບຄຸມປະລິມານເງິນ
ແລະສິນເຊື່ອ, ພ້ອມທັງສົ່ງເສີນການພັດທະນາຕະຫຼາດການເງິນ (ຕະຫຼາດເງິນຕາ
ແລະຕະຫຼາດທຶນ), ໂດຍມີໜ້າທີ່ຄຸ້ມຄອງ ແລະບໍລິການໃຫ້ແກ່ບັນດາທະນາຄານທຸລະກິດ
ໃນຖານະເປັນທະນາຄານແມ່. ບັນດາທະນາຄານທຸລະກິດ ດຳເນີນທຸລະກິດສິນເຊື່ອ,
ສ້າງແຫຼ່ງທຶນຈາກການລະດົມເງິນຝາກ(ອາດກູ້ຢືມຕ່າງປະເທດຕື່ມ)
ແລະເຮັດການບໍລິການຊໍາລະສະສາງ ຕາມກົນໄກໄລ່ລຽງທຸລະກິດຢ່າງຂາດຕົວ.
- ນະໂຍບາຍແຈກຢາຍລາຍໄດ້,
ຕ້ອງຫັນຈາກການແຈກຢາຍຕາມແຮງງານດ້ານດຽວ
ໄປສູ່ການ ແຈກຢາຍຕາມການປະກອບກຳລັງຊັບ
ດ້ວຍວັດຖຸປະສົງບັນລຸຜົນກຳໄລຢ່າງຖືກຕ້ອງຕາມກົດໝາຍ. ລັດສົ່ງເສີມເສດຖະກິດຄອບຄົວ
ແລະການຜະລິດທຸລະກິດຂອງພາກສ່ວນເສດຖະກິດຕ່າງໆ ເພື່ອເພີ່ມແຫຼ່ງ ລາຍໄດ້,
ປະຕິບັດນະໂຍບາຍດັດສົມລາຍໄດ້ໂດຍຜ່ານລະບອບອາກອນ, ກະຕຸກຊຸກຍູ້ການເພີ່ມຜະລິດຕະພາບຂອງງານ
ແລະປະສິດທິຜົນຂອງການຜະລິດທຸລະກິດ ເພື່ອຍົກສູງລາຍໄດ້ຂື້ນຕື່ມ,
ພ້ອມທັງດັດແປງລະບອບເງິນເດືອນ ແລະລະບອບສະຫວັດດີການສັງຄົມ.
- ນະໂຍບາຍການຄ້າ
ແລະລາຄາ, ໂດຍນຳໃຊ້ຫຼາຍພາກສ່ວນເສດຖະກິດຂະຫຍາຍການຄ້າພາຍໃນປະເທດ,
ໃນນັ້ນສະຫະກອນຊື້-ຂາຍ ມີບົດບາດສຳຄັນໃນການຈໍລະຈອນສິນຄ້າຢູ່ເຂດຊົນນະບົດ,
ການຄ້າຂອງລັດ ແລະການຄ້າຮຸ້ນສ່ວນ ເປັນຜູ້ກຳຂອດຂາອອກ-ຂາເຂົ້າ, ປະຕິບັດການຄ້າຍົກ,
ແນໃສ່ເຮັດໃຫ້ການຄ້າພາຍໃນຕິດພັນກັບການຄ້າຕ່າງປະເທດ.
ລັດສົ່ງເສີມໃຫ້ປະຕິບັດລາຄາທີ່ປະກົດຕົວໃນທ້ອງຕະຫຼາດທີ່ມີການແຂ່ງ ຂັນກັນ.
ກົນໄກໃໝ່ເລັ່ງທວງໃຫ້ມີມາດຕະການດັດສົມລາຄາໃຫ້ເປັນປົກກະຕິ ດ້ວຍຕະຫຼາດສິນຄ້າທີ່ມີສ່ວນແຮໄວ້
ສົມທົບກັບຕະຫຼາດເງິນຕາທີ່ມີຄັງສຳຮອງ ໃນລະດັບອັນເໝາະສົມ...
