ພາກທີ I : ຄວາມຮັບຮູ້ດ້ານທິດສະດີ
1. ຄວາມສຳນຶກກ່ຽວກັບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ:
1.1.
ຈຸດພິເສດຂອງເສດຖະກິດຕະຫຼາດ:
ຢູ່ບ່ອນໃດມີການຜະລິດ ແລະ
ມີການຈໍລະຈອນສິນຄ້າຢູ່ບ່ອນນັ້ນກໍມີຕະຫຼາດ.
ຕະຫຼາດໝາຍເຖິງ: ບ່ອນທີ່ມີການແລກປ່ຽນ ຄໍາວ່າ:
ຕະຫຼາດ ມັນບໍ່ອາດທີ່ຈະຕັດແຍກອອກຈາກຄຳທີ່ວ່າແບ່ງງານສັງຄົມໄດ້ຢ່າງສິ້ນເຊິງ... ລະດັບ
ແລະ ຂະໜາດຂອງຕະຫຼາດມັນຕິດພັນກັບລະດັບແຫ່ງການຫັນເປັນວິຊາຊີບຂອງແຮງງານສັງຄົມ.
ເສດຖະກິດຕະຫຼາດ ແມ່ນໄລຍະຂະຫຍາຍຕົວຂອງເສດຖະກິດການຄ້າ; ຄວາມສຳນຶກເສດຖະກິດຕະຫຼາດໝາຍເຖິງສະພາວະແຫ່ງການຄົງຕົວ,
ເຄື່ອນເໜັງຂອງພື້ນຖານເສດຖະກິດທີ່ໄປຕາມກົນໄກຕະຫຼາດ.
ຕະຫຼາດ
ແມ່ນບ່ອນຈໍລະຈອນສິນຄ້າ; ມັນແມ່ນປັດໄຈຂອງຂະບວນວິວັດແຫ່ງການຜະລິດສຳສັງຄົມ,
ເປັນບ່ອນເຊື່ອມຕໍ່ລະຫວ່າງການຜະລິດກັບການຊົມໃຊ້,
ເປັນຂອດຕິດຈອດລະຫວ່າງຜູ້ຜະລິດກັບຜູ້ຊົມໃຊ້. ໃນຕົວຈິງແລ້ວ,
ຕະຫຼາດເກີດຂື້ນໄດ້ກໍຕໍ່ເມື່ອຢູ່ບ່ອນນັ້ນມີທັງຄວາມຕ້ອງການ ແລະ ມີທັງ ສະໜອງສິນຄ້າ, ລາຄາ, ເງິນ, ຂໍ້ມູນຂ່າວສານ,
ຜູ້ຊື້, ຜູ້ຂາຍ.
ຕະຫຼາດ
ເປັນບ່ອນລວມສູນຂອງສາຍພົວພັນດ້ານການຊື້-ການຂາຍໃນສັງຄົມ
ຊຶ່ງເກີດຂື້ນຍ້ອນເງື່ອນໄຂທາງປະຫວັດສາດ, ເສດຖະກິດ, ສັງຄົມທີ່ແນ່ນອນໃດໜຶ່ງ.
ຍ້ອນແນວນັ້ນ, ຕະຫຼາດເປັນບ່ອນສະແດງໃຫ້ເຫັນສາຍພົວພັນຕ່າງໆ
ທາງດ້ານເສດຖະກິດທີ່ບໍ່ເປັນເອກະພາບ, ບໍ່ເປັນອັນໜຶ່ງອັນດຽວກັນ(ມີຄວາມແຕກຕ່າງກັນ)
ລະຫວ່າງຜູ້ຊົມໃຊ້, ຜູ້ດຳເນີນທຸລະກິດ, ຜູ້ຜະລິດ.
ປັດຈຸບັນນີ້ຕະຫຼາດໄດ້ຕິດພັນກັບຊີວິດຂອງແຕ່ລະຄົນ,
ກາຍເປັນຂອດສຳຄັນຕັດສິນການເຄື່ອນໄຫວທາງເສດຖະກິດ,
ຕັດສິນຂະບວນວິວັດຕໍ່ເນື່ອງແຫ່ງວົງຈອນເສດຖະກິດຕັ້ງແຕ່ການຜະລິດຈົນເຖິງການຈໍາໜ່າຍ ແລະ
ການຊົມໃຊ້.
ຕະຫຼາດເປັນບ່ອນສະທ້ອນໃຫ້ເຫັນຢ່າງລວມສູນການພົວພັນລະຫວ່າງພາກສ່ວນເສດຖະກິດ;
ລະຫວ່າງຄວາມສາມາດແຫ່ງການສະໜອງກັບຄວາມຕ້ອງການຂອງສັງຄົມ. ໄປພ້ອມກັບການຂະຫຍາຍຕົວຂອງເສດຖະກິດຕະຫຼາດ ແລະ
ການປ່ຽນແປງໂຄງປະກອບທາງດ້ານເສດຖະກິດສັງຄົມ, ໂຄງປະກອບຂອງຕະຫຼາດ, ຂອບເຂດ ແລະ
ຂະໜາດຂອງຕະຫຼາດກໍມີການປ່ຽນແປງຢ່າງເລີກເຊີ່ງເຊັ່ນກັນ.
-
ໃນຕະຫຼາດ,
ລາຄາເປັນເຄື່ອງມືອັນໜຶ່ງທີ່ສຳຄັນເພື່ອກະຕຸກຊຸກຍູ້ ແລະ ດັດສົມການເຄື່ອນໄຫວຕ່າງໆ
ທາງດ້ານເສດຖະກິດ.
-
ມີການແຂງຂັ້ນກັນຢ່າງດຸເດືອດລະຫວ່າງຜູ້ຜະລິດດ້ວຍກັນ,
ລະຫວ່າງຜູ້ຊົມໃຊ້ດ້ວຍກັນ, ລະຫວ່າງຜູ້ຊື້ກັບຜູ້ຂາຍ, ຢູ່ໃນການແກ້ງແຍ້ງກັນນັ້ນເປັນທີ່ແນ່ນອນວ່າຈະມີຜູ້ຊະນະ
ແລະ ມີຜູ້ປະລາໄຊ.
-
ຕະຫຼາດຂະຫຍາຍຕົວຢ່າງສົມບູນແບບ
ແມ່ນເອກະພົບອັນໜຶ່ງອັນດຽວທີ່ບໍ່ມີການຕັດແບ່ງລະຫວ່າງເຂດຕ່າງໆດ້ວຍກັນ,
ລະຫວ່າງຕະຫຼາດພາຍໃນ ແລະ ຕະຫຼາດສາກົນ, ບໍ່ມີພຽງແຕ່ມີຕະຫຼາດສິນຄ້າໃຊ້ສອຍ ແລະ
ຕະຫຼາດສິນຄ້າອຸປະກອນການຜະລິດເທົ່ານັ້ນ. ແຕ່ຍັງມີຮອດຕະຫຼາດທຶນ, ເຕັກນິກ,
ຂໍ້ມູນຂ່າວສານ, ການບໍລິການ, ເງິນ, ແຮງງານ... ມີກົດໝາຍທຸລະກິດ
ທີ່ເປັນເອກະພາບຄອບງຳການເຄື່ອນໄຫວຂອງບັນດາອັດຕະພາບທຸລະກິດ.
ໃນສະໄໝຂ້າມຜ່ານ.
ບັນດາອັດຕະພາບທີ່ເຂົ້າຮ່ວມຕະຫຼາດນັ້ນຂື້ນກັບຫຼາຍພາກສ່ວນເສດຖະກິດ. ສະນັ້ນ, ໃນຕະຫຼາດທີ່ເປັນເອກະພາບເວລາໃດກໍມີການຄົງຕົວຂອງຫຼາຍຜົນປະໂຫຍດເສດຖະກິດທີ່ຕ່າງກັນ
ແລະ ຂັດແຍ່ງກັນ ຊຶ່ງລັດສັງຄົມນິຍົມໂດຍຜ່ານບັນດານະໂຍບາຍ, ກົດໝາຍ ແລະ
ເຄື່ອງມືທາງເສດຖະກິດເພື່ອດັດສົມ ແລະ ຄຸ້ມຄອງຕະຫຼາດ, ເຮັດໃຫ້ຕະຫຼາດມີຄວາມສີວິໄລ,
ອຸດົມສົມບູນ ແລະ ມີຊີວິດຊີວາ.
ໃນເສດຖະກິດຕະຫຼາດ,
ຕະຫຼາດເປັນຜູ້ໃຫ້ການແນະນຳໂດຍກົງ ແກ່ວິສາຫະກິດໃນການເລືອກເຟັ້ນຂົງເຂດໃນການເຄື່ອນໄຫວ,
ປະເພດສິນຄ້າ, ຂະໜາດ, ເຕັກນິກ, ແລະ ຮູບການໃນການຈັດຕັ້ງການຜະລິດ-ທຸລະກິດ
ເພື່ອໃຫ້ບັນລຸປະສິດທິຜົນສູງສຸດ. ສະນັ້ນ, ຕະຫຼາດມີຄຸນປະໂຫຍດດັ່ງນີ້:
-
ກະຕຸກຊຸກຍູ້ເຮັດໃຫ້ການຜະລິດ
ແລະ ການຈໍລະຈອນສິນຄ້າມີການຂະຫຍາຍຕົວ. ໂດຍຜ່ານຕະຫຼາດ,
ຄວາມຮຽກຮ້ອງຕ້ອງການໃນການຊົມໃຊ້ໃນສັງຄົມ ຈະໄດ້ຮັບການຕອບສະໜອງ.
ການຊົມໃຊ້ຂອງປະຊາຊົນຈະກາຍເປັນຄວາມຕ້ອງການ,
ກະຕຸກຊຸກຍູ້ເຮັດໃຫ້ເກີດມີຄວາມຕ້ອງການອັນໃໝ່,
ຮຽກຮ້ອງໃຫ້ການຜະລິດຕອບສະໜອງຄວາມຕ້ອງການໃໝ່ນັ້ນ.
-
ຕະຫຼາດມີຄຸນປະໂຫຍດ
ເປັນຜູ້ກວດກາລະດັບການສະໜອງຕອບຕໍ່ກັບຄວາມຮຽກຮ້ອງຕ້ອງການ ແລະ ຄວາມສາມາດໃນການຜະລິດ.
ຕະຫຼາດຍັງເປັນບ່ອນປຽບທຽບຄຸນຄ່າຂອງສິນຄ້າ, ສະນັ້ນ,
ມັນກະຕຸກຊຸກຍູ້ໃຫ້ຜູ້ຜະລິດຕ້ອງຊອກວິທີເພື່ອຫຼຸດຜ່ອນການສິ້ນເປືອງລົງ,
ຫຼຸດລາຄາສິນຄ້າ ແລະ ຍົກສູງຄຸນນະພາບຂອງຜະລິດຕະພັນ, ດ້ວຍຄຸນປະໂຫຍດທີ່ກ່າວມາຂ້າງເທິງນັ້ນ,
ຕະຫຼາດຖືກຍົກເປັນໄມງັດທີ່ສຳຄັນອັນໜຶ່ງທາງດ້ານເສດຖະກິດ ເພື່ອຍູ້ການຜະລິດ ແລະ
ການຈໍລະຈອນສິນຄ້າໃຫ້ຂະຫຍາຍຕົວ.
1.2. ຄຸນລັກສະນະພື້ນຖານຂອງເສດຖະກິດຕະຫຼາດ: ຕາມເສດຖະກິດການເມືອງມາກ-ເລນິນ,ເສດຖະກິດຕະຫຼາດມີ
4 ຄຸນລັກສະນະພື້ນຖານດັ່ງນີ້:
- ບັນດາຫົວໜ່ວຍເສດຖະກິດ, ຜູ້ປະກອບການຜະລິດທຸລະກິດ
ມີເສລີພາບໃນການເລືອກຮູບການກຳມະສິດ, ຮູບແບບຖຸລະກິດ ແລະ
ຂະແໜງການຜະລິດທີ່ກົດໝາຍບໍ່ຫ້າມ.
- ບັນດາຫົວໜ່ວຍຜະລິດທຸລະກິດເປັນເຈົ້າຕົນເອງດ້ານການເງິນ,
ເຄື່ອນໄຫວຕາມກົນໄກຕະຫຼາດ, ພາຍໃຕ້ກົດໝາຍ ແລະ ການອຳນວຍຄວບຄຸມຂອງລັດ.
- ການຜະລິດສິນຄ້າ(ປະເພດ, ປະລິມານ,
ຄຸນນະພາບ, ຮູບແບບ, ສີສັນ...) ແມ່ນແນໃສ່ຕອບສະໜອງຄວາມຕ້ອງການຂອງຕະຫຼາດເປັນຕົ້ນຕໍ.
- ໃຊ້ເລິນຕາເປັນສື່ກາງໃນການພົວພັນເສດຖະກິດ,
ໂດຍສະເພາະແມ່ນການສຳລະສະສາງຢູ່ພາຍໃນ ແລະ ຕ່າງປະເທດ.
