วันอังคารที่ 21 มิถุนายน พ.ศ. 2559

ແນວທາງປ່ຽນແປງໃໝ່ຂອງ ທ່ານ ປະທານໄກສອນ ພົມວິຫານ



ແນວຄິດຂອງປະທານ ໄກສອນ ພົມວິຫານ
ກ່ຽວກັບບາງບັນຫາດ້ານເສດຖະກິດ ແລະ ການເງິນ ໃນແນວທາງປ່ຽນແປງໃໝ່ຂອງພັກ
-------------------------
*        ໃນທ່າມກາງບັນຍາກາດອັນເປັນຂະບວນຟົດຟື້ນ ແຫ່ງການສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 60 ປີ ແລະວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວ ຄົບຮອບ 40 ປີ, ກໍຄືວັນເກີດຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ເຄົາລົບຮັກຂອງພວກເຮົາ ຄົບຮອບ 95 ປີ, ເຊິ່ງພາລະກິດປະຕິວັດຂອງເພິ່ນ ລ້ວນແຕ່ຕິດພັນກັບພາລະກິດອັນສະຫງ່າອົງອາດຂອງພັກເຮົາ ທີ່ເປັນຜູ້   ຈັດຕັ້ງ ແລະນຳພາທຸກໄຊຊະນະຂອງການປະຕິວັດລາວ, ມື້ນີ້ ມະຫາວິທະຍາໄລແຫ່ງຊາດໄດ້ຈັດກອງປະຊຸມສຳມະນາວິທະຍາສາດຂື້ນ ຢ່າງເປັນໜ້າພາກພູມໃຈທີ່ສຸດ ເພື່ອລະນຶກເຖິງ ປະທານ ໄກສອນ ພົມວິຫານ  ຍືນຍົງໃນພາລະກິດປະຕິວັດຂອງພວກເຮົາຕະຫຼອດໄປ.
ພາຍຫຼັງປະເທດຊາດໄດ້ຮັບການສະຖາປະນາ ເປັນສາທາລະນະລັດປະຊາທິປະໄຕປະຊາຊົນລາວຂຶ້ນ ໃນວັນທີ 2 ທັນວາ 1975, ເພື່ອສືບຕໍ່ນໍາເອົາການປະຕິວັດຂອງປະເທດເຮົາ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ         ຕາມຈຸດໝາຍລວມ ທີ່ໄດ້ເລືອກເອົາໄວ້ແລ້ວນັ້ນ, ປະທານ ໄກສອນ ພົມວິຫານ ໄດ້ຊອກຄົ້ນຫາເສັ້ນທາງເດີນທີ່ແທດເໝາະກັບຈຸດພິເສດຂອງປະເທດ ດ້ວຍການເຮັດທົດລອງ, ຕໍ່ສູ້ແນວຄິດ, ກ້າເບິ່ງຄວາມຈິງ, ກ້າຍອມຮັບຄວາມບົກຜ່ອງ ແລະຜິດພາດ ເພື່ອເດັດດ່ຽວແກ້ໄຂວິທີການຄິດ ແລະການກະທຳທີ່ບໍ່ສອດຄ່ອງ, ໂດຍໝູນໃຊ້ຫຼັກມູນທິດສະດີມາກ- ເລນິນ ແລະບົດຮຽນຂອງບັນດາປະເທດຕ່າງໆ ຢ່າງກ້າຫານປະດິດສ້າງ ແລະ    ສະດຸ້ງໄວ. ອັນພົ້ນເດັ່ນທີ່ສຸດ ນັບແຕ່ປີ 1986 ເປັນຕົ້ນມາ, ເພິ່ນໄດ້ເປັນເຈົ້າການລິເລີ່ມວາງແນວທາງປ່ຽນແປງໃໝ່ຢ່າງສະຫຼາດສ່ອງໃສ ແລະເປັນວິທະຍາສາດ, ເຊິ່ງໃນນັ້ນ ອັນທີ່ກວມລວມກວ່າໝູ່ແມ່ນໄດ້ຮັບຮູ້ຄືນໃໝ່ ກ່ຽວກັບເສັ້ນທາງກ້າວຂື້ນສູ່ສັງຄົມນິຍົມໂດຍກົງຢູ່ປະເທດເຮົາ ປ່ຽນມາເປັນໄລຍະຂ້າມຜ່ານດ້ວຍຫຼາຍໆບາດກ້າວ ບົນເສັ້ນທາງແຫ່ງການບູລະນະລະບອບປະຊາທິປະໄຕປະຊາຊົນ, ສ້າງບັນດາປະຖົມປັດໄຈເພື່ອກ້າວຂຶ້ນສູ່ສັງຄົມນິຍົມເທື່ອລະກ້າວ.
ຈຸດໝາຍລວມຂອງການປະຕິວັດລາວໃນໄລຍະໃໝ່ ເພື່ອກ້າວຂື້ນບົນເສັ້ນທາງດັ່ງກ່າວ ແມ່ນ: ທຸກສິ່ງທຸກຢ່າງເພື່ອປົກປັກຮັກສາປະເທດຊາດ ແລະກໍ່ສ້າງສັງຄົມນິຍົມ, ທຸກສິ່ງທຸກຢ່າງເພື່ອຄວາມຢູ່ດີກິນດີ ແລະຄວາມສົມບູນພູນສຸກຂອງປະຊາຊົນບັນດາເຜົ່າ, ເຊິ່ງຕໍ່ມາກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກເຮົາ ໄດ້ກຳນົດ ສ້າງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ໃຫ້ເປັນປະເທດທີ່ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະສີວິໄລ. ອັນເປັນອຸດົມການສັງຄົມນິຍົມທີ່ມີການລົບລ້າງລະບອບກົດຂີ່ຂູດຮີດ, ມີຄວາມຍຸຕິທຳ ແລະສະເໝີພາບທາງສັງຄົມ ເພື່ອບັນລຸຈຸດໝາຍແຫ່ງການດຳລົງຢູ່ຮ່ວມກັນໃນສັງຄົມຢ່າງສົມບູນພູນສຸກ, ເຊິ່ງເປັນຄວາມມຸ້ງຫວັງ ແລະເປັນອາລິຍະທຳອັນສູງສົ່ງຂອງມວນມະນຸດ. ເປັນຈຸດໝາຍລວມ ທີ່ພັກ ແລະປະຊາຊົນເຮົາໄດ້ເລືອກເອົາໄວ້ແລ້ວ ເພື່ອສ້າງສັງຄົມທີ່ພວກເຮົາ   ມຸ້ງໜັ້ນຈະໄປເຖິງ, ນັ້ນແມ່ນສັງຄົມນິຍົມ.



*         ກຽມບົດນີ້ສະເພາະມອບໃຫ້ຄະນະ ມຊ ໃຊ້ປະໂຫຍດຕາມທາງຄວນ, ເນື່ອງໃນວັນເກີດ ຂອງປະທານ ໄກສອນ ພົມວິຫານ ຄົບຮອບ 95 ປີ.