ເພິ່ນກ່າວວ່າ: “ອັນນີ້ບໍ່ຕ່າງຫຍັງກັບວ່າ
ພວກເຮົາຕ້ອງເຮັດເຮືອ (ເປັນເຄື່ອງມື),
ທັງຕ້ອງຂຸດຄອງນໍ້າ,ສ້າງສິ່ງແວດລ້ອມເພື່ອນຳໃຊ້ເຮືອໄດ້ເປັນຢ່າງດີ ແລະອັນນີ້ຍັງບໍ່ທັນເວົ້າເຖິງປັດໄຈອັນຄົບຊຸດອື່ນໆອີກ
ເພື່ອໃຫ້ເຮືອໄປໄວກວ່າ ແລະມີຄວາມປອດໄພກວ່າ...
ຕໍ່ໜ້າພວກເຮົາຍັງມີອຸປະສັກ,
ຄວາມຫຍຸ້ງຍາກສັບສົນຫຼາຍທີ່ສຸດ, ແຕ່ພວກເຮົາກໍບໍ່ມີເສັ້ນທາງອື່ນ ເພື່ອພາປະເທດຊາດຂອງພວກເຮົາ ກ້າວສູ່ໄລຍະໃໝ່ແຫ່ງການພັດທະນາທີ່ມີລະດັບສູງກວ່າເກົ່າ,
ເຮັດສຳເລັດໜ້າທີ່ການເມືອງອັນສຳຄັນຍິ່ງຂອງພັກ ທີ່ຊາດ ແລະປະຊາຊົນມອບໝາຍໃຫ້. ຜົນສຳເລັດ
ຫຼືປະລາໄຊຂອງພາລະກິດປ່ຽນແປງໃໝ່
ສ່ວນໃຫຍ່ກໍແມ່ນຂື້ນກັບການປະຕິບັດນະໂຍບາຍການເງິນແຫ່ງຊາດນີ້ເອງ”.
ເລນິນໄດ້ເນັ້ນໜັກວ່າ: “...ຖ້ານະໂຍບາຍການເງິນຂອງພວກເຮົາຫາກບໍ່ໄດ້ຮັບໄຊຊະນະແລ້ວ
ທຸກການປະຕິຮູບອັນເຖິງຖອງຂອງພວກເຮົາກໍຈະຖືກປະລາໄຊ”. ລະບົບການເງິນເປັນຂອດຕັດສິນຕົ້ນຕໍໃນລະບົບຄຸ້ມຄອງເສດຖະກິດ,
ດັ່ງນັ້ນ ການປະຕິບັດນະໂຍບາຍການເງິນແຫ່ງຊາດ ຕ້ອງຕິດພັນກັບການວາງລະບຽບກົດໝາຍ
ແລະປະຕິບັດນະໂຍບາຍຈຳນວນໜຶ່ງຢ່າງຖືກຕ້ອງ ແລະເປັນລະບົບຄົບຊຸດ.
ເພິ່ນຖືວ່າ: “ການເງິນ
ແລະເງິນຕາມີບົດບາດສຳຄັນທີ່ສຸດ ຕໍ່ການປະຕິບັດແນວທາງຂອງພັກ ແລະແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ...
ຄົນຈຳນວນໜຶ່ງມີຄວາມເຫັນວ່າ ຖ້າບໍ່ມີລະບົບເສດຖະກິດອັນໃຫຍ່ໂຕຂອງລັດເປັນເຈົ້າພາທາງ
(ກຳມະສິດຂອງລັດ), ບົດບາດຄຸ້ມຄອງເສດຖະກິດຂອງລັດ ກໍອ່ອນແອລົງ.
ນັ້ນແມ່ນຄວາມເຫັນທີ່ບໍ່ຖືກຕ້ອງ. ບົດບາດຄຸ້ມຄອງເສດຖະກິດຂອງລັດ ແລະກຳລັງແຮງຂອງລັດ
ບໍ່ຂື້ນກັບວ່າລັດມີກຳມະສິດຫຼາຍ ຫຼືໜ້ອຍຕໍ່ພາຫະນະການຜະລິດ, ແຕ່ຫາກຂື້ນກັບວ່າ
ລັດສາມາດກະຕຸກຊຸກຍູ້ການຜະລິດທຸລະກິດໃຫ້ຂະຫຍາຍຕົວ ແລະມີປະສິດທິຜົນສູງຫຼືບໍ່,
ໂດຍຜ່ານລະບົບກົດໝາຍເສດຖະກິດຂອງຕົນ ແລະດັດສົມດ້ວຍກົດໝາຍນັ້ນ ເພື່ອຮັບໃຊ້ຈຸດໝາຍການເມືອງ,
ສັງຄົມ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນທົ່ວປະເທດ ຕາມຫຼັກການເອກະລາດ, ປະຊາທິປະໄຕ,
ສະເໝີພາບ ແລະເປັນທຳ”.