1.3
ກົນໄກ ແລະ ກົດເກນເສດຖະກິດຕະຫຼາດ:
ຄຳວ່າ: “ກົນໄກຕະຫຼາດ” ປະກອບປັດໄຈ ແລະ ສາຍພົວພັນຕ່າງໆ
ທີ່ເຄື່ອນໄຫວໃນວົງຈອນຂອງຕະຫຼາດຕາມກົດເກນເສດຖະກິດຕະຫຼາດ;
ຊຶ່ງໃນນັ້ນອັນສຳຄັນກວ່າໝູ່ແມ່ນການ ສະໜອງ,
ຊຶ່ງໃນນັ້ນອັນສຳຄັນກວ່າໝູ່ແມ່ນການສະໜອງ,ຄວາມຕ້ອງການ ແລະ ລາຄາ; ຜູ້ຊົມໃຊ້ ແລະ
ຜູ້ເຮັດການຜະລິດ - ທຸລະກິດ.
* ກົນໄກຕະຫຼາດສະແດງອອກດັ່ງນີ້:
- ບັນຫາຕ່າງໆທີ່ພົວພັນເຖິງການຈັດວາງ
ແລະ ນຳໃຊ້ແຫຼ່ງຊັບພະຍາກອນເຊັ່ນ: ກຳລັງແຮງງານ, ທຶນ, ຊັບພະຍາກອນທຳມະຊາດ...
ຕ້ອງຜ່ານຕະຫຼາດ ແລະ ບົນພື້ນຖານກົດເກນເສດຖະກິດຕະຫຼາດ.
- ຜົນປະໂຫຍດເສດຖະກິດໂດຍສະເພາະແມ່ນກຳໄລໄດ້ກາຍເປັນຈຸດໝາຍ
ແລະ ກຳລັງດັນແຫ່ງການເຄື່ອນໄຫວຂອງຕະຫຼາດໃຫ້ມີຊີວິດຊີວາ.
- ຜູ້ຜະລິດ ແລະ
ຜູ້ຊົມໃຊ້ມີລັກສະນະຂື້ນຕໍ່ກັນ, ກະທົບຊຶ່ງກັນ ແລະກັນທັງດ້ານດີແລະດ້ານບໍ່ດີ.
- ການແຂ່ງຂັນໄດ້ກາຍເປັນໜໍ້ໄຟທີ່ຍູ້ການຜະລິດ
ແລະ ການບໍລິການໃຫ້ຂະຫຍາຍຕົວ, ເພີ່ມຜະລິດຕະພາບຂອງງານ ແລະ ປະສິດທິຜົນຂອງການຜະລິດ.
1.4 ກົດເກນພື້ນຖານຂອງເສດຖະກິດຕະຫຼາດ:
1.4.1 ກົດເກນມູນຄ່າ: ການສະແດງອອກຂອງກົດເກນນີ້ຢູ່ບ່ອນວ່າມັນຈຳໃຫ້ຜູ້ຜະລິດຕ້ອງພະຍາຍາມໃຊ້ຈ່າຍ
ຫຼື ເສຍຄ່າສິ້ນເປືອງຕ່າງໆ
ໜ້ອຍທີ່ສຸດເທົ່າທີ່ສຸດເທົ່າທີ່ຈະໜ້ອຍໄດ້ເຂົ້າໃນການຜະລິດເພື່ອໃຫ້ຕົ້ນທຶນ
ຂອງການຜະລິດສິນຄ້າ (ສິນຄ້າວັດຖຸ ແລະ ສິນຄ້າບໍລິການ) ອັນໃດອັນໜຶ່ງຕໍ່າ.
ຖ້າຕົ້ນທຶນສິນຄ້າທີ່ຕົນຜະລິດອອກຕໍ່າກວ່າຕົ້ນທຶນສະເລ່ຍຂອງສັງຄົມການຂາຍສິນຄ້າກໍ່ຈະໄດ້ກຳໄລດີ.
ກົງກັນຂ້າມຖ້າຕົ້ນທຶນສູງກວ່າຕົ້ນທຶນສະເລຍຂອງສັງຄົມການຂາຍກໍ່ຈະຍາກ ແລະ
ອາດບໍ່ໄດ້ກຳໄລ. ຕົ້ນທຶນການຜະລິດ ແມ່ນມູນຄ່າຂອງສິນຄ້າ. ສຳລັບຜູ້ຊື້-ຜູ້ຂາຍ,
ອີງຕາມກົດເກນນີ້ເຂົາເຈົ້າຈະເບິ່ງວ່າສິນຄ້າທີ່ຕ້ອງການນັ້ນມີລາຄາ ເໝາະສົມ ຫຼື ບໍ່ໂດຍທຽບໃສ່ຄຸນລັກສະນະ ຫຼື ຄຸນນະພາບຂອງສິນຄ້າ
(ຜູ້ຊື້-ຜູ້ຂາຍອາດບໍ່ຮູ້ວ່າຕົ້ນທຶນ ຫຼື ມູນຄ່າແທ້ໆຂອງສິນຄ້ານັ້ນແມ່ນທໍ່ໃດ).
ຖ້າເຂົ້າເຈົ້າເຫັນວ່າສິນຄ້ານັ້ນດີ, ພໍໃຊ້ໄດ້, ຖືກໃຈ ແລະ ລາຄາກໍ່ເໝາະສົມ(ບໍ່ແພງໂພດ)
ເຂົາເຈົ້າກໍ່ຈະຊື້-ຂາຍນຳກັນ
1.4.2 ກົດເກນຄວາມຕ້ອງການກັບການສະໜອງ: ຄົນຜູ້ໃດທີ່ມີຊີວິດຢູ່
ຄົນຜູ້ນັ້ນຍ່ອມມີຄວາມຕ້ອງການ; ຫາກມີຄວາມຕ້ອງການແນນອນຍ່ອມມີການສະໜອງ. ຄວາມຕ້ອງການ
ແລະ ການສະໜອງເປັນຂອງຄູ່ກັນ ມັນເປັນກົດເກນທີ່ຄົງຕົວຢ່າງພາວະວິໄສ.
- ຖ້າຄວາມຕ້ອງການສິນຄ້າສະນິດໃດຊະນິດໜຶ່ງມີຫຼາຍ,
ແຕ່ການຕອບສະໜອງພັດຈຳກັດ (ບໍ່ພໍຄວາມຕ້ອງການ) ລາຄາສິນຄ້າຊະນິດນັ້ນອາດຈະສູງຂຶ້ນ
(ຍ້ອນຜູ້ຂາຍສວຍໂອກາດຂື້ນລາຄາ).
- ຖ້າຫາກຄວາມຕ້ອງການສິນຄ້າຊະນິດໃດຊະນິດໜຶ່ງມີຕາມທຳມະດາແຕ່ການສະໜອງພັດຫຼາຍເກີນຄວາມຕ້ອງການ
(ມີສິນຄ້າຊະນິດນັ້ນຫຼາຍ), ລາຄາສິນຄ້າຊະນິດນັ້ນອາດຈະຕໍ່າລົງ.
- ການກະທົບຂອງກົດເກນຄວາມຕ້ອງການ ແລະ
ການສະໜອງມີຄວາມລະອຽດອ່ອນ ແລະ ເປັນປະຈຳ (ເກີດຂຶ້ນທຸກເວລາ).
ອັນນີ້ມັນເລັ່ງທວງໃຫ້ຜູ້ຜະລິດ, ຜູ້ໃຫ້ບໍລິການ, ຜູ້ຊົມໃຊ້, ຜູ້ຊື້-ຜູ້ຂາຍ ແລະ
ຜູ້ຄຸ້ມຄອງຕ້ອງກຳແໜ້ນ ແລະ ມີຄວາມສະດຸ້ງໄວທີ່ສຸດຕໍ່ການເໜັງຕີງ ຫຼື
ການປ່ຽນແປງຂອງມັນ.
2.
ສັນຍານເຕືອນຜູ້ຜະລິດສິນຄ້າ
ແມ່ນລາຄາໃນຕະຫຼາດ ຊຶ່ງຂື້ນກັບປັດໄຈດັ່ງນີ້:
·
ຄຸນຄ່າຂອງຕະຫຼາດ:
ແມ່ນໝາກຜົນຂອງການສະເລ່ຍຄຸນຄ່າສະເພາະຂອງສິນຄ້າ
ແຕ່ລະຊະນິດທີ່ມີຢູ່ໃນຂະແໜງອັນດຽວກັນໂດຍຜ່ານການແກ່ງແຍ້ງ.
ການແກ່ງແຍ້ງກັນຢູ່ໃນພາຍຂະແໜງອັນດຽວກັນຈະພາໄປເຖິງການເກີດມີຄຸນຄ່າສັງຄົມປານກາງອອກມາ,
ອີງຕາມລະດັບການຂະຫຍາຍຕົວຂອງກຳລັງການຜະລິດ
ຂອງແຕ່ລະຂະແໜງຄຸນຄ່າສັງຄົມປານກາງ(ໝາຍວ່າຄຸນຄ່າຂອງຕະຫຼາດ)
ອາດຈະເໝາະກັບໜຶ່ງໃນສາມກໍລະນີດັ່ງຕໍ່ໄປນີ້:
ກໍລະນີທີໜຶ່ງ:
ທີ່ມີລັກສະນະແຜ່ຫຼາຍກວ່າໝູ່ໝົດ,
ສິນຄ້າສ່ວນຫຼາຍຂອງຂະແໜງການນີ້ຜະລິດອອກມາໃນເງື່ອນໄຂລະດັບປານກາງ,
ອີກສ່ວນໜ້ອຍໜຶ່ງຜະລິດອອກມາໃນເງື່ອນໄຂລະດັບຕໍ່າກວ່າ ແລະ
ອີກສ່ວນໜຶ່ງຜະລິດອອກມາໃນເງື່ອນໄຂທີ່ດີກວ່າ,
ສອງພາກສ່ວນສິນຄ້ານີ້ບວກລົບເຊິ່ງກັນເປັນຄຸນຄ່າຂອງຕະຫຼາດ
ໂດຍແມ່ນຄຸນຄ່າຂອງສິນຄ້າທີ່ຜະລິດອອກມາໃນເງື່ອນໄຂປານກາງນັ້ນເປັນຕົວກຳນົດ.
ກໍລະນີທີສອງ: ສົມມຸດວ່າ
ທັງໝົດບໍລິມາດສິນຄ້າທີ່ອອກສູ່ທ້ອງຕະຫຼາດຍັງມີຈຳນວນເທົ່າເດີມ, ແຕ່ສິນຄ້າທີ່ຜະລິດອອກມາໃນລະດັບເງື່ອນໄຂຕໍ່າກວ່ານັ້ນ
ມີຈຳນວນຫຼາຍກວ່າສິນຄ້າທີ່ຜະລິດອອກມາໃນເງື່ອນໄຂລະດັບປານກາງແລະ ລະດັບດີ,
ໃນກໍລະນີນີ້ຄຸນຄ່າຂອງຕະຫຼາດຈະຖືກກໍານົດໂດຍຄຸນຄ່າສິນຄ້າທີ່ຜະລິດອອກມາໃນເງື່ອນໄຂລະດັບຕໍ່າກວ່ານັ້ນ.
ກໍລະນີທີສາມ:
ສິນຄ້າທີ່ຜະລິດອອກມາໃນເງື່ອນໄຂດີກວ່າລະດັບປານກາງ
ມີຈຳນວນຫຼາຍກວ່າສອງພາກສ່ວນສິນຄ້າ(ລະດັັບປານກາງ ແລະ ລະດັບຕໍ່າ),
ໃນກໍລະນີນີ້ຄຸນຄ່າສິນຄ້າທີ່ຜະລິດອອກໃນເງື່ອນໄຂລະດັບດີຈະເປັນຕົວກຳນົດລາຄາຕະຫຼາດ.
ກໍລະນີທີສີ່:
ຄຸນຄ່າຕະຫຼາດຈະສູງກວ່າຄຸນຄ່າສະເພາະ,
ເຊິ່ງບໍ່ພຽງແຕ່ສູງກວ່າຄຸນຄ່າລະເພາະຂອງສິນຄ້າທີ່ຜະລິດອອກໃນເງື່ອໄຂສະດວກ
ແຕ່ຍັງສູງກວ່າຄຸນຄ່າສະເພາະຂອງສິນຄ້າຜະລິດອອກໃນເງື່ອນໄຂລະດັບປານກາງອີກດ້ວຍ.
ເຖິງຢ່າງໃດກໍດີ,
ຄຸນຄ່າຂອງມັນຍັງຕໍ່າກວ່າຄຸນຄ່າສະເພາະຂອງສິນຄ້າທີ່ຜະລິດອອກໃນເງື່ອນໄຂທີ່ຕໍ່າກວ່າໝູ່.
ຖ້າຄວາມຕ້ອງການຫາກລື່ນການສະໜອງພຽງເລັກນ້ອຍເທົ່ານັ້ນ, ຄຸນຄ່າສະເພາະຂອງສິນຄ້າຜະລິດອອກໃນເງື່ອນໄຂທີ່ຕໍ່າກວ່າໝູ່ນັ້ນຈະເປັນຕົວກຳນົດລາຄາໃນທ້ອງຕະຫຼາດ.