ຫັນປ່ຽນຈາກເສັ້ນທາງກ້າວຂື້ນສູ່ສັງຄົມນິຍົມໂດຍກົງ ມາເປັນໄລຍະຂ້າມຜ່ານດ້ວຍຫຼາຍໆບາດກ້າວ
ບົນເສັ້ນທາງແຫ່ງການບູລະນະລະບອບປະຊາທິປະໄຕປະຊາຊົນ,
ສ້າງບັນດາປະຖົມປັດໄຈເພື່ອກ້າວຂື້ນສູ່ສັງຄົມນິຍົມເທື່ອກ້າວ
*      ໃນກອງປະຊຸມສຳມະນາວິທະຍາສາດຄັ້ງນີ້, ຂ້າພະເຈົ້າໄດ້ຮັບມອບໝາຍໃຫ້ລະນຶກເຖິງ: ແນວຄິດຂອງປະທານ ໄກສອນ ພົມວິຫານ ກ່ຽວກັບບາງບັນຫາດ້ານເສດຖະກິດ ແລະການເງິນ ໃນແນວທາງປ່ຽນແປງໃໝ່ຂອງພັກ, ໂດຍໄດ້ກັ່ນຈາກບົດລາຍງານຂອງເພິ່ນ ຕໍ່ກອງປະຊຸມສະໄໝສາມັນປະຈຳປີ 1988 ຂອງສະພາປະຊາຊົນສູງສຸດ ໃນວັນທີ 2 ກຸມພາ 1988 ແລະຈາກບົດຄວາມເຫັນຂອງເພິ່ນ ໃນກອງປະຊຸມການເງິນທົ່ວປະເທດ ຄັ້ງທີ I ໃນວັນທີ 20 ມີຖຸນາ 1990,ເຊິ່ງຕົນເອງກໍໄດ້ມີສ່ວນຊ່ວຍຄົ້ນຄວ້າທັງສອງບົດ ດັ່ງກ່າວ. ເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກ ໃຫ້ເຂົ້າສູ່ພາກປະຕິບັດຕົວຈິງ.
ຕັ້ງໃຈກັ່ນເອົາແກ່ນສານແນວຄວາມຄິດຂອງເພິ່ນ ທີ່ຍຶດໝັ້ນໃນ 6 ຫຼັກການຂອງການປ່ຽນແປງໃໝ່(*), ໂດຍຮັກສາໄວ້ເຄົ້າໂຄງຂອງເນື້ອໃນ, ຄວາມເຫັນ ແລະຄຳສັບທີ່ເພິ່ນໃຊ້ໃນສອງບົດ ກ່ຽວກັບນະໂຍບາຍໂຄງປະກອບເສດຖະກິດ ແລະນະໂຍບາຍການເງິນແຫ່ງຊາດ ທີ່ປະສານກົມກຽວກັບກົນໄກຄຸ້ມຄອງເສດຖະກິດໃໝ່, ເຊິ່ງສະແດງອອກໃນແນວທາງປ່ຽນແປງໃໝ່ດ້ານເສດຖະກິດຂອງພັກ ທີ່ເປັນທັດສະນະວິທະຍາສາດ ແລະ  ຕົວຈິງ ເພື່ອປູພື້ນໄປສູ່ການພັດທະນາເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມຢູ່ປະເທດເຮົາ. ທັງນີ້ກໍເພື່ອເຍືອງເບິ່ງການສືບຕໍ່ຜັນຂະຫຍາຍ ແລະນຳມາຈັດຕັ້ງປະຕິບັດຕົວຈິງ. ດັ່ງທີ່ມະຕິກອງປະຊຸມໃຫຍ່ຂອງພັກ ຄັ້ງທີ VII ໄດ້ກຳນົດວ່າ: ຖ້າພວກເຮົາດຳເນີນການປ່ຽນແປງໃໝ່ ເຮັດໃຫ້ເສດຖະກິດມີການເຕີບໂຕ, ໂດຍທີ່ພົນລະເມືອງຈຳນວນຫຼວງຫຼາຍຂອງສັງຄົມ ຍັງຖືກຕົກທຸກໄດ້ຍາກ, ຊີວິດການເປັນຢູ່ບໍ່ໄດ້ຮັບການປັບປຸງ, ອັນນີ້ແມ່ນຝືນກັບອຸດົມການຂອງພັກ ແລະເປັນສິ່ງທີ່ປະຊາຊົນເຮົາບໍ່ສາມາດຈະຮັບເອົາໄດ້ (ໜ້າ36).


ບົດລາຍງານກ່ຽວກັບນະໂຍບາຍໂຄງປະກອບເສດຖະກິດ



ຄວາມເຫັນກ່ຽວກັບນະໂຍບາຍການເງິນແຫ່ງຊາດ

 
























ຄືດັ່ງທີ່ຮູ້ນຳກັນແລ້ວວ່າ: ກ່ອນໜ້ານີ້ 30 ປີ ກອງປະຊຸມໃຫຍ່ຄັ້ງທີ IV ຂອງພັກ (ປີ 1986) ໄດ້ເປັນຂີດໝາຍແຫ່ງການກໍ່ຮ່າງສ້າງຕົວຂື້ນຂອງແນວທາງປ່ຽນແປງໃໝ່, ໂດຍລິເລີ່ມຈາກການປ່ຽນແປງໃໝ່ຈິນຕະນາການທາງດ້ານເສດຖະກິດ, ຈຶ່ງມີການປ່ຽນແປງໃໝ່ຢ່າງຮອບດ້ານ ແລະມີຫຼັກການຂອງພັກເຮົາ.

    ແນວຄິດປ່ຽນແປງໃໝ່ດ້ານເສດຖະກິດ ແມ່ນເລີ່ມຈາກການຮັບຮູ້ເຖິງຄວາມຈໍາເປັນ ໃນການຫັນປ່ຽນຈາກພື້ນຖານເສດຖະກິດທຳມະຊາດ, ກຸ້ມຕົນເອງພໍໃຜພໍລາວ ໄປສູ່ເສດຖະກິດຜະລິດສິນຄ້າ, ໂດຍຖືເອົາການຄ້າເປັນຕ່ອງໂສ້ຕົ້ນຕໍ ໃນຂະບວນການຜະລິດສຳເປີດກວ້າງ. ຈາກແນວຄິດນີ້ເອງ ຈຶ່ງໄດ້ນຳໄປສູ່ການເປີດກວ້າງການຈໍລະຈອນສິນຄ້າຢ່າງເສລີຖືກກົດໝາຍ ແລະນໍາໃຊ້ການພົວພັນສິນຄ້າ-ເງິນຕາເພື່ອຊຸກຍູ້ການຜະລິດໃຫ້ຂະຫຍາຍຕົວ, ຕາມມາດ້ວຍການດັດແປງກົນໄກແຜນການແບບລວມສູນ ບໍລິຫານເກື້ອກູນແບບລາມປາມ ໄປສູ່ກົນໄກຕະຫຼາດ(*)ທີ່ມີການໄລ່ລຽງທຸລະກິດຢ່າງຂາດຕົວ, ໂດຍມອບສິດເປັນເຈົ້າຕົນເອງທາງດ້ານການເງິນ ໃຫ້ແກ່ບັນດາຫົວໜ່ວຍເສດຖະກິດຮາກຖານ. ນັ້ນແມ່ນບາດກ້າວທຳອິດ ທີ່ເປັນຕົ້ນກຳເນີດຂອງຂະບວນການປ່ຽນແປງໃໝ່ດ້ານເສດຖະກິດຢູ່ປະເທດເຮົາ.

      ຈາກຈຸດເລີ່ມດັ່ງກ່າວ ກໍຍັງບໍ່ສາມາດຫັນແນວທາງໄປສູ່ການຈັດຕັ້ງປະຕິບັດໄດ້ ຍ້ອນຍັງຂາດນະໂຍບາຍ ແລະກົນໄກທີ່ສອດຄ່ອງ, ຈຶ່ງໄດ້ເລັ່ງທວງໃຫ້ມີການຄົ້ນຄວ້າ ເພື່ອກຳນົດນະໂຍບາຍຫັນປ່ຽນໂຄງປະກອບເສດຖະກິດ ທີ່ເປັນເນື້ອໃນພື້ນຖານຂອງແນວທາງປ່ຽນແປງໃໝ່. ອັນປະກອບດ້ວຍ: ໂຄງປະກອບບັນດາຂະແໜງເສດຖະກິດ, ໂຄງປະກອບບັນດາພາກສ່ວນເສດຖະກິດ ແລະໂຄງປະກອບບັນດາການພົວພັນເສດຖະກິດກັບຕ່າງປະເທດ. ທັງສາມໂຄງປະກອບນີ້ ມີການພົວພັນ ແລະກະທົບເຊິ່ງກັນແລະກັນແບບກາຍ ອິນຊີ ແລະສະແດງອອກເຖິງຄວາມສອດຄ່ອງກົມກຽວ ລະຫວ່າງການສ້າງການພົວພັນການຜະລິດໃໝ່     ແຕ່ລະດັບຕໍ່າຫາສູງ ໃຫ້ສົມຄູ່ກັບລະດັບການຂະຫຍາຍຕົວຂອງກຳລັງການຜະລິດ. ເພາະການຄົງຕົວຢ່າງພາວະວິໄສຂອງຫຼາຍພາກສ່ວນເສດຖະກິດ ( ການພົວພັນການຜະລິດ ຫຼືການພົວພັນກຳມະສິດຫຼາຍລະດັບ) ນັ້ນ ຖືກກຳນົດໂດຍລະດັບຂະຫຍາຍຕົວ ທີ່ແຕກຕ່າງກັນຂອງກຳລັງການຜະລິດ, ຈຶ່ງບໍ່ອາດຟ້າວຟັ່ງໃຊ້ຄຳສັ່ງບໍລິຫານ ເພື່ອລົບລ້າງບັນດາພາກສ່ວນເສດຖະກິດທີ່ບໍ່ເປັນສັງຄົມນິຍົມ.