*
ປະທານ ໄກສອນ ພົມວິຫານ ໄດ້ຊີ້ແຈງຢ່າງເຄັ່ງຂຶມວ່າ: “ພວກເຮົາຕ້ອງເຫັນແຈ້ງວ່າ
ຍ້ອນຫຍັງຫຼາຍມະຕິ, ຄຳສັ່ງຈຶ່ງຍັງຄ້າງຢູ່ໃນໜ້າເຈ້ຍ ແລະຈັດຕັ້ງປະຕິບັດຄຳສັ່ງບໍ່ໄດ້ດີ
ຫຼື ຍິ່ງໄປກວ່ານັ້ນຍັງຖືກບິດເບືອນ, ສວຍໃຊ້ຄວາມຫຍຸ້ງຍາກໃນເສດຖະກິດ. ກ່ອນອື່ນໝົດ ຍ້ອນພວກເຮົາຍັງບໍ່ທັນຫັນມະຕິ,
ຄຳສັ່ງເປັນລະບຽບກົດໝາຍ ແລະມີການກວດກາດ້ວຍກົດໝາຍ. ສິບກວ່າປີທີ່ຜ່ານມາ
ພວກເຮົາເຄີຍໂຍນຄວາມຜິດແບບລວມໆໃຫ້ແກ່ຄວາມອ່ອນແອໃນການຊີ້ນຳຈັດຕັ້ງປະຕິບັດ,
ແຕ່ພັດບໍ່ເຫັນວ່າ ນະໂຍບາຍຕ່າງໆບໍ່ທັນໄດ້ຫັນເປັນລະບຽບກົດໝາຍ
ແລະແກ້ໄຂຢ່າງເຄັ່ງຄັດຕາມກົດໝາຍເທື່ອ. ດ້ວຍເຫດນັ້ນ ໃນແຕ່ລະບ່ອນ, ແຕ່ລະຂັ້ນຄຸ້ມຄອງ,
ການນຳແຕ່ລະຄົນ ຈຶ່ງຊີ້ນຳການຈັດຕັ້ງປະຕິບັດໄປຕາມແບບຂອງໃຜຂອງມັນຕ່າງກັນ,
ຜິດຫຼືຖືກກໍລ້ວມແຕ່ມີວິທີອ້າງເຫດຜົນຢ່າງຄ່ອງແຄ້ວພໍໃຜພໍລາວ”,
(ຄັດຈາກບົດຄວາມເຫັນຂອງເພິ່ນ ໃນກອງປະຊຸມການເງິນທົ່ວປະເທດຄັ້ງທີ I ປີ
1990, ໜ້າ 3 ແລະ ໜ້າ 27 ).
ເພື່ອລະນຶກເຖິງ:
“ພາລະກິດປະຕິວັດຂອງປະທານ ໄກສອນ ພົມວິຫານ”
ເນື່ອງໃນວັນເກີດຂອງເພິ່ນ
ຄົບຮອບ 95 ປີ
ນະຄອນຫຼວງວຽງຈັນ, ວັນທີ 16 ທັນວາ 2015
(ຄົ້ນຄວ້າ
ແລະສະເໜີໂດຍ: ຊື່ນ ເດດວົງສາ
ຮອງຫົວໜ້າໜ່ວຍງານຄົ້ນຄວ້າແຜນຍຸດທະສາດການພັດທະນາເສດຖະກິດ, ຫສພ)
Anouvong Luangxay: ແນວທາງປ່ຽນແປງໃໝ່ຂອງ ທ່ານ ປະທານໄກສອນ ພົມວິຫານ >>>>> Download Now
ตอบลบ>>>>> Download Full
Anouvong Luangxay: ແນວທາງປ່ຽນແປງໃໝ່ຂອງ ທ່ານ ປະທານໄກສອນ ພົມວິຫານ >>>>> Download LINK
>>>>> Download Now
Anouvong Luangxay: ແນວທາງປ່ຽນແປງໃໝ່ຂອງ ທ່ານ ປະທານໄກສອນ ພົມວິຫານ >>>>> Download Full
>>>>> Download LINK