ກໍລະນີທີຫ້າ:
ຄຸນຄ່າໃນທອງຕະຫຼາດຕໍ່າກວ່າຄຸນຄ່າສິນຄ້າໃນກຸ່ມທີສອງ ແລະ ກຸ່ມທີສາມ.
ຖ້າວ່າຄວາມຕ້ອງການຫາກໜ້ອຍກວ່າການສະໜອງ
ຈະເຮັດໃຫ້ສິນຄ້າຜະລິດອອກໃນເງື່ອນໄຂທີ່ດີກວ່າໝູ່ນັ້ນ ເປັນຕົວກຳນົດຄຸນຄ່າໃນທ້ອງຕະຫຼາດ,
ໂດຍບໍ່ຂຶ້ນກັບບໍລິມາດສິນຄ້າໃນກຸ່ມນີ້ຈະໜ້ອຍ ຫຼື ຫຼາຍ, ຈະກວມເອົາທີ່ຕັ້ງຕັດສິນ
ດ້ວຍເຮັດໃຫ້ລາຄາຂອງມັນຫຼຸດລົງເທົ່າກັບຄຸນຄ່າສະເພາະຂອງມັນ,
ຄຸນຄ່າໃນທ້ອງຕະຫຼາດຈະບໍ່ມີຈັກເທື່ອທີ່ຈະເປັນເອກະພາບກັບຄຸນຄ່າສະເພາະຂອງສິນຄ້າທີ່ຜະລິດອອກໃນເງື່ອນໄຂທີ່ດີກວ່າໝູ່ເວັ້ນເສຍແຕ່ວ່າການສະໜອງຫາກຫຼາຍກວ່າຄວາມຕ້ອງການເປັນຈຳນວນຫຼວງຫຼາຍ.
ໃນຫ້າກໍລະນີທີກ່າວມາຂ້າງເທິງນັ້ນ
ລ້ວນແຕ່ໃຫສົມມຸດຖານການສະໜອງເທົ່າກັບຄວາມຕ້ອງການ ແລະ
ສິນຄ້າຂາຍຕາມຄຸນຄ່າໃນທ້ອງຕະຫຼາດ,
ເຖິງວ່າຄຸນຄ່ານັ້ນຈະຖືກກຳນົດດ້ວຍກໍລະນີໃດໜຶ່ງໃນຫ້າກໍລະນີນີ້ກໍ່ຕາມ,ແຕ່ຖ້າການສະໜອງເທົ່າກັບຄວາມຕ້ອງການ
ໃນເງື່ອນໄຂຂອງເສດຖະກິດຕະຫຼາດແມ່ນຖືເປັນທຳມະດາ.
ໃນເມື່ອການສະໜອງລື່ນຄວາມຕ້ອງການ
ຄຸນຄ່າຂອງສິນຄ້າທີ່ຜະລິດອອກມາໃນເງື່ອນໄຂທີ່ດີກວ່າ
ຕ້ອງເປັນຕົວກຳນົດຄຸນຄ່າສະເພາະຂອງສິນຄ້າ ທີ່ໄດ້ຮັບການຜະລິດອອກໃນເງື່ອນໄຂທີ່ຕ່ຳກວ່າໝູ່ນັ້ນ.
·
ຄຸນຄ່າ ຫຼື ຄວາມສາມາດຊື້ຂອງເງິນ.
ລາຄາໃນທ້ອງຕະຫຼາດເປັນອັດຕາສ່ວນກົງ
ກັບຄຸນຄ່າໃນທ້ອງຕະຫຼາດຂອງສິນຄ້າ ແລະ ເປັນອັດຕາສ່ວນປີ້ນກັບຄຸນຄ່າ
(ຄວາມສາມາດ) ຂອງເງິນ. ທັງນີ້ກໍ່ເພາະວ່າໃນເວລາທີ່ຄຸນຄ່າຂອງສິນຄ້າໃນທ້ອງຕະຫຼາດບໍ່ມີການປ່ຽນແປງ,
ແຕ່ລະສິນຄ້າອາດຈະມີການປ່ຽນແປງ,
ແຕ່ລາຄາສິນຄ້າອາດຈະມີການປ່ຽນແປງຍ້ອນວ່າຄຸນຄ່າ (ຄວາມສາມາດຊື້)
ຂອງເງິນເພີ່ມຂຶ້ນ ຫຼື ຫຼຸດລົງ.
ຄວາມຜິດດ່ຽງກັນລະຫວ່າງລາຄາກັບຄຸນຄ່າໃນທ້ອງຕະຫຼາດ,
ສ່ວນການສອດຄ່ອງກັນລະຫວ່າງສອງຢ່າງນັ້ນມັນເປັນພຽງເລື່ອງບັງເອີນເທົ່ານັ້ນ.
·
ການສະໜອງ ແລະ ຄວາມຕ້ອງການ.
ການສະໜອງ ແລະ
ຄວາມຕ້ອງການ ຕິດພັນກັບການແບ່ງສັງຄົມ.
ພາກສ່ວນແຮງງານສັງຄົມໄດ້ຮັບການແບ່ງງານ ເຂົ້າໃນຂະແໜງການໃດໜຶ່ງນັ້ນ,
ເປັນການສະໜອງເຂົ້າໃນຂະ ແໜງການດັ່ງກ່າວ,
ພ້ອມດຽວກັນນັ້ນ ພັດສ້າງໃຫ້ເກີດມີຄວາມຕ້ອງການສິນຄ້າປະເພດຕ່າງໆ,
ໝາຍຄວາມວ່າຂະແໜງການຕ່າງໆນັ້ນ ໄດ້ເຮັດໃຫ້ມີຕະຫຼາດແຕກຕ່າງກັນ.
ຄວາມສຳນຶກ ເວລາແຮງງານສັງຄົມທີ່ຈຳເປັນຢູ່ທີ່ນີ້ຕ້ອງໄດ້ເຂົ້າໃຈວ່າ
ແມ່ນເວລາງານຂອງສັງຄົມທີ່ຈຳເປັນ ໃຫ້ແກ່ທັງໝົດບໍລິສັດສິນຄ້າຂອງຂະແໜງການນັ້ນ.
ຖ້າການແບ່ງປັນຈຸແຮງງານສັງຄົມ
ຫາກລື່ນກາຍຄວາມຈຳເປັນຂອງຂະແໜງການໃດໜຶ່ງ, ນັ້ນໝາຍຄວາມວ່າ
ມີການຟູມເຟື່ອຍປະລິມານເວລາງານສັງຄົມຈຳນວນໜຶ່ງ ທີ່ໄຮ້ປະໂຫຍດ,
ໂດຍທີ່ສັງຄົມບໍ່ໄດ້ໃຫ້ການຮັບຮອງ.
ຖ້າການຈັດແບ່ງບັນຈຸແຮງງານຫາກໜ້ອຍກວ່າ ລະດັບຄວາມຈຳເປັນຈະພາໃຫ້ເກີດມີການຂາດແຄນ,
ການສະໜອງບໍ່ພຽງພໍກັບຄວາມຕ້ອງການ.
ຄວາມຕ້ອງການທີ່ສາມາດຊຳລະສະສາງ
ທາງດ້ານອຸປະກອນການຊົມໃຊ້ຕິດພັນ ກັບການຄົງຕົວຂອງຊົນຊັ້ນ ແລະ ຊັ້ນຄົນໃນສັງຄົມແຕກຕ່າງກັນເຂົາເຈົ້າແບ່ງປັນກັນທາງດ້ານລາຍຮັບ,
ທາງດ້ານການ ຊົມໃຊ້ ແລະ
ລາຍຮັບນັ້ນໄດ້ສ້າງຄວາມຕ້ອງການໃໝ່, ການສະໜອງ ແລະ
ຄວາມຕ້ອງການພາຫະນະການຜະລິດຍາມໃດກໍຕິດພັນກັບໂຄງປະກອບຂອງຂະບວນການຜະລິດສຳສັງຄົມ.
ສະນັ້ນ, ຖ້າຫາກເຂົ້າໃຈຢ່າງຖືກຕ້ອງ ແລະ ດັດສົມການພົວພັນລະຫວ່າງການສະໜອງ
ກັບຄວາມຕ້ອງການໄດ້ນັ້ນ ຕ້ອງເຂົ້າໃຈໂຄງປະກອບຊົນຊັ້ນຂອງສັງຄົມ ແລະ
ໂຄງປະກອບຂອງການຜະລິດສຳສັງຄົມ.
ການສະໜອງ ແລະ
ຄວາມຕ້ອງການມີການຫົດຢືດ ແລະ ມີການດັດແປງຢູ່ເລື້ອຍໆ. ຄວາມຕ້ອງການມີການເຄື່ອນເໜັງ
ໄປທິດທາງທີ່ກົງກັນຂ້າມ ກັບລາຄາຂອງສິນຄ້າ ໃນທ້ອງຕະຫຼາດ
ແຕ່ພັດໄປຕາມທິດທາງດຽວກັນກັບ ລະດັບລາຍຮັບການສະໜອງ
ເຄື່ອນເໜັງໄປຕາມທິດທາງທີ່ກົງກັນຂ້າມກັບລາຄາສິນຄ້າສົ່ງອອກ ແລະ
ເຄື່ອນເໜັງໄປຕາມທິດທາງທີ່ກົງກັນຂ້າມກັບລາຄາສິນຄ້າສົ່ງອອກນຳອີກ,
ສົມມຸດວ່າເມື່ອລາຄາແພຝ້າຍ ໄດ້ຮັບການກະຕຸກ
ຈະເຮັດໃຫ້ມີການເພີ່ມສະໜອງແພຝ້າຍ ຫຼື
ລາຄາແພຝ້າຍຫຼຸດລົງກໍອາດຈະນຳໄປເຖິງການເພີ່ມຄວາມຕ້ອງການທາງດ້ານຝ້າຍ,
ສະນັ້ນ ການສະໜອງແພຝ້າຍ, ຍັງຈະເພີ່ມຂຶ້ນຖ້າຫາກວ່າການຂາຍແພຝ້ານນັ້ນຍັງມີຜົນກຳໄລຢູ່,
ເປັນອັນວ່າ, ຄວາມຕ້ອງການຂອງປັດໄຈສົ້ນເຂົ້າຕັດສິນການສະໜອງສົ້ນອອກ ຫຼື
ກົງກັນຂ້າມການຜະລິດຕັດສິນຕະຫຼາດ ແລະ ຕະຫຼາດຕັດສິນວ່າການຜະລິດ.
ການພົວພັນລະຫວ່າງການສະໜອງ
ກັບຄວາມຕ້ອງການມີການເໜັງຕີງ ອາດຈະເປັນຍ້ອນການປ່ຽນແປງຂອງຝ້າຍສະໜອງ
ຫຼື ຝ້າຍຕ້ອງການ ຫຼື ກໍອາດຈະເປັນຍ້ອນທັງສອງຝ່າຍ.
ການເໜັງຕີງທັງສ້າງໃຫ້ເກີດຄວາມຜິດໂຕນກັນ
ລະຫວ່າງການສະໜອງກັບຄວາມຕ້ອງການ. ຕົວຢ່າງ:
ຄວາມຕ້ອງການຫຼຸດລົງເຮັດໃຫ້ລາຄາທ້ອງຕະຫຼາດຫຼຸດລົງ ແລະ
ມັນອາດຈະເຮັດໃຫ້ການລົງທຶນເຂົ້າໃນຂະແໜງນັ້ນຫຼຸດລົງ
ເຮັດໃຫ້ການສະໜອງຫຼຸດລົງ; ຫຼືວ່າເພີ່ນອາດຈະນຳເຂົ້າໃນການຜະລິດເຮັດໃຫ້ແຮງງານສັງຄົມທີ່ຈຳເປັນຫຼຸດລົງເທົ່າກັບລາຄາສິນຄ້າ
ໃນທ້ອງຕະຫຼາດໄດ້ຫຼຸດລົງນັ້ນ ຫຼື ວ່າເມື່ອຄວາມຕ້ອງການເພີ່ມຂຶ້ນ,
ລາຄາໃນທ້ອງຕະຫຼາດເພີ່ມສູງກວ່າ
ຄຸນຄ່າໃນທ້ອງຕະຫຼາດຈະເຮັດໃຫ້ມີການກະຕຸ້ນການລົງທຶນເຂົ້າໃສ່ຂະ ແໜງນີ້
ເຮັດໃຫ້ການຜະລິດໄດ້ຮັບການເປີດກວ້າງ ແລະ ການສະໜອງເພີ່ມຂຶ້ນ,
ແລ້ວເຮັດໃຫ້ລາຄາທ້ອງຕະຫຼາດຫຼຸດລົງ. ໃນກໍລະນີທີ່ຕ້ອງລົງທຶນເຂົ້າໃສ່ການຜະລິດໃນເງື່ອນໄຂບໍ່ດີ
ເພື່ອຕອບສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນ (ຕົວຢ່າງ
ລົງທຶນເຮັດນາທີ່ບໍ່ງາມເພື່ອຕອບ ສະໜອງຄວາມຕ້ອງການທາງດ້ານສະບຽງອາຫານ)
ຈະເຮັດໃຫ້ລາຄາທ້ອງຕະຫຼາດສູງຂຶ້ນ ແລະ ຄົງຕົວຢູ່ເປັນໄລຍະເວລາຍາວນານ
ແມ່ນບໍ່ໄດ້ຈັດຢູ່ໃນກໍລະນີກ່າວມາຂ້າງເທິງ.