(*)ໃນເວລານັ້ນ, ເພິ່ນກໍຍັງລະມັດລະວັງໃຊ້ຄຳວ່າ ເສດຖະກິດຕະຫຼາດ, ພຽງແຕ່ຮັບຮູ້ກົນໄກຕະຫຼາດ ແລະເສດຖະກິດສິນຄ້າ.
ຢາກປະຕິບັດນະໂຍບາຍຫັນປ່ຽນໂຄງປະກອບເສດຖະກິດໃຫ້ບັນລຸຜົນໄດ້ ກໍຕ້ອງດັດແປງກົນໄກຄຸ້ມຄອງເສດຖະກິດ ໃຫ້ໄປສູ່ກົນໄກຕະຫຼາດ ທີ່ມີການດັດສົມຂອງລັດຢ່າງເປັນລະບົບຄົບຊຸດ. ຜ່ານການຖອດຖອນບົດຮຽນມາໄລຍະໜຶ່ງ, ພັກຈຶ່ງໄດ້ຢືນຢັນແນວທາງການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມໃຫ້ສົມບູນຍິ່ງໆຂື້ນ, ໂດຍຖືເປັນຮູບຖານເສດຖະກິດແບບກວມລວມຂອງລະບອບປະຊາທິປະໄຕປະຊາຊົນລາວ ໃນຕະຫຼອດໄລຍະຂ້າມຜ່ານກ້າວຂື້ນສູ່ສັງຄົມນິຍົມ.
ໃນຂະນະດຽວກັນ, ຖ້າບໍ່ຫັນປ່ຽນຈາກໂຄງປະກອບເສດຖະກິດກຸ້ມຕົນເອງພໍໃຜພໍລາວໄປສູ່ເສດຖະກິດຜະລິດສິນຄ້າ ກໍຈະບໍ່ສາມາດດັດແປງກົນໄກຄຸ້ມຄອງເສດຖະກິດ ຈາກກົນໄກແຜນການແບບລວມສູນ ບໍລິຫານ​​ເກື້ອກູນ ໄປສູ່ກົນ​​ໄກຕະຫຼາດທີ່ມີການໄລ່ລຽງທຸລະກິດໄດ້. ພຶດຕິກຳຕົວຈິງໄດ້ພິສູດໃຫ້ເຫັນວ່າ ກົນ​​ໄກຄຸ້ມຄອງເສດຖະກິດໃໝ່ໄດ້ສົ່ງຜົນກະທົບຢ່າງຕັ້ງໜ້າໃສ່ການຫັນປ່ຽນໂຄງປະກອບເສດຖະກິດ. ​ໃນໄລຍະທຳອິດແຫ່ງການສ້າງສາພັດທະນາປະເທດຊາດ, ການປະຕິບັດນະໂຍບາຍໂຄງປະກອບເສດຖະກິດ ທີ່ມີ​​ແຕ່ພາກສວ່ນເສດຖະກິດຂອງລັດແລະ ລວມໝູ່, ​​ໂດຍຈຳກັດພາກສວ່ນເສດຖະກິດອື່ນແລະນໍາໃຊ້ກົນໄກແຜນການແບບລວມສູນ ບໍລິຫານເກື້ອກູນນັ້ນ, ​ໄດ້ເຮັດໃຫ້ການຜະລິດຕົກຢູ່ໃນສະພາວະຝືດເຄືອງ ແລະເສດຖະກິດຂະຫຍາຍຕົວຊັກຊັາ, ເຊິ່ງເປັນສາຍເຫດໃຫ້ນໍາໄປສູ່ການຫັນປ່ຽນໂຄງປະກອບເສດຖະກິດແລະກົນ​​ໄກຄຸ້ມຄອງເສດຖະກິດໃໝ່ (New Economic Mechanism : NEM).
ນະໂຍບາຍຫັນປ່ຽນໂຄງປະກອບເສດຖະກິດ ຕ້ອງ​​ດຳເນີນໄປທັງສາມໂຄງປະກອບພ້ອມໆກັນ ຄື:

ໜຶ່ງ: ​ໂຄງປະກອບເສດຖະກິດ ກະສີກຳ-ປ່າ​​ໄມ້ໃຫ້ຕິດພັນກັບການຂະຫຍາຍອຸດສາຫະກຳແລະການບໍລິການແຕ່ຫົວທີໂລດ.ເຖິງວ່າກະສິກໍາ-ປ່າໄມ້ ເປັນທ່າແຮງທຳມະຊາດຂອງປະເທດເຮົາ, ​ແຕ່ກະສິກຳ-ປ່າໄມ້ດ້ວຍມັນເອງ ບໍ່ສາມາດຂະຫຍາຍຕົວເປັນການຜະລິດສິນຄ້າຂະໜາດໃຫ່ຍໄດ້ ຖ້າບໍ່ມີການກະທົບຈາກອຸດສາຫະກຳແລະການບໍລິການຢ່າເປັນລະບົບ. ໃນນັ້ນລະບົບການບໍລິການ ມີບົດບາດຕັດສິນໃນການປະກອບໂຄງລ່າງຟື້ນຖານ, ພ້ອມທັງສະໜອງວັດຖຸ-ເຕັກນິກ​ ​ແລະນໍາໃຊ້ຜົນສຳເລັດທາງດ້ານວິທະຍາສາດ-ເຕັກໂນໂລຊີທີ່ທັນສະໃໝ, ​ໂດຍຖືເອົາການຄ້າ, ການບໍລິການດ້ານທະນາຄານ, ນະໂຍບາຍດ້ານການເງິນ-ການລົງທຶນ​​ ເປັນເຄື່ອງມືຊຸກດັນອັນເຂັ້ມແຂງ ເພື່ອຫັນປ່ຽນໂຄງປະກອບເສດຖະກິດໃຫ້ໄປສູ່ເສດຖະກິດຜະລິດສິນຄ້າ ຂອງທັງໝົດລະບົບເສດຖະກິດໃນທົ່ວປະເທດ ຢ່າງມີປະສິດທິພາບສູງ​​ໂດຍໄວ.







ສອງ: ຫັນປ່ຽນໂຄງປະກອບ​​ບັນດາພາກສວ່ນເສດຖະກິດ, ໂດຍເລີ່ມຈາກຄອບຄົວຂອງຊາວກະສິກອນ. ຢາກຂະຫຍາຍກຳລັງການຜະະກິດເພື່ອຫັນປ່ຽນໂຄງປະກອບເສດຖະກິດກະສິກຳ-ປ່າໄມ້ ໃຫ້ຕິດພັນກັບການຂະຫຍາຍອຸດສາຫະກຳແລະ ການບໍລິການ ແຕ່ຫົວທີນັ້ນ, ຕ້ອງນໍາໃຊ້ທຸກພາກສວ່ນເສດຖະກິດຢ່າງສະເໜີພາບຕໍ່ໜ້າກົດໝາຍ ໃຫ້ດຳເນີນການຜະລິດທຸລະກິດ,ໂດຍເລີ່ມຈາກການຂະຫຍາຍເສດຖະກິດຄອບຄົວຂອງຊາວກະສິກອນ. ລັດປະຕິບັດນະໂຍບາຍມອບດິນ ມອບປ່າໃຫ້ປະຊາຊົນ, ​ໂດຍມອບສິດນໍາໃຊ້ຢ່າງຍາວນານ, ນັບທັງການສືບມູນແລະໂອນສິດນໍາໃຊ້ອີກດ້ວຍ, (ອີງໃສ່ປະຊາຊົນ ແລະຖືປະຊາຊົນເປັນກົກ).
ສຳລັບດິນຫຼວງທີ່ລັດເປັນຜູ້ຄຸ້ມຄອງ ກໍມອບເໝົາໃຫ້ບັນດາຫົວໜວ່ຍເສດຖະກິດ ດຳເນີນການຜະລິດທຸລະກິດ ບົນຟື້ນຖານຂໍ້ຜູກພັນມອບເໝົາຕາມຜະລິດຕະພັນ (*). ເພື່ອຂະຫຍາຍເສດຖະກິດຮ່ວມມືຂອງປະຊາຊົນ, ລັດສົ່ງເສີມການສ້າງຕັ້ງສະຫະກອນກະເສດ ຕາມຫຼັກການປະກອບຮຸ້ນນຳກັນ ເປັນຫົວໜວ່ຍການຜະລິດທີ່ມີຖານະນິຕິບຸກຄົນແລະແບ່ງປັນຜົນກຳໄລ ຕາມການປະກອບຮຸ້ນ. ການເຄື່ອນໄຫວທຸລະກິດຂອງສະຫະກອນກະເສດ ຍັງຕ້ອງຕິດພັນກັບເສດຖະກິດຄອບຄົວຂອງຊາວກະສິກອນ, ໂດຍຜ່ານການບໍລິການ    ສອງສົ້ນ ຕາມກົນ​​ໄກມອບເໝົາ ທີ່ມີການໄລ່ລຽງທຸລະກິດນຳກັນ.