ຄວາມຕ້ອງການໄດ້ຮັບຜົນສະທ້ອນຈາກບັນດາປັດໄຈດັ່ງຕໍ່ໄປນີ້:
ໜຶ່ງ; ປະສິດທິຜົນ ແລະ
ຄຸນປະໂຫຍດຂອງສິນຄ້າຕໍ່ຄວາມຕ້ອງການ ແລະ ຄວາມນິຍົມຂອງຜູ້ຊົມໃຊ້.
ສອງ;
ລາຍໄດ້ຂອງປະຊາກອນ, ເວົ້າລວມແມ່ນ ຖ້າເງື່ອນໄຂອື່ນໆ
ບໍ່ມີການປ່ຽນແປງລາຍຮັບຂອງເຂົາເຈົ້າຍິ່ງສູງຄວາມຕ້ອງການສິນຄ້າກໍຍິ່ງສູງ.
ສາມ; ລາຄາຂອງສິນຄ້າ,
ຄວາມຕ້ອງການເຄື່ອນເໜັງໄປຕາມທິດທາງທີ່ກົງກັນຂ້າມກັບລາຄາຂອງສິນຄ້າ.
ສີ່;
ລາຄາຂອງສິນຄ້າອາດຈະມີການປ່ຽນແປງ ຍ້ອນລາຄາສິນຄ້າປະເພດອື່ນ
ທີ່ມີການພົວພັນກັບສິນຄ້າປະເພດນັ້ນທີ່ມີການປ່ຽນແປງ, ເຊັ່ນວ່າ
ລາຄານ້ຳມັນເພີ່ມຂຶ້ນຈະສົ່ງຜົນສະທ້ອນເຖິງ ຄວາມຕ້ອງການລົດຍົນ.
ຫ້າ;
ລາຄາທີ່ຄາດຄະເນໄວ້ສຳລັບປະເພດສິນຄ້າໃດໜຶ່ງ ທຽບກັບປະເພດສິນຄ້າອື່ນ
ເຊັ່ນວ່າ ເມື່ອຄາດຄະເນວ່າ ລາຄາຝ້າຍອາດຈະເພີ່ມຂຶ້ນ
ຄົນອາດຈະຊື້ແພຝ້າຍມາ “ສະຕ໊ອກ” ໄວ້ເປັນຈຳນວນຫຼວງຫຼາຍ ຫຼືເມື່ອຄາດຄະເນວ່າ ລາຄາຊີ້ນໝູຈະແພງຂຶ້ນ,
ຄົນອາດຈະຊື້ຊີ້ນໝູໄວ້ໃນຕູ້ເຢັນຫຼາຍກວ່າເກົ່າ...ດ້ວຍເຫດນັ້ນການສະໜອງໄດ້ຮັບຜົນຈາກບັນດາປັດໄຈດັ່ງຕໍ່ໄປນີ້:
-
ຕົ້ນທຶນການຜະລິດຂອງຜະລິດຕະພັນ,
ນອກຈາກກໍລະນີພິເສດ ຖ້າຕົ້ນທຶນການຜະລິດຕ່ຳຈະສາມາດມີກຳໄລຫຼາຍ, ສະນັ້ນມັນໄປກະຕຸ້ນການສະໜອງ.
-
ລາຄາສິນຄ້າ, ຕາມປົກກະຕິແລ້ວປັດໄຈອື່ນ
ທີ່ສົ່ງຜົນສະທ້ອນຕໍ່ການສະໜອງສິນຄ້າປະເພດໃດໜຶ່ງບໍ່ມີການປ່ຽນແປງຈະເຮັດໃຫ້ລາຄາຂາຍສິນຄ້ານັ້ນຍິ່ງສູງ
ແລະ ຜູ້ຜະລິດຍິ່ງຢາກເພີ່ມການ ສະໜອງ.
-
ລາຄາຂອງບັນດາສິນຄ້າທີ່ມີສ່ວນກ່ຽວພັນ
ຕົວຢ່າງ: ເມື່ອລາຄາເຂົ້າບໍ່ມີການປ່ຽນແປງ,
ແຕ່ໃນຂະນະດຽວກັນນັ້ນລາຄາຜັກ ແລະ ໝາກໄມ້ເພີ່ມຂຶ້ນ,
ຄົນຈະຫຼຸດການປູກເຂົ້າລົງເປັນອັນວ່າ ລາຄາສິນຄ້າມີສ່ວນກ່ຽວພັນ
ໄດ້ສົ່ງຜົນສະທ້ອນເຖິງການສະໜອງເຂົ້າ.
-
ລາຄາປັດໄຈການຜະລິດ,
ຄວາມກ້າວໜ້າທາງດ້ານເຕັກນິກເຮັດໃຫ້ລາຄາຂອງບັນດາປັດໄຈການຜະລິດຫຼຸດລົງ
ພ້ອມກັນນັ້ນກໍ່ອາດຈະເຮັດໃຫ້ການສະໜອງສິນຄ້າເພີ່ມຂຶ້ນ.
-
ນະໂຍບາຍ ພາສີອາກອນ ຂອງລັດຖະບານ.
ພາສີສູງຈະເຮັດໃຫ້ລາຄາສູງຂຶ້ນ, ກຳໄລຈະຫຼຸດລົງ ແລະ ການຂາຍຈະຍາກຂຶ້ນ, ຊຶ່ງຈະເຮັດໃຫ້ການສະໜອງຫຼຸດລົງ
ແລະ ກົງກັນຂ້າມ.
·
ການແກ້ງແຍ້ງໃນຕະຫຼາດ.
ການແກ້ງແຍ້ງ
ແມ່ນມາດຕະເກນພາວະວິໄສອັນໜຶ່ງ ຂອງເສດຖະກິດສິນຄ້າ, ແມ່ນສະພາບແວດລ້ອມ ແລະ
ກຳລັງຊຸກດັນຂອງພື່ນຖານເສດຖະກິດຕະຫຼາດ. ການແກ້ງແຍ້ງເຂົ້າໃຈຕາມແບບງ່າຍດາຍວ່າ
ມັນແມ່ນການສູ້ຢັນລະຫວ່າງຜູ້ຜະລິດ, ລະຫວ່າງຜູ້ຂາຍ, ລະຫວ່າງຜູ້ຊື້,
ລະຫວ່າງຜູ້ຊື້ກັບຜູ້ຂາຍ, ລະຫວ່າງຜູ້ຜະລິດ ແລະ ຜູ້ຈໍລະຈອນສິນຄ້າ ດ້ວຍຮູບການ ແລະ
ຊັ້ນເຊີງທີ່ແຕກຕ່າງກັນເພື່ອຍາດເງື່ອນໄຂແຫ່ງການຜະລິດ ແລະ ການຈໍລະຈອນສິນຄ້າ
ທີ່ເປັນຜົນດີທີ່ສຸດໃຫ້ແກ່ຕົນເອງ.
ການແກ້ງແຍ້ງມີທັງຜົນກະທົບທາງດ້ານຕັ້ງໜ້າ
ແລະ ຫຍໍ່ທໍ້ຕໍ່ການຂະຫຍາຍຕົວຂອງເສດຖະກິດ. ໂດຍອີງໃສ່ຮູບການຊັ້ນເຊີງ ແລະ ຜົນໄດ້ຮັບຂອງການແກ້ງແຍ້ງ.
ອາດຈະຈຳແນກການແກ້ງແຍ້ງທີ່ຕັ້ງໜ້າ ແມ່ນການແກ້ງແຍ້ງທີ່ດຳເນີນຢູ່ໃນຂອບເຂດ
ຂອງກົດໝາຍແຫ່ງລັດ ແລະ ດ້ວຍບັນດາວິທີການຕ່າງໆ ທາງດ້ານເສດຖະກິດ,
ເຕັກນິກແນໃສ່ຍົກສູງດ້ານປະລິມານ ແລະ ຄຸນນະພາບຂອງສິນຄ້າ, ປ່ຽນຮູບຊົງຂອງສິນຄ້າ,
ປະຢັດການໃຊ້ຈ່າຍເຂົ້າໃນການຜະລິດ, ແລະ
ການໃຊ້ຈ່າຍເຂົ້າໃນການຈໍລະຈອນສິນຄ້າເພື່ອໃຫ້ລາຄາຂາຍຕ່ຳລົງ. ການແກ້ງແຍ້ງທີ່ຕັ້ງໜ້າ
ເປັນກຳລັງດັນແຫ່ງການຂະຫຍາຍຕົວຂອງເສດຖະກິດສິນຄ້າ,
ທັງນີເພາະວ່າມັນເປັນຕົວການບຸກເຂົ້າໃສ່ເພື່ອທຳລາຍແບບວິທີການທຳມາຫາກິນທີ່ຢູ່ໃນທ່າຫົດຖອຍ,
ສະງັກຊັກຊ້າ, ຄອງເດີມ, ຂີ້ຄ້ານ, ຟູມເຟື່ອຍ, ມັນບັງຄັບ ໃຫ້ຜູ້ທຳການຜະລິດ ແລະ
ຜູ້ຈໍລະຈອນສິນຄ້າ, ຢາກຄົງຕົວ ແລະ ຂະຫຍາຍຕົວ ຕອງເປັນເຈົ້າການປະດິດສ້າງ,
ຕ້ອງຮຽນຮູ້ກ່ຽວກັບການຈັດຕັ້ງ, ຄຸ້ມຄອງ ແລະ ສິລະປະໃນການເຮັດທຸລະກິດທີ່ເກັ່ງ.
ການແກ້ງແຍ້ງທີ່ຫຍໍ້ທໍ້
ແມ່ນການແກ້ງແຍ້ງທີ່ດຳເນີນຮູບແບບ, ເລ່ລ່ຽມທີ່ບໍ່ນອນໃນເສດຖະກິດ, ຫຼົບຫຼີກການກວດກາຂອງລັດເຊັ່ນວ່າ:
ກັກຕຸກສິນຄ້າ, ຄ້າຂາຍເຖື່ອນ, ປອມແປງສິນຄ້າ. ຫຼົບຫຼີກພາສີ, ຫຼອກລວງຕົ້ມຕຸນ,
ໃຫ້ສິນບົນ, ຂີ້ລັກ, ທຳການຜະລິດແບບເຊື່ອງອຳ ແລະ ທຳລາຍບົດບາດຂອງຄູ່ຮ່ວມແກ້ງແຍ້ງສ້າງຄວາມເຊື່ອມເສຍ,ການແກ້ງແຍ້ງແຂ່ງຂັນທີ່ກ່າວມານີ້
ສ້າງຄວາມເສຍຫາຍແກ່ຜູ້ຜະລິດ ແລະ ຜູ້ຊົມໃຊ້. ສະນັ້ນຕ້ອງຈຳກັດ ແລະ ລົບລ້າງມັນ.
ໃນກົນໄກເສດຖະກິດຕະຫຼາດ,
ໂດຍຜ່ານການເໜັງຕີງຂອງລາຄາ ເຮັດໃຫ້ເກີດການດັດສົມການຜະລິດ ແລະ ການຈໍລະຈອນສິນຄ້າ,
ຊຸກຍູ້ໃຫ້ຜູ້ທຳການຜະລິດສິນຄ້າ ຕ້ອງນຳໃຊ້ຜົນສຳເລັດທາງດ້ານວິທະຍາສາດ-ເຕັກນິກໂດຍໄວ ເພື່ອຍົກສູງຜະລິດຕະພາບຂອງແຮງງານ,
ຫຼຸດຄຸນຄ່າສະເພາະຂອງສິນຄ້າໃຫ້ຕໍ່າກວ່າຄຸນຄ່າໃນທ້ອງຕະຫຼາດ, ເພື່ອຍາດເອົາທ່າດີໃນການແກ້ງແຍ້ງ
ແລະ ມີຜົນກຳໄລສຸດທີ່ຫຼາຍຂຶ້ນ, ຜູ້ທີ່ນຳໃຊ້ເຕັກນິກທີ່ລ້າສະໄໝ, ສະມັດຖະພາບຂອງງານຕ່ຳ
ຄຸນຄ່າສະເພາະຂອງສິນຄ້າສູງກວ່າຄຸນຄ່າໃນທ້ອງຕະຫຼາດຈະຕົກຢູ່ ໃນທ່າເສຍປຽບໃນການແກ້ງແຍ້ງ
ແລະ ຫຼຸບທຶນ ເຊິ່ງບາງເທື່ອເຖິງຂັ້ນລົ້ມລະລາຍ. ຈຳຕ້ອງກາຍເປັນຄົນຮັບຈ້າງ ເປັນອັນວ່າ,
ກົນໄກຕະຫຼາດພາຍໃຕ້ການກະທົບຂອງກົດເກນຄຸນຄ່າ, ການຕອບສະໜອງ ແລະ ຄວາມຕ້ອງການ,
ການແກ້ງແຍ້ງຈະພາໄປເຖິງການຜັນແຍກຜູ້ຜະລິດອອກເປັນສອງຂົ້ວ: ຂົ້ວຮັ່ງ ແລະ ຂົ້ວທຸກ.
ກົນໄກຕະຫຼາດ ທີ່ປ່ອຍປະໃຫ້ເປັນໄປຕາມມີຕາມເກີດນັ້ນ
ມີຫຼາຍອັນທີ່ສົ່ງຜົນກະທົບທີ່ຕັ້ງໜ້າ ແລະ ກໍມີຫຼາຍອັນທີ່ສົ່ງຜົນກະທົບຫຍໍ້ທໍ້,
ເຊັ່ນວ່າ: ເກີດການຜັນແຍກຂົ້ວຮັ່ງ ແລະ ຂົ້ວທຸກ, ຫຼື ລັກສະນະເກີດເອງ
ທີ່ບໍ່ມີການຄຸ້ມຄອງຂອງລັດ
ຊຶ່ງຈະພາໄປເຖິງການຂາດຄວາມສົມດູນຢ່າງຮ້າຍແຮງໃນພື້ນຖານເສດຖະກິດ ຫຼື
ກໍ່ໃຫ້ເກີດວິກິດທາງດ້ານເສດຖະກິດ ທີ່ມີລັກສະນະເປັນຮອບວຽນ...ຍ້ອນແນວນັ້ນ,
ອີງໃສ່ລະດັບການຂະຫຍາຍຕົວຂອງການຫັນການຜະລິດເປັນສັງຄົມ,
ແນ່ນອນວ່າຄວາມຮຽກຮ້ອງຕ້ອງການໃຫ້ມີການດັດສົມຂອງລັດຈະມີຂຶ້ນ. ຈາກນັ້ນ
ຈຶ່ງກຳເນີດຄວາມສຳນຶກກ່ຽວກັບກົນໄກຕະຫຼາດທີ່ມີການດັດສົມຂອງລັດ.
ນີ້ແມ່ນກົນໄກການເຄື່ອນໄຫວຂອງພື້ນຖານເສດຖະກິດສິນຄ້າ ທີ່ມີລັກສະນະປະສົມປະສານ
ຊຶ່ງປະກອບດ້ວຍກົນໄກຕະຫຼາດເສລີ, ແລະ ການດັດສົມມະຫາພາກຂອງລັດ. ສະນັ້ນ,
ພື້ນຖານເສດຖະກິດປະສົມ ແມ່ນພື້ນຖານເສດຖະກິດ
ທີ່ເຄື່ອນໄຫວຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດ.
3.
ການເຄື່ອນໄຫວຂອງເສດຖະກິດຕະຫຼາດສະແດງອອກດັ່ງນີ້:
3.2.
ລັກສະນະເປັນເຈົ້າ
ຂອງບັນດາອັດຕະພາບເສດຖະກິດ ຫຼື ອັດຕະພາບຕະຫຼາດ.
ບັນດາອັດຕະພາບເສດຖະກິດສິນຄ້າ
ເປັນເຈົ້າຕົນເອງທາງດ້ານການເງິນ ເປັນຜູ້ເລືອກເຟັ້ນຮູບການກຳມະສິດ.
ເລືອກຂະແໜງທຸລະກິດທີ່ກົດໝາຍບໍ່ເກືອດຫ້າມ, ເປັນຜູ້ຕົກລົງທຸກບັນຫາກ່ຽວກັບທຸລະກິດດ້ວຍຕົນເອງ
ແລະ ທັງຜູ້ຮັບຜິດຊອບຕໍ່ການສ່ຽງໄພຂອງການຕົກລົງດັ່ງກ່າວ.
3.3.
ຕະຫຼາດທັງເປັນບ່ອນອີງ
ແລະ ທັງເປັນເປົ້າໝາຍຂອງແຜນການ.
ຕະຫຼາດມີບົດບາດເປັນຜູ້ຊື້ໂດຍກົງ
ຕໍ່ບັນດາຫົວໜ່ວຍເສດຖະກິດ ເພື່ອຈະເລືອກຂົງເຂດເຄື່ອນໄຫວ ແລະ ແບບວິທີ
ຈັດຕັ້ງການຜະລິດ-ທຸລະກິດ, ໂດຍເລີ່ມຈາກຄວາມຮຽກຮ້ອງຕ້ອງການ ແລະ ຄວາມສາມາດໃນການຈຳໜ່າຍ
ເພື່ອສ້າງແຜນການວ່າ ຈະຜະລິດຫຍັງ? ຜະລິດຄືແນວໃດ? ຜະລິດໃຫ້ໃຜ? ມີການສິ້ນເປືອງແຮງງານຫຼາຍປານໃດອື່ນໆ...
ໃນລະດັບມະຫາພາກລັດ ກໍ່ຕ້ອງໄດ້ອີງໃສ່ການພົວພັນລະຫວ່າງການສະໜອງ ແລະ
ຄວາມຕ້ອງການຂອງຕະຫຼາດ ເພື່ອສ້າງແຜນການທີ່ມີລັກສະນະກຳນົດທິດ ແລະ
ດັດສົມການເຄື່ອນໄຫວຂອງບັນດາວິສາຫະກິດ.
3.4. ຫັນທຸກການພົວພັນເສດຖະກິດເປັນເງິນ ຫຼື ເປັນສິນຄ້າຕາມລາຄາຕະຫຼາດ.
ລາຄາແມ່ນປັດໄຈພື້ນຖານຂອງການຕະຫຼາດ.ລາຄາມີພາລະບົດບາດສະໜອງຂໍ້ມູນຂ່າວສານ,
ພາລະບົດບາດດັດສົມ, ຈໍລະຈອນ ແລະ ຈັດແບ່ງຊັບພະຍາກອນ,
ທັງມີພາລະບົດບາດກະຕຸກຊຸກຍູ້ຄວາມກ້າວໜ້າທາງດ້ານເຕັກນິກ.
- ພາລະບົດບາດສະໜອງຂໍ້ມູນຂ່າວສານ: ລາຄາສະທ້ອນໃຫ້ເຫັນສະພາບການສະໜອງ
ແລະ ຄວາມຕ້ອງການ ເປັນສື່ຂ່າວສານທາງດ້ານລາຄາ
ຊຶ່ງຈະຊັກນຳຫົວໜ່ວຍເສດຖະກິດທີ່ກ່ຽວຂ້ອງ (ຜູ້ຜະລິດ, ຜູ້ທຸລະກິດ ແລະ ຜູ້ຊົມໃຊ້)
ມີການຕົກລົງຕັດສິນໃຈທີ່ຖືກຕ້ອງ.
-
ພາລະບົດບາດດັດສົມການຜະລິດ,
ດັດສົມການຈໍລະຈອນ ແລະ ຈັດແບ່ງຊັບພະຍາກອນ:
ໃນເມື່ອລາຄາສິນຄ້າປະເພດໃດໜຶ່ງສູງຂຶ້ນ,
ຕາມທຳມະດາແລ້ວ ຜູ້ຜະລິດຈະເພີ່ມການຜະລິດສິນຄ້າປະເພດນັ້ນໃຫ້ໄດ້ຫຼາຍຂຶ້ນຕື່ມ
ແລະ ຈະເອົາຊັບພະຍາກອນໃນສັງຄົມ ເຂົ້າໃນຂະແໜງການນັ້ນຫຼາຍຂຶ້ນ,
ແຕ່ຄວາມຕ້ອງການຂອງຜູ້ຊົມໃຊ້ ຕໍ່ສິນຄ້າປະເພດດັ່ງກ່າວຈະຫຼຸດລົງ.
ໃນເມື່ອລາຄາຫຼຸດລົງຜູ້ຜະລິດກໍຈະຫຼຸດການຜະລິດສິນຄ້າປະເພດນັ້ນລົງ
ແລະ ຈະເຮັດໃຫ້ນຳໃຊ້ຊັບພະຍາກອນເຂົ້າໃນຂະແໜງການດັ່ງກ່າວນັ້ນຫຼຸດລົງ
ແຕ່ຄວາມຕ້ອງການຊົມໃຊ້ສິນຄ້າປະເພດດັ່ງກ່າວອາດຈະເພີ່ມຂຶ້ນ. ໂດຍຜ່ານຂະບວນວິວັດດັ່ງກ່າວນັ້ນ
ລາຄາສິນຄ້າຈະມີການປ່ຽນແປງ ແລະ ກາຍເປັນຕົວດັດສົມຂະໜາດ ແລະ
ຂອບເຂດການຜະລິດຂອງບັນດາໂຮງຈັກໂຮງງານ, ດັດສົມການຈັດແບ່ງຊັບພະຍາກອນ
ລະຫວ່າງຂະແໜງການຕ່າງໆ ດ້ວຍກັນ, ດັດສົມຄວາມສົມສ່ວນ ລະຫວ່າງລວມຍອດຂອງການສະໜອງ ແລະ
ຄວາມຕ້ອງການຂອງສັງຄົມ.
- ພາລະບົດບາດຊຸກຍູ້ຄວາມກ້າວໜ້າທາງດ້ານເຕັກນິກ, ຫຼຸດຜ່ອນປະລິມານແຮງງານສັງຄົມທີ່ຈຳເປັນ:
ຜົນກະທົບພາລະບົດບາດອັນຕົ້ນຕໍ
ຂອງລາຄາມີສາຍພົວພັນທີ່ເປັນເອກະພາບ, ແຕ່ລາຄາຈະເສີມຂະຫຍາຍບົດບາດເຫຼົ່ານັ້ນ
ໄດ້ກໍ່ຕໍ່ເມື່ອຢູ່ທ້ອງຕະຫຼາດມີການແກ້ງແຍ້ງກັນຢ່າງສົມບູນແບບ, ໃນພື້ນຖານເສດຖະກິດແຜນການລວມສູນ,
ເກື້ອກູນນັ້ນ ການທີ່ລາຄາມີຄວາມໝັ້ນທ່ຽງຢ່າງຍາວນານ
ມັນທັງບໍ່ສ່ອງແສງໃຫ້ເຫັນການພົວພັນລະຫວ່າງການສະໜອງ ແລະ ຄວາມຕ້ອງການ, ສະນັ້ນ,
ຈຶ່ງເຮັດໃຫ້ພາລະບົດບາດນີ້ສູນເສຍໄປໃນຕົວຂອງມັນ, ຖ້າກໍລະນີມີເງິນເຟີ້ ຫຼື
ມີການຜູກຂາດທາງດ້ານລາຄາຈະເຮັດໃຫ້ລາຄາຫ່າງໄກອອກຈາກຄຸນຄ່າ ເວລານັ້ນ
ພາລະບົດບາດປົກກະຕິຂອງລາຄາກໍ່ຈະບໍ່ຄົງທີ່ອີກ.
ພາກທີ II: ທັດສະນະກ່ຽວກັບການຂະຫຍາຍເສດຖະກິດຕະຫຼາດຕາມທິດສັງຄົມນິຍົມຢູ່ປະເທດເຮົາ.
1.
ການຂະຫຍາຍເສດຖະກິດຕະຫຼາດຕາມທິດສັງຄົມນິຍົມຢູ່ປະເທດເຮົາ.
- ໃນດ້ານຈຸດໝາຍ ການຂະຫຍາຍເສດຖະກິດຕະຫຼາດແມ່ນ ເພື່ອປົດປ່ອຍ
ແລະ ຂະຫຍາຍກຳລັງການຜະລິດຢ່າງເຂັ້ມແຂງແນໃສ່ຫັນເສດຖະກິດທຳມະຊາດໄປສູ່ເສດຖະກິດການຄ້າ,
ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນຢ່າງບໍ່ຢຸດຢັ້ງ; ສ້າງປະເທດເຮົາໃຫ້ໝັນຄົງ,
ເຂັ້ມແຂງ, ປະຊາຊົນຮັງມີຜາສຸກ ແລະ ສັງຄົມສີວິໄລຍຸດຕິທຳ.
- ຕ້ອງຮັບປະກັນການນຳພາຂອງພັກ ແລະ ການຄຸມຄອງຂອງລັດ,
ປະສານສົມທົບລະຫວ່າງແຜນການ ແລະ ຕະຫຼາດຢ່າງຄ່ອງຕົວ, ຄ່ອງແຄ້ວ ແລະ ກົມກຽວ.
- ທິດຂະຫຍາຍຕົວແມ່ນຕ້ອງຮັບປະກັນການກ້າວຂື້ນສັງຄົມນິຍົມ
ແຕ່ບໍ່ກັບຄືນໄປກົນໄກເກົ່າແບບລວມສູນເກື້ອກູນ.
- ຊຸກຍູ້ສົ່ງເສີມໃຫ້ເສດຖະກິດຂອງລັດ ແລະ
ເສດຖະກິດຮ່ວມມືຂອງປະຊາຊົນຂະຫຍາຍຕົວກ້າວຂື້ນກາຍເປັນພື້ນຖານຂອງເສດຖະກິດແຫ່ງຊາດ.