ທັງໝົດກໍເພື່ອປຸກລະດົມດ້ວຍມາດຕະການ ແລະວິທີເສດຖະກິດໃຫ້ຊາວກະສິກອນທີ່ເປັນປະຊາກອນສ່ວນຫຼວງຫຼາຍຂອງປະເທດ ໃຫ້ເດີນເຂົ້າສູ່ການເພີ່ມພູນຊັບສິນແລະທຶນຮອນ ໃນການເສີມສ້າງຄວາມຮັ່ງມີໃຫ້ແກ່ຕົນເອງແລະປະເທດຊາດ, ແນໃສ່ກະຈາຍລາຍໄດ້ໃຫ້ແກ່ປະຊາຊົນເພື່ອແກ້ໄຂຄວາມທຸກຍາກຢ່າງທົ່ວເຖິງ ແລະເປັນທຳ, ໂດຍເລີ່ມຈາກການຈັດສັນບັນດາປັດໄຈການຜະລິດຕົ້ນຕໍ, ອັນມີທີ່ດິນ, ປ່າໄມ້ ແລະຊັບພະຍາກອນທຳມະຊາດອື່ນໆ ໃຫ້ປະຊາຊົນເປັນເຈົ້າຂອງຢ່າງສົມເຫດສົມຜົນ ເພື່ອດຳເນີນການຜະລິດ  ທຸລະກິດຂອງຕົນ ຕາມທິດນຳທີ່ວ່າ: ພັກນຳພາ, ລັດຄຸ້ມຄອງ ແລະປະຊາຊົນເປັນເຈົ້າ.








(ແຜນພາບສະທ້ອນຈາກຜູ້ຄົ້ນຄວ້າ)ຄົ້ນຄວ້າ

 


(*) ເປັນແກ່ນສານຂອງແຜນນະໂຍບາຍ ຫັນຊັບສິນເປັນທຶນ ໃນມະຕິກອງປະຊຸມໃຫຍ່ຂອງພັກ ຄັ້ງທີ VIII (ປີ 2006), ໜ້າ 54, ເຊິ່ງໃນໂລກປະຈຸບັນ ພວມປະຕິບັດຢ່າງແຜ່ຫຼາຍໃນຮູບການ ສັນຍາແບ່ງປັນຜົນຜະລິດ: Production Sharing Agreement (PSA)”, ໂດຍຖືເປັນໜຶ່ງໃນທາງອອກຂອງເສດຖະກິດລາວ. 
ພ້ອມນັ້ນ, ລັດກໍຍັງສົ່ງເສີມການນໍາໃຊ້ບັນດາຮູບການທຶນນິຍົມແຫ່ງລັດ ດ້ວຍການສ້າງຕັ້ງບໍລິສັດຮຸ້ນສວ່ນລະຫວ່າງລັດກັບເອກະຊົນພາຍໃນແລະຕ່າງປະເທດເພື່ອຂຸດຄົ້ນບັນດາທ່າ​​ແຮງບົ່ມຊ້ອນແລະທ່າແຮງໄດ້ປຽບຂອງປະເທດເຮົາ. ການຫັນເປັນລະບົບບໍລິສັດຮຸ້ນສ່ວນ ຈະເສີມຂະຫຍາຍໄດ້ທຸກກຳລັງແຮງສັງລວມຂອງຊາດ ສົມທົບກັບການນຳໃຊ້ກຳລັງແຮງຂອງສາກົນ ເພື່ອເສີມສ້າງການສະສົມທຶນໃຫ້ແກ່ການເລັ່ງລັດພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ດ້ວຍຈິດໃຈເພິ່ງຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໄດ້ຢ່າງແທ້ຈິງ ເປັນການນຳໃຊ້ຮູບການຮຸ້ນສ່ວນລັດ-ເອກະຊົນ ທີ່ລັດຖືຮຸ້ນສ່ວນໃຫຍ່ ຫຼືແບບຄອບງໍາ (*).
ສາມ: ຫັນປ່ຽນໂຄງປະກອບບັນດາການພົວພັນເສດຖະກິດກັບຕ່າງປະເທດ, ໂດຍຫັນປ່ຽນຈາກການເພິ່ງພາແຕ່ແຫຼ່ງທຶນຊ່ວຍເຫຼືອ-ກູ້ຢືມຈາກຕ່າງປະເທດເປັນຕົ້ນຕໍ ໄປສູ່ການຮ່ວມສຳພັນທຸລະກິດກັບບັນດາບໍລິສັດ ແລະສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດ, ພ້ອມທັງຂະຫຍາຍການຄ້າກັບຕ່າງປະເທດ        ດ້ວຍຈິດໃຈເປັນເອກະລາດ ເປັນເຈົ້າຕົນເອງ ບົນຫຼັກການແຫ່ງຄວາມສະເໜີພາບ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ. ທັງນີ້ ກໍເພື່ອເຮັດໃຫ້ປະເທດເຮົາເປັນເຈົ້າການບຸກບືນຂື້ນ ແລະເຊື່ອມຕົວເຂົ້າກັບຕະຫຼາດໂລກ, ແນໃສ່ດຶງດູດເອົາທຶນຮອນ, ຄວາມກ້າວໜ້າທາງດ້ານວິທະຍາສາດ-​ເຕັກໂນໂລຍີໃໝ່ແລະການຄຸ້ມຄອງທີ່ທັນສະໃໝຈາກບັນດາປະເທດຕ່າງໆ ເພື່ອເປັນກຳລັງແຮງເສີມເຂົ້າໃສ່ການຫັນປ່ຽນໂຄງປະກອບເສດຖະກິດ.
ເພື່ອຈັດຕັ້ງການຫັນປ່ຽນໂຄງປະກອບເສດຖະກິດໃຫ້ບັນລຸຜົນໄດ້ ຕ້ອງດັດແປງໄປສູ່ກົນໄກເສດຖະກິດ ໃໝ່ ເພື່ອເປັນເຄື່ອງມືຂອງລັດໃນການດັດສົມເສດຖະກິດ ໃຫ້ໄປຕາມທິດຜະລິດສິນຄ້າ.
ກົນໄກຄຸ້ມຄອງເສດຖະກິດໃໝ່ໄດ້ຮັບການສ້າງຂື້ນ ໂດຍຕິດພັນຢ່າງສະໜິດແໜ້ນກັບນະໂຍບາຍຫັນປ່ຽນທັງສາມໂຄງປະກອບເສດຖະກິດຢ່າງເປັນລະບົບ, ພາໄປເຖິງການສ້າງແລະຂະຫຍາຍໂຄງປະກອບເສດຖະກິດໃໝ່, ຂະຫຍາຍກຳລັງການຜະລິດເພື່ອຊຸກຍູ້ການຜະລິດ ແລະການຈໍລະຈອນສິນຄ້າຢ່າງແຂງແຮງຕາມກົນໄກຕະຫຼາດທີ່ມີການໄລ່ລຽງທຸລະກິດ. ກົນໄກໃໝ່ຕ້ອງຮັບປະກັນໃຫ້ໄດ້ສາມຜົນປະໂຫຍດຢ່າງກົມກຽວ ຄື: ຜົນປະໂຫຍດຂອງລັດ, ຂອງລວມໝູ່ ແລະຂອງສ່ວນບຸກຄົນຜູ້ອອກແຮງງານ, ຖືເອົາຜົນປະໂຫຍດຂອງສ່ວນບຸກຄົນຜູ້ອອກແຮງງານເປັນຈຸດເລີ່ມ ແລະເປັນກຳລັງໜູນໂດຍກົງ. ເພາະກົນໄກໃໝ່ ໃຫ້ຄວາມສຳຄັນ ປັດໄຈຄົນ, ອີງໃສ່ການພັດທະນາຄົນ ແລະຮັບໃຊ້ຜົນປະໂຫຍດຂອງຄົນໃນຊາດ.
-   ຢາກດັດແປງໄປສູ່ກົນໄກຄຸ້ມຄອງເສດຖະກິດໃໝ່ ຕ້ອງສຸມໃສ່ໜ້າທີ່ພື້ນຖານສີ່ປະການ ຄື:
+        ຫັນໄປສູ່ການນຳໃຊ້ການພົວພັນສິນຄ້າ-ເງິນຕາຢ່າງຄົບຖ້ວນ ແລະຖືກຕ້ອງ.
+        ຕັ້ງໜ້າຫັນບັນດາຫົວໜ່ວຍເສດຖະກິດຮາກຖານ ໄປສູ່ກົນໄກໄລ່ລຽງທຸລະກິດຢ່າງຂາດຕົວ.
+        ດັດແປງການຄຸ້ມຄອງຂອງລັດທາງດ້ານເສດຖະກິດ ດ້ວຍການນຳໃຊ້ມາດຕະການ ແລະວິທີເສດຖະກິດເປັນຕົ້ນຕໍ ບົນພື້ນຖານແຫ່ງການຮັບຮູ້ ແລະໝູນໃຊ້ບັນດາກົດເກນພາວະວິໃສດ້ານເສດຖະກິດຢ່າງຖືກຕ້ອງ ແລະເປັນລະບົບຄົບຊຸດ.