ພ້ອມດຽວກັນນັ້ນ, ກໍ່ຕ້ອງຊຸກຍູ້ສົງເສີມທຸກພາກສ່ວນເສດຖະກິດໃຫ້ຂະຫຍາຍຕົວ ແລະ
ມີຄວາມສະເໝີພາບຕໍ່ໜ້າກົດໝາຍ; ມີຄວາມເປັນເຈົ້າຕົນເອງໃນການດຳເນີນຜະລິດ-ທຸລະກິດ
ປະກອບສ່ວນເຂົ້າໃນການປົດປ່ອຍ ແລະ ຂະຫຍາຍກຳລັງການຜະລິດ.
- ການຂະຫຍາຍເສດຖະກິດຕ້ອງໄປພ້ອມກັບການຂະຫຍາຍວັດທະນະທຳ ແລະ
ການແກ້ໄຂບັນຫາສັງຄົມ, ບໍ່ໃຫ້ເກີດມີການຜັນແຍກເປັນສອງຂົ້ວ, ຂົ້ວຮັງ-ຂົ້ວຮັ່ງ
ໂຕນກັນຫຼາຍ, ຮັບປະກັນການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ
ສິ່ງແວດລ້ອມທັງຮັບປະກັນໃຫ້ປະເທດຊາດພັດທະນາໄປຕາມທິດກ້າວຂື້ນສັງຄົມນິຍົມ.
-
ການດັດສົມຕະຫຼາດຢູ່ປະເທດເຮົາອີງໃສ່ທາງລັດເປັນຜູ້ບັນຊາຊີ້ບອກ;
ລັດຕ້ອງມີແຜນການເພື່ອກຳນົດທິດທາງໃຫ້ເຊັ່ນ: ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ,
ແຜນພັດທະນາຂອງຂະແໜງການ ແລະ ອົງການອ້ອມຂ້າງທັງສູນກາງ, ແຜນພັດທະນາເຂດແຄວ້ນ ຫຼື
ບໍລິເວນເສດຖະກິດປະເທດ... ພ້ອມກັນນັ້ນ, ກໍ່ແກ້ໄຂບັນຫາສັງຄົມໄປພ້ອມໆກັບການຮັບປະກັນຄວາມເປັນເອກກະພາບລະຫວ່າງເສດຖະກິດກັບຄວາມຍຸດຕິທຳໃນສັງຄົມ.
2.ເພີ່ມທະວີບົດບາດຄຸ້ມຄອງມະຫາພາກ. ເພື່ອຢາກໃຫ້ເສດຖະກິດຕະຫຼາດຂະຫຍາຍຕົວດ້ວຍຈັງຫວະດີຂື້ນດ້ານໜຶ່ງ,ກໍ່ຕ້ອງມີລັດຄຸ້ມຄອງດີ,ປະສິດທິຜົນການຄຸ້ມຄອງມະຫາພາກຂອງລັດໃນເສດຖະກິດຕະຫຼາດມັນສະແດງອອກຢູ່ບ່ອນລັດ,
ປະຕິບັດໜ້າທີ່ດັ່ງລຸ່ມນີ້ໃຫ້ດີ:
-ລັດກໍານົດທິດແລະຊີ້ນໍາການຂະຫຍາຍຕົວຂອງທັງໝົດພື້ນຖານເສດຖະກິດ.
-
ສ້າງສິ່ງແວດລ້ອມດ້ານເສດຖະກິດ
ແລະ ຂອບເຂດກົດໝາຍໃຫ້ແກ່ການເຄື່ອນໄຫວຜະລິດທຸລະກິດໃຫ້ຄົບຖ້ວນສົມບູນ.
-
ເສີມຂະຫຍາຍດ້ານຕັ້ງໜ້າ,ສະກັດກັ້ນການແຊກຄຸມບັນດາຜົນກະທົບທີ່ເກີດຂື້ນເອງທີ່ເປັນການຫຍໍ້ທໍ້ຂອງເສດຖະດິດຕະຫຼາດນັ້ນໃຫ້ດີກ່ວາເກົ່າ.
-
ຜ່ານຜ່າບັນດາດ້ານຂາດຕົກບົກຜ່ອງທີ່ມີປະຈໍາຕົວຂອງໂຄງປະກອບເສດຖະດິດຕະຫຼາດ(ການແກ້ງແຍ້ງ,
ກົດເກນລາຄາ, ສະໜອງ ແລະ ຕ້ອງການ...)ທີ່ມັນກະທົບເຂົ້າໃສ່ກັນ; ດ້ານຫຍໍ້ທໍ້ຂອງມັນມີອັນໃດຕ້ອງສະກັດກັ້ນ.ພ້ອມກັນນັ້ນ,ກໍ່ສົ່ງເສີມແລະຂະຫຍາຍດ້ານຕັ້ງໜ້າ.
-
ເຮັດໃຫ້ຕະຫຼາດກາຍເປັນພາຫະນະສໍາຄັນອັນແທ້ຈິງ
ໃນການຈັດວາງ, ແບ່ງປັນ ແລະ ນຳໃຊ້ຢ່າງມີປະສິດທິຜົນກ່ວາເກົ່າບັນດາແຫຼ່ງກໍາລັງຊັບສິນ,ແຮງງານ...ຢູ່ພາຍໃນປະເທດເຮົາ.
-
ແບ່ງປັນ ແລະ
ປັນຄືນໃໝ່ລາຍຮັບແຫ່ງຊາດ, ຮັບປະກັນໃຫ້ແກ່ການພົວພັນສະສົມ ແລະ ໃຊ້ສອຍ.
ສະຫວັດດີການສັງຄົມກໍ່ແມ່ນວຽກງານໜື່ງທີ່ສຳຄັນສຳລັບການໃຊ້ສອຍຕ່າງໆຕໍ່ກັບສັງຄົມ;ເລື່ອງກາລົງທຶນຕ້ອງສະສົມແຫຼ່ງທຶນຈາກພາຍໃນແລະຈາກທຸກພາກສ່ວນເສດຖະກິດຂື້ນມາ.
-
ດັດສົມຜົນປະໂຫຍດ
ລະຫວ່າງ ບັນດາພາກສ່ວນເສດຖະກິດ, ບັນດາຊັ້ນຄົນ-ພົນລະເມືອງ;
ເຮັດໃຫ້ຂົ້ວຮັ່ງ-ຂົ້ວທຸກບໍ່ຫຼຸດໂຕນກັນຫຼາຍແລະຄ່ອຍໆລົບລ້າງການຜັນແຍກສອງສົ້ນໃຫ້ໄດ້ເທື່ອລະກ້າວ.
-
ຕອບສະໜອງຄວາມຕ້ອງການແຫ່ງການເພີ່ມຂື້ນໄວທາງດ້ານຄວາມສະຫງົບ,
ທາງດ້ານຍຸຕິທຳ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຊິ່ງມັນຮຽກຮ້ອງໃຫ້ຕ້ອງແກ້ໄຂດ່ວນ;
ເລື່ອງຍຸຕິທຳໃນສັງຄົມກໍ່ແມ່ນວຽກງານໜຶ່ງທີ່ຈະຕ້ອງໄດ້ແກ້ໄຂເພື່ອຮັບປະກັນໃຫ້ແກ່ການສ້າງສາພັດທະນາເສດຖະກິດ.
-
ການຄຸ້ມຄອງມະຫາພາກຂອງລັດກໍ່ໃຫ້ກວມເອົາທຸກຂົງເຂດວຽກງານນັບທັງຂອງລັດ
ແລະ ເອກະຊົນ.ຄຸ້ມຄອງໃຫ້ທົ່ວເຖິງທຸກພາກສ່ວນເສດຖະກິດແຫ່ງຊາດ,
ເພີ່ມທະວີບົດບາດຄຸ້ມຄອງໃຫ້ໂລ່ງລ່ຽນ. ສອດຫ້ອຍໄປທຸກຂະແໜງການ ແລະ
ບັນດາຂົງເຂດຂອງບັນດາກະຊວງ; ເຮັດໃຫ້ເສດຖະກິດ-ສັງຄົມທັງໝົດ ລ້ວນແຕ່ນອນຢູ່ໃນຂົງເຂດຄຸ້ມຄອງມະຫາພາກທີ່ມີປະສິດທິຜົນຂອງລັດ. 3.ໜ້າທີ່ຂອງລັດໃນກົນໄກເສດຖະກິດຕະຫຼາດ. 3.1. ປະຕິບັດໜ້າທີ່ເປັນຜູ້ແນະນຳ-ກຳນົດທິດດ້ວຍແນວທາງ
ແລະ ນະໂຍບາຍຂອງພັກໃຫ້ກາຍເປັນອັນລະອຽດ ໝາຍຄວາມວ່າ:
ການເປັນຍຸດທະສາດພັດທະນາເສດຖະກິດໄລຍະຍາວ ແລະ ສັ້ນ; ແມ່ນຫຼາຍໂຄງຕະຫຼາດຕະຫຼອດຮອດແຜນການເຄື່ອນໄຫວໃນແຕ່ລະໄລຍະ.
-ວາງຄາດໝາຍລວມທີ່ຕ້ອງບັນລຸໃນການພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ.
-
ກໍານົດຂົງເຂດບູລິມະສິດ
ແລະ ເຂດຈຸດສຸມພັດທະນາ. ຈາກນັ້ນ, ວາງແນວທາງນະໂຍບາຍ ແລະ ວິທີການຕ່າງໆອັນລະອຽດເພື່ອຈັດຕັ້ງປະຕິບັດ.
-
ກໍານົດແຈ້ງ
ອັດຕາຂາດດູນໃຫຍ່ໆ ໃນພື້ນຖານເສດຖະກິດແຫ່ງຊາດ ເປັນຕົ້ນແມ່ນການສະໜອງ ແລະ ຄວາມຕ້ອງການ,
ລາຍຮັບ-ລາຍຈ່າຍງົບປະມານແຫ່ງລັດ, ຂາເຂົ້າ-ຂາອອກ, ສິນຄ້າ-ເງິນຕາ,ໜີ້ສິນ
ແລະການສຳລະສະສາງ...ພ້ອມກັນນັ້ນ,ກໍ່ວາງທິດທາງ-ມາດຕະການແກ້ໄຂລະອຽດ.
-
ກໍານົດທິດທາງການເຄື່ອນໄຫວໃຫ້ຂະແໜງການ,
ທ້ອງຖິ່ນ ແລະ ຕະຫຼາດ ລວມທັງພາກສ່ວນເສດຖະກິດຕ່າງໆເພື່ອບັນລຸຈຸດໝາຍລວມໃນແຕ່ລະໄລຍະ.
3.2.ເອົາໃຈໃສ່ດັດສົມຄວາມຫຼຸດໂຕນກັນທາງດ້ານສັງຄົມ.
-
ໃນລະບອບປະຊາທິປະໄຕ
ປະຊາຊົນ ຍັງມີການຂູດຮີດຢູ່, ແຕ່ການຂູດຮີດຫາກຢູ່ໃນຂອບເຂດທີ່ກົດໝາຍອະນຸຍາດໃຫ້.ເສີມຂະຫຍາຍກຳລັງແຮງຂອງພາກສ່ວນເສດຖະກິດຕ່າງໆເຂົ້າໃນການຜະລິດ,
ປັບປຸງຊີວິດການເປັນຢູ່ພົນລະເມືອງ; ແຕ່ອີກດ້ານໜື່ງ
ກໍ່ຕ້ອງຮັບປະກັນສິດພື້ນຖານຂອງຜູ້ອອກແຮງງານ, ຮັບປະກັນຄວາມຍຸຕິທຳໃນສັງຄົມເຊິ່ງສະແດງເຖິງທາດແທ້ມະນຸດຊະທຳຂອງລະບອບໃໝ່.
ຕ້ອງຮັບປະກັນການປະຕິບັດກົດໝາຍແຮງງານຢ່າງເຂັ້ມງວດ,
ເພີ່ມທະວີການກວດກາຊອກເຫັນຜູ້ລະເມີດ ແລະ ວາງມາດຕະການລົງໂທດຢ່າງທັນການ,ສັກສິດແລະເດັດຂາດ.
-
ຕັ້ງຫນ້າດັດສົມການສ້າງຮັ່ງຄູນມີໂດຍບໍ່ຊອບທໍາ,
ພັກ-ລັດເຮົາ ໄດ້ສົ່ງເສີມໃຫ້ທຸກຄົນສ້າງຮັ່ງຄູນມີດ້ວຍເຮື່ອແຮງ, ທຶນຮອນ ແລະ
ສະຕິຂອງຕົນເອງ ຢ່າງຖືກຕ້ອງຕາມກົດໝາຍເພື່ອຜົນປະໂຫຍດຂອງຕົນ ລວມໝູ່ແລະສັງຄົມ.
-
ດັດສົມການແຈກຢາຍລາຍໄດ້ຢ່າງສົມເຫດສົມຜົນໂດຍໃຊ້ນະໂຍບາຍກະຈາຍລາຍໄດ້,ນະໂຍບາຍລົງທຶນເໝາະສົມເຂົ້າໃນກິດຈະການສາທາລະນະສັງຄົມເພື່ອຕອບສະໜອງຄວາມຕ້ອງການຂອງສັງຄົມທີ່ຫຼວງຫຼາຍ.