+       
ດັດແປງກົນໄກຄຸ້ມຄອງການເງິນ-ທະນາຄານ ແລະການຄ້າໄປສູ່ກົນໄກຕະຫຼາດມີການໄລ່ລຽງທຸລະກິດຢ່າງແທ້ຈິງ.
(*)ໃນເວລານັ້ນ, ເພິ່ນໄດ້ຊີ້ນຳຕົວຈິງໃນການສ້າງຕັ້ງບໍລິສັດຮຸ້ນສ່ວນ ບໍລິສັດໄຟຟ້ານ້ໍາເທີນຫີນບູນ, ເປັນຕົວແບບໜຶ່ງດຽວໃນປະເທດເຮົາ ທີ່ລັດ   ຖືຮຸ້ນ 60% ໃນການນຳໃຊ້ທ່າແຮງດ້ານຊັບພະຍາກອນທຳມະຊາດຂອງປະເທດ ທີ່ໄດ້ຫັນເປັນຊັບສິນເພື່ອຕີມູນຄ່າເປັນຮຸ້ນຂອງລັດ, ໂດຍໄດ້ເອົາການໄລ່ລຽງປະສິດທິຜົນຂອງໂຄງການ ໄປຄໍ້າປະກັນເງິນກູ້ຂອງໂຄງການ, (ເອກະຊົນຕ່າງປະເທດ ກໍເຮັດວິທີດຽວກັນນີ້).
-   ຢາກຈັດຕັ້ງປະຕິບັດໄດ້ດີ ຕ້ອງມີຈິນຕະນາການໃໝ່ທາງດ້ານເສດຖະກິດ, ໂດຍສຸມໃສ່ກໍ່ສ້າງຮາກຖານການຜະລິດທຸລະກິດ (ຜູ້ປະກອບການ) ໃຫ້ເຂັ້ມແຂງ ທີ່ເປັນເປົ້າໝາຍຫຼັກຂອງແນວທາງປ່ຽນແປງໃໝ່. ດ້ວຍເຫດນັ້ນ, ຈຶ່ງຕ້ອງເຊີດຊູຄວາມສັກສິດຂອງກົງຈັກຄຸ້ມຄອງລັດຂັ້ນຕ່າງໆ, ພ້ອມທັງດັດແປງຖັນແຖວພະນັກງານ ແລະແບບແຜນວິທີເຮັດວຽກ ຕາມຫຼັກການລວມສູນປະຊາທິປະໄຕ ດ້ວຍການນຳໃຊ້ບັນດານະໂຍບາຍເສດຖະກິດ-ການເງິນ ແລະການຄ້າ ທີ່ຫັນເປັນລະບຽບກົດໝາຍຢ່າງເປັນລະບົບຄົບຊຸດ ຕາມກົນໄກຕະຫຼາດທີ່ມີການໄລ່ລຽງທຸລະກິດ, ບໍ່ແມ່ນນຳໃຊ້ກົດຄຳສັ່ງອີກຕໍ່ໄປ ເພື່ອຂະຫຍາຍການຜະລິດທຸລະກິດຂອງທຸກພາກສ່ວນເສດຖະກິດ. ເພິ່ນກ່າວວ່າ: ການຄຸ້ມຄອງສັງຄົມ ເປັນການຄຸ້ມຄອງຮ່າງກາຍທີ່ມີຊີວິດ, ທີ່ເຄື່ອນເໜັງ ແລະຂະຫຍາຍຕົວຕາມກົດເກນພາວະວິໄສ, ດ້ວຍເຫດນັ້ນ ພວກເຮົາຈຶ່ງບໍ່ອາດຄຸ້ມຄອງສັງຄົມຕາມໃຈມັກອັດຕະວິໄສຂອງພວກເຮົາ, ຫາກຕ້ອງຮັບຮູ້ ແລະໝູນໃຊ້ບັນດາກົດເກນພາວະວິໄສຢ່າງຖືກຕ້ອງ.

ບັນຫາທີ 2 : ກ່ຽວກັບນະໂຍບາຍການເງິນແຫ່ງຊາດ ໃນໄລຍະໃໝ່ຂອງການປະຕິວັດລາວ (*)
ການປ່ຽນແປງໃໝ່ກົນໄກເສດຖະກິດຢູ່ປະເທດເຮົາ ໄດ້ມີຄວາມຄືບໜ້າອັນສໍາຄັນ, ນັ້ນເປັນສິ່ງທີ່ ພວກເຮົາຄວນຢືນຢັນ. ເຖິງຢ່າງໃດ ກໍຍັງມີຈຸດອ່ອນ ແລະ ຂໍ້ຂາດຕົກບົກຜ່ອງຈໍານວນໜຶ່ງ ທີ່ຈະຕ້ອງໄດ້ຮັບການແກ້ໄຂຢ່າງຮີບດ່ວນ, ດ້ວຍການຄົ້ນຄວ້າວາງ ແລະ ປະຕິບັດນະໂຍບາຍການເງິນແຫ່ງຊາດ ເພື່ອສະໜັບສະໜູນການປະຕິບັດນະໂຍບາຍຫັນປ່ຽນໂຄງປະກອບເສດຖະກິດ.
-     ລະບົບການເງິນແຫ່ງຊາດປະກອບດ້ວຍ : ການເງິນແຫ່ງລັດ, ການເງິນວິສາຫະກິດ ແລະ ການເງິນຂອງປະຊາຊົນ. ຍ້ອນແນວນັ້ນ ນະໂຍບາຍການເງິນແຫ່ງຊາດ ແມ່ນລະບົບນະໂຍບາຍ, ມາດຕະການ ແລະ ເຄື່ອງມືທາງການເງິນ ແລະເງິນຕາຂອງລັດ ທີ່ເປັນຫົວສະໝອງຂອງລະບົບການເງິນແຫ່ງຊາດ, ເຊິ່ງກະທົບໃສ່ຂະບວນວິວັດແຫ່ງການກໍາເນີດເກີດຂຶ້ນ ແລະ ເຄື່ອນເໜັງຂອງບັນດາສ່ວນປະກອບຂອງການເງິນແຫ່ງຊາດ ເພື່ອເຮັດໃຫ້ສາຍພົວພັນແບບກາຍອິນຊີ ລະຫວ່າງແຫຼ່ງການເງິນແຫ່ງລັດ ກັບແຫຼ່ງການເງິນວິສາຫະກິດ ແລະ   ການເງິນຂອງປະຊາຊົນ ສ້າງໄດ້ແຫຼ່ງທຶນລວມ ແລະການສະສົມທຶນໃໝ່ພາຍໃນປະເທດເພີ່ມທະວີຂື້ນຢ່າງ   ບໍ່ບົກແຫ້ງຈັກເທື່ອ. ຢາກເຮັດໄດ້ຄືແນວນັ້ນ ຕ້ອງເຮັດໃຫ້ແຫຼ່ງການເງິນຕ່າງໆມີເຈົ້າຂອງທີ່ແທ້ຈິງ, ໂດຍຕິດພັນກັບຜົນປະໂຫຍດ ແລະຄວາມຮັບຜິດຊອບຂອງເຂົາເຈົ້າເອງ. ການເງິນວິສາຫະກິດ ແລະການເງິນຂອງປະຊາຊົນຍິ່ງຂະຫຍາຍຕົວເທົ່າໃດ ກໍຍິ່ງເຮັດໃຫ້ການເງິນແຫ່ງລັດຂະຫຽາຍຕົວເທົ່ານັ້ນ, ແນໃສ່ໃຫ້ການປະຕິບັດຍຸດທະສາດແຫ່ງການພັດທະນາເສດຖະກິດ-ສັງຄົມຂອງປະເທດ ບັນລຸໄດ້ບັນດາເປົ້າໝາຍທີ່ກຳນົດໄວ້.
-       ນະໂຍບາຍການເງິນແຫ່ງລັດ ທີ່ມີລະບົບນະໂຍບາຍກ່ຽວກັບລາຍຮັບ-ລາຍຈ່າຍ ແລະ ໜີ້ສິນຂອງລັດ, ເຊິ່ງເປັນເຄື່ອງມືດັດສົມຂອງລັດທີ່ສໍາຄັນໃນການກໍານົດທິດທາງ, ບາດກ້າວເດີນ ແລະເປົ້າໝາຍໃຫ້ແກ່ການດໍາເນີນທຸລະກິດຂອງບັນດາຫົວໜ່ວຍເສດຖະກິດຮາກຖານ. ໂດຍນໍາໃຊ້ວິທີການຕ່າງໆທາງງົບປະມານແຫ່ງລັດ ທີ່ເປັນກະດູກສັນຫຼັງຂອງລະບົບການເງິນແຫ່ງຊາດ ໃຫ້ເປັນເຄື່ອງມືດັດສົມຂອງລັດ ແລະເປັນຕົວ  ກະຕຸ້ນການຂະຫຍາຍຕົວຂອງພາກການຜະລິດທຸລະກິດ, ເຊັ່ນ: ມີການປ່ຽນແປງການໃຊ້ຈ່າຍຂອງລັດ ເພື່ອດັດສົມຜົນປະໂຫຍດຂອງກຸ່ມຄົນໃນສັງຄົມຢ່າງສົມເຫດສົມຜົນ (ໃນເບື້ອງຕົ້ນ, ໄດ້ມີການປ່ຽນແປງການໃຊ້ຈ່າຍຂອງລັດ ດ້ວຍວິທີບໍລິຫານການລົງທຶນຂອງລັດຢ່າງມີປະສິດທິພາບ, ໂດຍຫຼຸດມູນຄ່າການລົງທຶນຂອງລັດລົງໄດ້ເພື່ອໄປເພີ່ມເງິນເດືອນໃຫ້ພະນັກງານຂອງລັດ), ພ້ອມທັງມີການປ່ຽນແປງແຫຼ່ງ ແລະ ວິທີຈັດຫາລາຍຮັບ, ການປ່ຽນແປງອັດຕາພາສີ-ອາກອນ ແລະ ເຄື່ອງມືອື່ນໆ ເພື່ອແຈກຢາຍລາຍໄດ້ ແລະໂອກາດໃນການພັດທະນາຢ່າງເປັນທຳ ແລະທົ່ວເຖິງ.
      ທັງໝົດກໍເພື່ອບັນລຸການຈັດສັນບັນດາປັດໄຈການຜະລິດລະຫວ່າງພາກລັດ, ພາກທຸລະກິດ ແລະພາກປະຊາຊົນ ຢ່າງມີປະສິດທິພາບສູງສຸດທາງດ້ານເສດຖະກິດ-ສັງຄົມ, ພ້ອມທັງສົ່ງເສີມການກະຈາຍລາຍໄດ້ ແລະ ແຈກຢາຍຄືນໃໝ່ລາຍໄດ້ແຫ່ງຊາດ, ສົ່ງເສີມການເຕີບໂຕທາງດ້ານເສດຖະກິດ ເພື່ອການສະສົມທຶນພາຍໃນປະເທດ ແລະເພື່ອຮັກສາສະຖຽນສະພາບ ທາງດ້ານເສດຖະກິດມະຫາພາກຂອງປະເທດໃຫ້ໝັ້ນທ່ຽງ.