-
ດັດສົມການຈໍລະຈອນເງິນຕາ,
ກ່ອນອື່ນໝົດຕ້ອງດັດສົມບໍລິມາດເງິນຕາ ທີ່ຈໍລະຈອນໃນທ້ອງຕະຫຼາດແລະ ອັດຕາດອກເບ້ຍທະນາຄານ,
ຮັບປະກັນແກ້ໄຂສະພາວະເງິນເຟີ້ໃນທ້ອງຕະຫຼາດ,
ເອົາໃຈໃສ່ດັດສົມຂາເຂົ້າ-ຂາອອກ,ປົກປ້ອງຜະລິດຕະພັນພາຍໃນແລະສົ່ງເສີມຂາອອກຢ່າງແຂງແຮງ.
-
ຢາກດັດສົມໄດ້ດີ,
ລັດຕ້ອງໃຊ້ເຄື່ອງມືເສດຖະກິດຢ່າງແຂງແຮງ ເປັນຕົ້ນແມ່ນ ລາຄາ, ພາສີ ດອກເບ້ຍແລະອັດຕາແລກປ່ຽນເງິນຕາຕ່າງປະເທດ.
-
ລັດ
ຕ້ອງມີກໍາລັງແຮງໃນກໍາມືຂອງຕົນ ເປັນຕົ້ນແມ່ນ ຄັງແຮດ້ານສະບຽງອາຫານ, ວັດຖຸ, ສິນຄ້າ
ແລະເງິນຕາຕ່າງປະເທດ.
-
ລັດ
ຕ້ອງເອົາໃຈໃສ່ບັນຫາຂ່າວສານເສດຖະກິດ ແລະ ວິທະຍາສາດ-ເຕັກໂນໂລຊີ ເພື່ອຕອບສະໜອງແຫຼ່ງຂ່າວໃຫ້ແກ່ການຜະລິດແລະຄຸ້ມຄອງຂອງລັດ.
3.3ປັບປຸງແລະເພີ່ມທະວີວຽກງານກວດກາດ້ານກົດໝາຍຂອງລັດຕໍ່ເສດຖະກິດ.
-
ຕ້ອງກວດກາຄືນຂໍ້ກໍານົດ,
ກົດໝາຍ, ລະບອບ ແລະ ລະບຽບການຕ່າງໆ ໃນຂົງເຂດເສດຖະກິດທີ່ໃຊ້ແລ້ວເພື່ອດັດແປງ ແລະ
ປັບປຸງໃຫ້ສອດຄ່ອງ. ພ້ອມກັນນັ້ນ, ກໍ່ຕ້ອງຄົ້ນຄ້ວາ ແລະ
ປະກາດໃຊ້ຂໍ້ກຳນົດກົດໝາຍທີ່ຈຳເປັນຈຳນວນໜື່ງ.
-
ເພີ່ມທະວີຄວາມສັກສິດຂອງວຽກງານກວດກາ,
ກວດການ ແລະ ຕ້ອງປັບປຸງອົງການປົກຄອງກົດໝາຍຢ່າງເຂັ້ມງວດ.
-
ປັບປຸງອົງການລັດ
ແລະ ຍົກສູງຄຸນນະພາບຂອງວຽກງານບຳລຸງສ້າງພະນັກງານ ເປັນຕົ້ນແມ່ນພະນັກງານຄຸ້ມຄອງເສດຖະກິດ.
-
ປັບປຸງກົງຈັກລັດແຕ່ລະຂັ້ນໃຫ້ກະທັດຮັດ,
ປອດໃສຂາວສະອາດ, ມີປະສິດທິພາບ; ກຳນົດແຈ້ງພາລະບົດບາດ ແລະ
ຄວາມຮັບຜິດຊອບຂອງຂະແໜງການຂັ້ນຕ່າງໆ ກຳນົດແຈ້ງ ແລະ ປະຕິບັດເຂັ້ມງວດຫຼັກການ,
ລະບຽບການ,ລະບອບດຳເນີນງານ,ວິທີ ແລະ ມາດຕະການສົມທົບລະຫວ່າງຂະແໜງການ,
ລະຫວ່າງສູນກາງແລະທ້ອງຖິ່ນສົມທົບກັບການຄຸ້ມຄອງຕາມສາຍຕັ້ງແລະສາຍຂວາງ. 4. ເພີ່ມທະວີການນໍາພາຂອງພັກໃນເງື່ອນໄຂເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ. 4.1. ພັກ ເປັນຜູ້ກຳນົດຈຸດໝາຍ ແລະ ໜ້າທີ່
ຂອງການພັດທະນາເສດຖະກິດ-ສັງຄົມ.
-
ພັກເຮົາ
ຮັບຮູ້ແຈ້ງໜ້າທີ່ ແລະ ກຽດສັກສີຂອງຕົນ ຕໍ່ປະເທດຊາດ; ພັກເຮົາ ມີໜ້າທີ່ກຳນົດທິດທາງ, ຈຸດໝາຍ
ແລະ ເສັ້ນທາງກ້າວຂື້ນຂອງປະເທດຊາດຢ່າງຖືກຕ້ອງ.
-
ພັກ
ເປັນນໍາພາທົ່ວລະບົບການເມືອງ ໃນການຈັດຕັ້ງປະຕິບັດທິດທາງ, ຈຸດໝາຍ ແລະ ໜ້າທີ່ ທີ່ໄດ້ກຳນົກອອກ.
-
ນໍາພາການຫັນເປັນກົດໝາຍ,
ຂໍ້ກຳນົດລະບຽບການຕ່າງໆທີ່ເໝາະສົມ, ຈັດວາງກົງຈັກການຈັດຕັ້ງ; ກໍ່ສ້າງ ແລະ
ບໍາລຸງສັບຊ້ອນ, ຄຸ້ມຄອງ ແລະ
ຈັດຕັ້ງພະນັກງານປະຕິບັດໜ້າທີ່ການເມືອງໃນແຕ່ລະໄລຍະ.
-
ກວດກາປະຕິບັດແນວທາງນະໂຍບາຍຂອງພັກ,
ສະຫຼຸບຕິລາຄາພຶດຕິກຳ ແລະ ເພີ່ມເຕີມການປັບປຸງນະໂຍບາຍຂອງພັກ.
ທັງໝົດທີ່ກ່າວມາຂ້າງເທິງນັ້ນ, ແນໃສ່ເພື່ອຮັບປະກັນລັກສະນະການເມືອງ ແລະ
ກຳນົດທິດທາງຢ່າງຖືກຕ້ອງ ບົນພື້ນຖານເສັ້ນທາງກ້າວຂື້ນຂອງປະເທດຊາດ.
-
ໃນຂົງເຂດເສດຖະກິດ
ພັກ ເປັນຜູ້ວາງແນວທາງຍຸດທະສາດເສດຖະກິດ-ສັງຄົມ ແລະ
ຮັບປະກັນລັກສະນະການເມືອງໃນການພັດທະນາເສດຖະກິດ.
-
ພັກຕ້ອງກໍານົດກວດກາແລະສູ້ຊົນປະຕິບັດແນວທາງ-ແຜນນະໂຍບາຍຂອງພັກໃຫ້ປະກົດຜົນເປັນຈິງ.
4.2.ປັບປຸງວິທີການນຳພາຂອງພັກໃນເງື່ອນໄຂເສດຖະກິດຕະຫຼາດ.
-
ພັກ
ກໍາແໜ້ນບົບບາດນໍາພາ ແລະ ເດັດຂາດຂອງພັກ
ພ້ອມທັງເສີມຂະຫຍາຍບົບບາດຂອງອົງການຈັດຕັ້ງເສດຖະກິດ ແລະ ອົງການຈັດຕັ້ງມະຫາຊົນ.
-
ພັກ ຕ້ອງຈໍາແນກ
ລະຫວ່າງ ພາລະບົດບາດນໍາພາຂອງພັກ ກັບພາລະບົບບາດຄຸ້ມຄອງຂອງລັດ ແລະ ລະຫວ່າງ ຄຸ້ມຄອງມະຫາພາກ
ກັບຄຸ້ມຄອງຈຸລະພາກ.
-
ພັກ
ນໍາພາໂດຍຜ່ານຄວາມເປັນແບບຢ່າງສະມາຊິກຂອງຕົນທີ່ນອນຢູ່ໃນຂະແໜງວຽກງານຕ່າງໆ.
-
ພັກ
ຕ້ອງປອດໃສຂາວສະອາດ ແລະ ໜັກແໜ້ນເຂັ້ມແຂງທາງດ້ານການເມືອງ-ແນວຄິດ ແລະ ການຈັດຕັ້ງ;
ຕິດແໜ້ນກັບມະຫາຊົນ.
-
ພັກ
ຕ້ອງສ້າງລັດຂອງຕົນໃຫ້ເຂັ້ມແຂງ, ມີຄວາມສາມາດພຽງພໍ ເພື່ອຄຸ້ມຄອງເສດຖະກິດຕະຫຼາດ
ດ້ວຍລະບົບກົດໝາຍ, ຂໍ້ກຳນົດອັນຄົບຊຸດ ແລະ ສົມບູນເທື່ອລະກ້າວ.
-
ເອົາໃຈໃສ່ ແລະ
ປັບປຸງອົງການເສນາທິການຊ່ວຍວຽກໃຫ້ຄະນະພັກຂັ້ນຕ່າງໆ.
-
ເອົາໃຈໃສ່ສ້າງພະນັກງານ
ແລະ ສະມາຊິກພັກ ໃຫ້ມີຄວາມຈົງຮັກພັກດີ, ມີນ້ຳໃຈມານະອົດທົນ, ດຸໝັ່ນຂະຫຍັນພຽນ,
ມີຄຸນທາດປະຕິວັດ, ມີຄວາມສາມາດນຳພາ-ຄຸ້ມຄອງ ແລະ ມີຄວາມຮູ້ດ້ານຕ່າງໆພຽບພ້ອມ.
ພານທີ III: ຜົນສຳເລັດເສດຖະກິດຕະຫຼາດຕາມທິດສັງຄົມນິຍົມຢູ່ປະເທດເຮົາ
1.
ຜົນສຳເລັດໂດຍລວມຂອງເສດຖະກິດປະເທດເຮົາ.
ເສດຖະກິດຂອງສປປ ລາວ
(GDP) ໃນສົກ
ປີ 2012-13 ຂະຫຍາຍຕົວໃນຈັງຫວະທີ່ຊ້າລົງເລັກ ນ້ອຍຈາກ 8,3% ໃນສົກປີຜ່ານມາເປັນ 8,0% ແລະ ຕ່ຳກວ່າແຜນການທີ່ວາງໄວ້ (8,3%). ເຖິງຢ່າງ ໃດກໍ່ຕາມ, ລະດັບການເຕີບໂຕຂອງເສດຖະກິດລາວຍັງຖືວ່າໄວທີ່ສຸດໃນພາກພື້ນ
ແລະ ໄວກວ່າອັດຕາ ຂະຫຍາຍຕົວສະເລ່ຍຂອງກຸ່ມປະເທດກຳລັງພັດທະນາໃນອາຊີ (6,5%). GDPໄດ້ເພີ່ມຂຶ້ນຈາກ 70.650 ຕື້ກີບ ມາເປັນ 80.199 ຕື້ກີບ7 (ປະມານ
10,19 ຕື້ໂດລາ)ແລະ GDP ຕໍ່ຫົວ ຄົນບັນລຸໄດ້ 12,07 ລ້ານກີບ(ປະມານ 1.534 ໂດ ລາສະຫະລັດ) ເຊິ່ງໄດ້ເພີ່ມຂຶ້ນ 13,18% ເມື່ອທຽບ ກັບສົກປີຜ່ານມາ. ໃນນັ້ນ, ຂະແໜງການທີ່ຂະຫຍາຍຕົວໄວກວ່າໝູ່ແມ່ນຂະແໜງບໍລິການ(ຂະຫຍາຍຕົວ 9,66% ເພີ່ມຂຶ້ນຈາກ 8,05% ໃນສົກປີຜ່ານມາ) ປະກອບສ່ວນ3,60%ຕໍ່ການເຕີບໂຕ ແລະ ກວມ 38,86% ຂອງ GDP; ຮອງລົງມາແມ່ນຂະແໜງອຸດສາຫະກໍາຂະຫຍາຍຕົວ7,42% (ຫຼຸດລົງຈາກ
14,45% ໃນສົກປີຜ່ານມາ) ປະກອບສ່ວນ
2,12% ຕໍ່ການເຕີບໂຕລວມ ແລະ
ກວມ 28,04% ຂອງ GDP; ສຳລັບຂະແໜງກະສິກໍາຂະຫຍາຍຕົວ 3,14% (ເພີ່ມຂຶ້ນຈາກ
2,79% ໃນສົກປີຜ່ານມາ)ປະກອບສ່ວນໃນການເຕີບ ໂຕລວມ
0,85% ແລະ ກວມ 25,2% ຂອງ
GDP.