(*)ເນື້ອແທ້ ກໍແມ່ນຫຼັກການບໍລິຫານນະໂຍບາຍເສດຖະກິດມະຫາພາກ ໃນເງື່ອນໄຂຈຸດເລີ່ມຕົ້ນຂອງປະເທດເຮົານັ້ນເອງ: Principles              of Macroeconomic Policy Management.
- ຖ້າຢາກປະຕິບັດນະໂຍບາຍການເງິນແຫ່ງລັດໄດ້ຄືດັ່ງກ່າວ, ຕ້ອງຫັນປ່ຽນໄປສູ່ການເງິນແບບເປີດຈາກການເງິນຂອງລັດແບບລະດົມ, ເບີກຈ່າຍ ແລະມອບຮັບທີ່ໄດ້ເຮັດໃຫ້ການເງິນແຫ່ງຊາດອ່ອນແອ    ຢູ່ແລ້ວຍິ່ງປ່ວຍໂຊຕື່ມ, ສະພາວະງົບປະມານມີຄວາມເຄັ່ງຕຶງຕະຫຼອດມາ, ລາຍຮັບບໍ່ພໍຈ່າຍ, ມີໜີ້ສິນຄຸມເຄືອແກ່ຍາວ ແລະ ເພີ່ມຂຶ້ນ. ພ້ອມນັ້ນ, ກໍຕ້ອງແກ້ໄຂກົນໄກແບ່ງຂັ້ນຄຸ້ມຄອງງົບປະມານແຫ່ງລັດ ທີ່ເປັນການເງິນລວມສູນຂອງລັດ ໃຫ້ທະລຸລົ່ງແຕ່ສູນກາງລົງຮອດທ້ອງຖິ່ນ ແລະຮາກຖານ, ເຊິ່ງໃນຕົວຈິງຍັງມີຂໍ້ຂັດແຍ່ງຊໍາເຮື້ອ ລະຫວ່າງການນໍາໃຊ້ຫຼັກການການເງິນລວມສູນເປັນເອກະພາບຂັ້ນສູນກາງ ແລະ ການນໍາໃຊ້  ຕົວແບບດຸ່ນດ່ຽງງົບປະມານດ້ວຍຕົນເອງຂອງທ້ອງຖິ່ນ ຕາມແບບການເງິນບໍ່ລວມສູນຂອງຫົວໜ່ວຍ    ທຸລະກິດ, ໂດຍຫັນປ່ຽນໄປສູ່ການເງິນແບບເປີດທີ່ຕ່າງກັບການເງິນແບບເກື້ອກູນ ໃນປະຈຸບັນ.
ກົນໄກການເງິນ ເປີດ ແມ່ນຖືປະສິດທິຜົນເປັນປັດໃຈຕັດສິນ ແລະໄດ້ຮັບການປະຕິບັດບົນພື້ນຖານການປ່ຽແປງໃໝ່ຄວາມເຂົ້າໃຈ ກ່ຽວກັບການດຸ່ນດ່ຽງລາຍຮັບ-ລາຍຈ່າຍງົບປະມານຂອງລັດ, ຄືຕ້ອງຈ່າຍເພື່ອການສະສົມທຶນ ແລະຂະຫຍາຍແຫຼ່ງລາຍຮັບຂອງລັດ. ເມື່ອທຽບກັບງົບປະມານທີ່ສົມດຸນ ຫຼືຮັບເກີນ(ເກີນດຸນ), ການຮັກສາລາຍຈ່າຍງົບປະມານເກີນລາຍຮັບ (ຂາດດຸນ) ທີ່ມີແຫຼ່ງດຸ່ນດ່ຽນຢ່າງເໝາະສົມ ກໍບໍ່ຂີ້ຮ້າຍພໍເທົ່າໃດ, ຖ້າການຈ່າຍເກີນຫາກນຳເອົາປະສິດທິຜົນສູງ ແລະຍາວນານທາງດ້ານເສດຖະກິດ-ສັງຄົມມາໃຫ້, ໂດຍສະເພາະໂຄງການທີ່ມີຜົນຕອບແທນສູງ ກໍຕ້ອງກູ້ຢືມມາຈ່າຍ ຫຼືລະດົມທຶນປະກອບເປັນຮຸ້ນ, ແນໃສ່ໃຫ້ບັນລຸເຖິງການດຸ່ນດ່ຽງງົບປະມານຂອງລັດ ໃນລະດັບທີ່ນັບມື້ນັບສູງຂື້ນກວ່າເກົ່າ (ເປັນການດຸ່ນດ່ຽງທີ່ຕັ້ງໜ້າ).   ພ້ອມນັ້ນ, ການເງິນ ເປີດ ຍັງຖືເອົາການເງິນທຸລະກິດເປັນພື້ນຖານໃຫ້ແກ່ການຂະຫຍາຍຕົວຂອງການເງິນແຫ່ງລັດ, ການລົງທຶນຂອງລັດຕາມກົນໄກໃໝ່ນີ້ ຈຶ່ງສ້າງເງື່ອນໄຂ ແລະສະພາບແວດລ້ອມໃຫ້ການເງິນທຸລະກິດສ້າງແຫຼ່ງທຶນ ແລະຂະຫຍາຍແຫຼ່ງທຶນດ້ວຍຕົນເອງ, ທັງເປີດກວ້າງການລະດົມທຸກແຫຼ່ງທຶນເຂົ້າໃນການພັດທະນາເສດຖະກິດ.

ບັນຫາສຳຄັນແມ່ນຕ້ອງຮູ້ສ້າງແຫຼ່ງທຶນ ແລະນໍາໃຊ້ທຶນຈາກການສະສົມທຶນ ແລະການລະດົມທຶນໃນຕະຫຼາດການເງິນ(ຕະຫຼາດເງິນຕາ ແລະຕະຫຼາດທຶນ), ຢ່າງມີປະສິດທິພາບ ສຳລັບຄວາມຕ້ອງການດ້ານການພັດທະນາເສດຖະກິດ, ໂດຍຫັນປ່ຽນຈາກແຫຼ່ງເງິນທຳມະດາ ແລະແຫຼ່ງກຳລັງຊັບ ໃຫ້ເປັນແຫຼ່ງເງິນທຶນທີ່ເກີດດອກອອກຜົນ ແລະເພີ່ມທະວີຄູນຂື້ນ, ປຽບສະເໝືອນກັບເລືອດແດງທີ່ລໍ່ລຽ້ງຮ່າງກາຍ ຕາມກົນໄກການເງິນເປີດ ຄືດັ່ງກ່າວຂ້າງເທິງ.
*           ການປະຕິບັດນະໂຍບາຍການເງິນແຫ່ງຊາດໃຫ້ບັນລຸຜົນເປັນຢ່າງດີນັ້ນ, ເປັນສິນລະປະທີ່ຮຽກຮ້ອງໃຫ້ມີຄວາມຮັບຮູ້ໃໝ່ ແລະເຂົ້າໃຈຢ່າງເລິກເຊິ່ງທີ່ສຸດ, ຈຶ່ງຈະຫັນລະບົບນະໂຍບາຍດັ່ງກ່າວເຂົ້າສູ່ພາກຕົວຈິງໄດ້ຢ່າງກົມກືນ ແລະມີປະສິດທິພາບ. ໃນບັນດາປະເທດທີ່ເສດຖະກິດຕະຫຼາດຂະຫຍາຍຕົວ, ການປະຕິບັດນະໂຍບາຍການເງິນແຫ່ງຊາດ ແມ່ນສຸ່ມໃສ່ນະໂຍບາຍງົບປະມານແຫ່ງລັດເປັນຕົ້ນຕໍ. ແຕ່ສຳລັບປະເທດເຮົາ ທີ່ຕະຫຼາດການເງິນບໍ່ທັນຂະຫຍາຍຕົວ, ນອກຈາກບັນດາມາດຕະການຕົ້ນຕໍທີ່ກ່າວມາແລ້ວ, ຍັງຕ້ອງໄດ້ວາງລະບຽບກົດໝາຍ ແລະປະຕິບັດນະໂຍບາຍຈຳນວນໜຶ່ງໄປພ້ອມໆກັນ, ເຊິ່ງພົວພັນໂດຍກົງ ແລະປະກອບສ່ວນເຂົ້າໃນການປະຕິບັດນະໂຍບາຍການເງິນແຫ່ງຊາດ ເຊັ່ນ: ນະໂຍບາຍເງິນຕາ-ສິນເຊື່ອ, ນະໂຍບາຍແຈກຢາຍລາຍໄດ້, ນະໂຍບາຍການຄ້າ ແລະລາຄາ, ນະໂຍບາຍການລົງທຶນ, ນະໂຍບາຍເປີດກວ້າງການເຄື່ອນໄຫວປະກັນໄພ, ນະໂຍບາຍຕໍ່ການເງິນວິສາຫະກິດ...
-     ນະໂຍບາຍເງິນຕາ-ສິນເຊື່ອ ທີ່ກຳເນີດຂື້ນ ແລະຂະຫຍາຍຕົວ ຕາມຄວາມຮຽກຮ້ອງຕ້ອງການພາວະວິໄສ ໃນຂະບວນວິວັດແຫ່ງການຂະຫຍາຍຕົວຂອງເສດຖະກິດສິນຄ້າ. ເພື່ອຕອບສະໜອງຄວາມຕ້ອງການດັ່ງກ່າວ ຕ້ອງຫັນລະບົບທະນາຄານ ທີ່ເປັນລະບົບດຽວໃນປະຈຸບັນ ໄປເປັນທະນາຄານແບບສອງຂັ້ນ ຄື: ທະນາຄານແຫ່ງລັດ ແລະທະນາຄານທຸລະກິດ. ທະນາຄານແຫ່ງລັດ ປະຕິບັດນະໂຍບາຍເງິນຕາ-ສິນເຊື່ອ ເພື່ອຄວບຄຸມປະລິມານເງິນ ແລະສິນເຊື່ອ, ພ້ອມທັງສົ່ງເສີນການພັດທະນາຕະຫຼາດການເງິນ (ຕະຫຼາດເງິນຕາ ແລະຕະຫຼາດທຶນ), ໂດຍມີໜ້າທີ່ຄຸ້ມຄອງ ແລະບໍລິການໃຫ້ແກ່ບັນດາທະນາຄານທຸລະກິດ ໃນຖານະເປັນທະນາຄານແມ່. ບັນດາທະນາຄານທຸລະກິດ ດຳເນີນທຸລະກິດສິນເຊື່ອ, ສ້າງແຫຼ່ງທຶນຈາກການລະດົມເງິນຝາກ(ອາດກູ້ຢືມຕ່າງປະເທດຕື່ມ) ແລະເຮັດການບໍລິການຊໍາລະສະສາງ ຕາມກົນໄກໄລ່ລຽງທຸລະກິດຢ່າງຂາດຕົວ.
-     ນະໂຍບາຍແຈກຢາຍລາຍໄດ້, ຕ້ອງຫັນຈາກການແຈກຢາຍຕາມແຮງງານດ້ານດຽວ ໄປສູ່ການ   ແຈກຢາຍຕາມການປະກອບກຳລັງຊັບ ດ້ວຍວັດຖຸປະສົງບັນລຸຜົນກຳໄລຢ່າງຖືກຕ້ອງຕາມກົດໝາຍ. ລັດສົ່ງເສີມເສດຖະກິດຄອບຄົວ ແລະການຜະລິດທຸລະກິດຂອງພາກສ່ວນເສດຖະກິດຕ່າງໆ ເພື່ອເພີ່ມແຫຼ່ງ   ລາຍໄດ້, ປະຕິບັດນະໂຍບາຍດັດສົມລາຍໄດ້ໂດຍຜ່ານລະບອບອາກອນ, ກະຕຸກຊຸກຍູ້ການເພີ່ມຜະລິດຕະພາບຂອງງານ ແລະປະສິດທິຜົນຂອງການຜະລິດທຸລະກິດ ເພື່ອຍົກສູງລາຍໄດ້ຂື້ນຕື່ມ, ພ້ອມທັງດັດແປງລະບອບເງິນເດືອນ ແລະລະບອບສະຫວັດດີການສັງຄົມ.
-     ນະໂຍບາຍການຄ້າ ແລະລາຄາ, ໂດຍນຳໃຊ້ຫຼາຍພາກສ່ວນເສດຖະກິດຂະຫຍາຍການຄ້າພາຍໃນປະເທດ, ໃນນັ້ນສະຫະກອນຊື້-ຂາຍ ມີບົດບາດສຳຄັນໃນການຈໍລະຈອນສິນຄ້າຢູ່ເຂດຊົນນະບົດ, ການຄ້າຂອງລັດ ແລະການຄ້າຮຸ້ນສ່ວນ ເປັນຜູ້ກຳຂອດຂາອອກ-ຂາເຂົ້າ, ປະຕິບັດການຄ້າຍົກ, ແນໃສ່ເຮັດໃຫ້ການຄ້າພາຍໃນຕິດພັນກັບການຄ້າຕ່າງປະເທດ. ລັດສົ່ງເສີມໃຫ້ປະຕິບັດລາຄາທີ່ປະກົດຕົວໃນທ້ອງຕະຫຼາດທີ່ມີການແຂ່ງ ຂັນກັນ. ກົນໄກໃໝ່ເລັ່ງທວງໃຫ້ມີມາດຕະການດັດສົມລາຄາໃຫ້ເປັນປົກກະຕິ ດ້ວຍຕະຫຼາດສິນຄ້າທີ່ມີສ່ວນແຮໄວ້ ສົມທົບກັບຕະຫຼາດເງິນຕາທີ່ມີຄັງສຳຮອງ ໃນລະດັບອັນເໝາະສົມ...
ເພິ່ນກ່າວວ່າ: ອັນນີ້ບໍ່ຕ່າງຫຍັງກັບວ່າ ພວກເຮົາຕ້ອງເຮັດເຮືອ (ເປັນເຄື່ອງມື), ທັງຕ້ອງຂຸດຄອງນໍ້າ,ສ້າງສິ່ງແວດລ້ອມເພື່ອນຳໃຊ້ເຮືອໄດ້ເປັນຢ່າງດີ ແລະອັນນີ້ຍັງບໍ່ທັນເວົ້າເຖິງປັດໄຈອັນຄົບຊຸດອື່ນໆອີກ ເພື່ອໃຫ້ເຮືອໄປໄວກວ່າ ແລະມີຄວາມປອດໄພກວ່າ...
ຕໍ່ໜ້າພວກເຮົາຍັງມີອຸປະສັກ, ຄວາມຫຍຸ້ງຍາກສັບສົນຫຼາຍທີ່ສຸດ, ແຕ່ພວກເຮົາກໍບໍ່ມີເສັ້ນທາງອື່ນ  ເພື່ອພາປະເທດຊາດຂອງພວກເຮົາ ກ້າວສູ່ໄລຍະໃໝ່ແຫ່ງການພັດທະນາທີ່ມີລະດັບສູງກວ່າເກົ່າ, ເຮັດສຳເລັດໜ້າທີ່ການເມືອງອັນສຳຄັນຍິ່ງຂອງພັກ ທີ່ຊາດ ແລະປະຊາຊົນມອບໝາຍໃຫ້. ຜົນສຳເລັດ ຫຼືປະລາໄຊຂອງພາລະກິດປ່ຽນແປງໃໝ່ ສ່ວນໃຫຍ່ກໍແມ່ນຂື້ນກັບການປະຕິບັດນະໂຍບາຍການເງິນແຫ່ງຊາດນີ້ເອງ. ເລນິນໄດ້ເນັ້ນໜັກວ່າ: ...ຖ້ານະໂຍບາຍການເງິນຂອງພວກເຮົາຫາກບໍ່ໄດ້ຮັບໄຊຊະນະແລ້ວ ທຸກການປະຕິຮູບອັນເຖິງຖອງຂອງພວກເຮົາກໍຈະຖືກປະລາໄຊ. ລະບົບການເງິນເປັນຂອດຕັດສິນຕົ້ນຕໍໃນລະບົບຄຸ້ມຄອງເສດຖະກິດ, ດັ່ງນັ້ນ ການປະຕິບັດນະໂຍບາຍການເງິນແຫ່ງຊາດ ຕ້ອງຕິດພັນກັບການວາງລະບຽບກົດໝາຍ ແລະປະຕິບັດນະໂຍບາຍຈຳນວນໜຶ່ງຢ່າງຖືກຕ້ອງ ແລະເປັນລະບົບຄົບຊຸດ.
ເພິ່ນຖືວ່າ: ການເງິນ ແລະເງິນຕາມີບົດບາດສຳຄັນທີ່ສຸດ ຕໍ່ການປະຕິບັດແນວທາງຂອງພັກ ແລະແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ... ຄົນຈຳນວນໜຶ່ງມີຄວາມເຫັນວ່າ ຖ້າບໍ່ມີລະບົບເສດຖະກິດອັນໃຫຍ່ໂຕຂອງລັດເປັນເຈົ້າພາທາງ (ກຳມະສິດຂອງລັດ), ບົດບາດຄຸ້ມຄອງເສດຖະກິດຂອງລັດ ກໍອ່ອນແອລົງ. ນັ້ນແມ່ນຄວາມເຫັນທີ່ບໍ່ຖືກຕ້ອງ. ບົດບາດຄຸ້ມຄອງເສດຖະກິດຂອງລັດ ແລະກຳລັງແຮງຂອງລັດ ບໍ່ຂື້ນກັບວ່າລັດມີກຳມະສິດຫຼາຍ ຫຼືໜ້ອຍຕໍ່ພາຫະນະການຜະລິດ, ແຕ່ຫາກຂື້ນກັບວ່າ ລັດສາມາດກະຕຸກຊຸກຍູ້ການຜະລິດທຸລະກິດໃຫ້ຂະຫຍາຍຕົວ ແລະມີປະສິດທິຜົນສູງຫຼືບໍ່, ໂດຍຜ່ານລະບົບກົດໝາຍເສດຖະກິດຂອງຕົນ ແລະດັດສົມດ້ວຍກົດໝາຍນັ້ນ ເພື່ອຮັບໃຊ້ຈຸດໝາຍການເມືອງ, ສັງຄົມ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນທົ່ວປະເທດ ຕາມຫຼັກການເອກະລາດ, ປະຊາທິປະໄຕ, ສະເໝີພາບ ແລະເປັນທຳ.
*           ປະທານ ໄກສອນ ພົມວິຫານ ໄດ້ຊີ້ແຈງຢ່າງເຄັ່ງຂຶມວ່າ: ພວກເຮົາຕ້ອງເຫັນແຈ້ງວ່າ ຍ້ອນຫຍັງຫຼາຍມະຕິ, ຄຳສັ່ງຈຶ່ງຍັງຄ້າງຢູ່ໃນໜ້າເຈ້ຍ ແລະຈັດຕັ້ງປະຕິບັດຄຳສັ່ງບໍ່ໄດ້ດີ ຫຼື ຍິ່ງໄປກວ່ານັ້ນຍັງຖືກບິດເບືອນ, ສວຍໃຊ້ຄວາມຫຍຸ້ງຍາກໃນເສດຖະກິດ. ກ່ອນອື່ນໝົດ ຍ້ອນພວກເຮົາຍັງບໍ່ທັນຫັນມະຕິ, ຄຳສັ່ງເປັນລະບຽບກົດໝາຍ ແລະມີການກວດກາດ້ວຍກົດໝາຍ. ສິບກວ່າປີທີ່ຜ່ານມາ ພວກເຮົາເຄີຍໂຍນຄວາມຜິດແບບລວມໆໃຫ້ແກ່ຄວາມອ່ອນແອໃນການຊີ້ນຳຈັດຕັ້ງປະຕິບັດ, ແຕ່ພັດບໍ່ເຫັນວ່າ ນະໂຍບາຍຕ່າງໆບໍ່ທັນໄດ້ຫັນເປັນລະບຽບກົດໝາຍ ແລະແກ້ໄຂຢ່າງເຄັ່ງຄັດຕາມກົດໝາຍເທື່ອ. ດ້ວຍເຫດນັ້ນ ໃນແຕ່ລະບ່ອນ, ແຕ່ລະຂັ້ນຄຸ້ມຄອງ, ການນຳແຕ່ລະຄົນ ຈຶ່ງຊີ້ນຳການຈັດຕັ້ງປະຕິບັດໄປຕາມແບບຂອງໃຜຂອງມັນຕ່າງກັນ, ຜິດຫຼືຖືກກໍລ້ວມແຕ່ມີວິທີອ້າງເຫດຜົນຢ່າງຄ່ອງແຄ້ວພໍໃຜພໍລາວ, (ຄັດຈາກບົດຄວາມເຫັນຂອງເພິ່ນ ໃນກອງປະຊຸມການເງິນທົ່ວປະເທດຄັ້ງທີ I ປີ 1990, ໜ້າ 3 ແລະ ໜ້າ 27 ).
ເພື່ອລະນຶກເຖິງ: ພາລະກິດປະຕິວັດຂອງປະທານ ໄກສອນ ພົມວິຫານ
ເນື່ອງໃນວັນເກີດຂອງເພິ່ນ ຄົບຮອບ 95 ປີ

 ນະຄອນຫຼວງວຽງຈັນ, ວັນທີ 16 ທັນວາ 2015



(ຄົ້ນຄວ້າ ແລະສະເໜີໂດຍ: ຊື່ນ ເດດວົງສາ ຮອງຫົວໜ້າໜ່ວຍງານຄົ້ນຄວ້າແຜນຍຸດທະສາດການພັດທະນາເສດຖະກິດ, ຫສພ)

1 ความคิดเห็น:

  1. ไม่ระบุชื่อ30 มีนาคม 2565 เวลา 03:35

    Anouvong Luangxay: ແນວທາງປ່ຽນແປງໃໝ່ຂອງ ທ່ານ ປະທານໄກສອນ ພົມວິຫານ >>>>> Download Now

    >>>>> Download Full

    Anouvong Luangxay: ແນວທາງປ່ຽນແປງໃໝ່ຂອງ ທ່ານ ປະທານໄກສອນ ພົມວິຫານ >>>>> Download LINK

    >>>>> Download Now

    Anouvong Luangxay: ແນວທາງປ່ຽນແປງໃໝ່ຂອງ ທ່ານ ປະທານໄກສອນ ພົມວິຫານ >>>>> Download Full

    >>>>> Download LINK

    ตอบลบ