ປັດໄຈກະຕຸ້ນເສດຖະກິດຂອງລາວເຮົາຍັງແມ່ນການລົງທຶນເປັນຕົ້ນຕໍເຫັນໄດ້ຈາກການລົງທຶນ ຂອງລັດ, ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ, ການຊ່ວຍ
ເຫຼືອ ທາງການເພື່ອການພັດ ທະນາລ້ວນແຕ່ຂະຫຍາຍຕົວດີ. ຂະແໜງພະລັງງານໄຟຟ້າ ແລະ ບໍ່ແຮ່ສືບຕໍ່ດຶງດູດການລົງທຶນຕ່າງປະ ເທດຢ່າງຕໍ່ເນື່ອງ. ການກໍ່ສ້າງຂອງຫຼາຍໂຄງການລົງທຶນຂະໜາດໃຫຍ່ໄດ້ດຳເນີນໄປຕາມແຜນ. ການຊົມ ໃຊ້ຍັງມີທ່າອ່ຽງເພີ່ມຂຶ້ນແຕ່ຄາດວ່າລະດັບການຂະຫຍາຍຕົວຈະຊ້າລົງກວ່າປີຜ່ານມາ ຕາມທ່າອ່ຽງລວມ ຂອງ
GDP. ທ່າອ່ຽງການຊົມໃຊ້ແລະການລົງທຶນທີ່ຂະຫຍາຍຕົວໄວດັ່ງກ່າວໄດ້ສົ່ງຜົນເຮັດໃຫ້ຂະແໜງຂາຍຍົກ-ຂາຍຍ່ອຍ ແລະ ສ້ອມແປງ, ແລະ
ຂະແໜງການກໍ່ສ້າງຂະຫຍາຍຕົວດີ.ການບໍລິການພາກລັດ ໄດ້ປະກອບສ່ວນເຖິງ 1,41%ໃນການຂະຫຍາຍຕົວຂອງGDP (ປີ 2011/12 ປະກອບສ່ວນພຽງ 0,62%), ເນື່ອງຈາກວ່າການເພີ່ມຂຶ້ນຂອງດັດຊະນີເງິນເດືອນ ແລະ ເງິນອຸດໜູນຄ່າຄອງຊີບຂອງພະນັກງານລັດ; ສ່ວນຂະແໜງປຸງແຕ່ງແມ່ນສືບຕໍ່ຂະຫຍາຍຕົວ
9,74% ແລະ ປະກອບສ່ວນໃນລະດັບ ປົກກະຕິ(0,97%)ຕາມທ່າອ່ຽງການຂະຫຍາຍຕົວຂອງຄວາມຕ້ອງການພາຍໃນ. ສຳລັບການປະກອບ ສ່ວນຂອງຂະແໜງປູກຝັງ-ລ້ຽງສັດແມ່ນຫຼຸດລົງເລັກນ້ອຍຈາກ
1,27% ເປັນ0,99% ເນື່ອງຈາກຜົນຜະ ລິດເຂົ້າກິນບໍ່ສາມາດບັນລຸໄດ້ຕາມແຜນການບວກກັບການຫຼຸດລົງຂອງການຜະລິດພືດບາງຊະນິດ.
ການປະກອບສ່ວນຂອງຂະແໜງອຸດສາຫະກຳໄຟຟ້າ ແລະ ນ້ຳປະປາ ຕໍ່ການເຕີບໂຕແມ່ນໜ້ອຍລົງຈາກ 1,35% ໃນປີຜ່ານມາເຫຼືອພຽງ 0,09% ໃນປີນີ້. ເນື່ອງຈາກວ່າມີພຽງເຂື່ອນຈຳນວນໜຶ່ງໄດ້ເລີ່ມມີຜົນຜະລິດໃນສົກ ປີນີ້, ສ່ວນເຂື່ອນອື່ນໆນັ້ນແມ່ນສືບຕໍ່ການຜະລິດຕາມປົກກະຕິ. ການປະກອບສ່ວນຂອງຂະແໜງບໍ່ແຮ່ ແລະ ການຂຸດຄົ້ນຕໍ່ການເຕີບ ໂຕແມ່ນເພີ່ມຂຶ້ນ (0,45% ເພີ່ມຂຶ້ນຈາກ 0,16% ໃນສົກ ປີຜ່ານມາ) ເຊິ່ງເຫັນໄດ້ຈາກ ຕົວເລກການຜະລິດ ແລະ ສົ່ງອອກຂອງແຮ່ທອງ, ຄຳ ແລະ ແຮ່ທາດອື່ນໆ ແມ່ນມີທ່າອ່ຽງເພີ່ມຂຶ້ນເຖິງວ່າລາຄາແຮ່ທາດໃນຕະຫຼາດໂລກໂດຍລວມຈະຫຼຸດລົງກໍຕາມ, ລາຍລະອຽດໃນແຕ່ລະດ້ານມີດັ່ງນີ້:
2. ຜົນສຳເລັດຂອງເສດຖະກິດຕາມຂະແໜງການ:
2.1ການຜະລິດກະສິກຳ.
ການຜະລິດເຂົ້າໃນສົກປີ 2012-13, ບັນລຸໄດ້ 3,4114 ລ້ານໂຕນກວມ 89,8% ຂອງແຜນການ(ແຜນການ 3,8 ລ້ານໂຕນ). ໃນນັ້ນ, ເຂົ້ານາປີ ເກັບກ່ຽວໄດ້ 2,76 ລ້ານໂຕນ ປະຕິບັດໄດ້ 94,9%ຂອງແຜນການ(ແຜນການ 2,91 ລ້ານໂຕນ) ເພີ່ມຂຶ້ນ 2,3% ທຽບໃສ່ສົກປີ 2011-2012; ເຂົ້ານາແຊງ ເກັບກ່ຽວໄດ້ 0,43 ລ້ານໂຕນປະຕິບັດໄດ້ 63,46% ຂອງແຜນການ (ແຜນການ 0,69 ລ້ານໂຕນ) ຫຼຸດລົງ
15,6% ທຽບໃສ່ສົກປີຜ່ານມາ;
ເຂົ້າໄຮ່ເກັບກ່ຽວໄດ້
0,22 ລ້ານ
ກວ່າໂຕນປະຕິບັດໄດ້ລື່ນແຜນການ
13,8% (ແຜນການ
0,19 ລ້ານໂຕນ)
ເພີ່ມຂຶ້ນ
12,31% ທຽບໃສ່ສົກປີຜ່ານມາ.
ປັດໄຈຕົ້ນຕໍທີ່ເຮັດໃຫ້ຜົນຜະລິດເຂົ້າບໍ່ໄດ້ຕາມແຜນທີ່ວາງໄວ້ແມ່ນຍ້ອນບັນຫານ້ຳຖ້ວມ, ດິນເຈື່ອນ ແລະ ສັດຕູພືດທໍາລາຍສ່ວນການປູກພືດລະດູຝົນ ບັນລຸໄດ້ປະມານ 590.100 ເຮັກຕາ, ຄາດຄະເນຜົນຜະລິດໄດ້ປະມານ 5.426.605 ໂຕນ ເຊິ່ງເພີ່ມຂຶ້ນຈາກສົກປີຜ່ານມາ 37%. ໃນນັ້ນ, ພືດທີ່ປູກຫຼາຍກວ່າໝູ່ແມ່ນສາລີແຂງ (182.000 ເຮັກຕາ), ສາລີຫວານ (19.500 ເຮັກຕາ), ກາເຟ (80.000 ເຮັກຕາ), ໝາກເດືອຍ (37.000 ເຮັກຕາ), ອ້ອຍ (34.000 ເຮັກຕາ) ແລະ ຜັກຕ່າງໆ (61.000 ເຮັກຕາ).
2.2. ການຜະລິດອຸດສາຫະກຳ
ໃນສົກປີ 2012-13, ການຜະລິດ ຂອງຂະແໜງອຸດສາຫະກໍາໂດຍລວມ ແມ່ນມີທ່າອ່ຽງຂະ ຫຍາຍຕົວໃນຈັງຫວະທີ່ຊ້າກວ່າສົກປີຜ່ານມາ. ໃນນັ້ນ, ຂະແໜງການຕົ້ນຕໍທີ່ຊຸກຍູ້ການຂະຫຍາຍຕົວຂອງການຜະລິດອຸດສາຫະກຳໃນປີນີ້ແມ່ນຂະແໜງບໍ່ແຮ່(ທອງແລະຄຳ), ໄຟຟ້າ ແລະ ປຸງແຕ່ງ. ໃນສົກປີນີ້ມີ ພຽງເຂື່ອນເທີນຫີນບູນ, ນ້ຳງື່ມ5 ແລະ ເຊຂະໝານ3ໄດ້ເລີ່ມມີຜົນຜະລິດ. ສ່ວນໂຄງການລົງທຶນຂະໜາດ ໃຫຍ່ໃນຂະແໜງອຸດສາຫະກຳແມ່ນມີການກໍ່ສ້າງຕາມແຜນການເຊັ່ນ: ໂຄງການຫົງສາລິກໄນ, ເຂື່ອນ
ໄຊຍະບູລີ, ເຂື່ອນນໍ້າອູ2, ເຂື່ອນນໍ້າອູ5, ເຂື່ອນນໍ້າອູ6, ເຂື່ອນເຊປຽນ-ເຊນ້ຳນ້ອຍ ແລະເຂື່ອນນ້ຳງຽບ1. ຜົນຜະລິດທອງປະຕິບັດໄດ້ 89,94 ພັນໂຕນ ເພີ່ມຂຶ້ນ28,4%; ຜະລິດແຮ່ຄຳໄດ້ 3,76 ໂຕນ ເພີ່ມຂຶ້ນ 0,57%; ໄຟຟ້າ ຜະລິດ ໄດ້ 10,57 ລ້ານເມກາວັດໂມງເພີ່ມຂຶ້ນ2,24%; ເບຍຜະລິດໄດ້3,89ລ້ານລິດ ເພີ່ມຂຶ້ນ13,4%; ນໍ້າຫວານ ແລະ ໂສດາ 2,19 ລ້ານລິດເພີ່ມຂຶ້ນ6,4%; ຜະລິດເຫຼັກເສັ້ນ ແລະ ເຫຼັກຮູບປະພັນໄດ້ 58,03 ພັນໂຕນເພີ່ມຂຶ້ນ 9,04% ແລະ ຜະລິດຊີມັງໄດ້ 2,27 ລ້ານໂຕນ ເພີ່ມຂຶ້ນ12,4%. ສຳລັບຜົນຜະລິດເຄື່ອງນຸ່ງຫົ່ມ ແລະ ສິ້ນແມ່ນບັນລຸໄດ້0,41ລ້ານຜືນເພີ່ມຂຶ້ນ2,88%ຈາກສົກປີຜ່ານມາ.
2.3. ການບໍລິການ
ຂະແໜງບໍລິການໄດ້ປະກອບສ່ວນສູງສຸດຕໍ່ການເຕີບໂຕລວມໃນສົກປີນີ້. ການຄ້າຂາຍຍົກ-ຂາຍ ຍ່ອຍ, ການບໍລິການພາກລັດ ແລະ ການຂົນສົ່ງມີການຂະຫຍາຍຕົວດີຂຶ້ນ. ຂະແໜງທ່ອງທ່ຽວສືບຕໍ່ປ ະ ກອບສ່ວນຫຼາຍຂຶ້ນໃນຂະແໜງເສດຖະກິດເຫັນໄດ້ຈາກຕົວເລກນັກທ່ອງທ່ຽວເຂົ້າມາທ່ຽວຢູ່ ສປປ ລາວ ຈຳນວນ 3,8 ລ້ານ ຄົນ16 (ຮູບສະແດງ 11) ເຊິ່ງສູງກວ່າແຜນການທີ່ຄາດໄວ້10,64% ເພີ່ມຂຶ້ນ 12,8% ເມື່ອທຽບໃສ່ປີຜ່ານມາ. ລາຍຮັບຈາກນັກທ່ອງທ່ຽວຄາດວ່າໄດ້ປະມານ642 ລ້ານໂດລາເພີ່ມຂຶ້ນ 19,6% ເທົ່າກັບ6% ຂອງ GDP(ລາຍຮັບໃນປີຜ່ານມາເທົ່າກັບ5,8% ຂອງ GDP). ນັກທ່ອງທ່ຽວທີ່ເຂົ້າມາຫຼາຍກວ່າໝູ່ແມ່ນມາຈາກພາກ ພື້ນອາຊີ-ປາຊີຟິກ ໂດຍສະເພາະແມ່ນໄທ,ສສ ຫວຽດນາມ, ສປ ຈີນ ແລະ ສ ເກົາຫຼີ; ຮອງລົງມາແມ່ນນັກທ່ອງທ່ຽວຈາກພາກພື້ນເອີຣົບເປັນຕົ້ນແມ່ນ
ຝຣັ່ງ,
ອັງກິດ,
ເຢຍລະມັນ
ແລະ
ສະວິດເຊີແລນ.
ສໍາລັບໄລຍະພັກເຊົາຂອງກຸ່ມນັກທ່ອງທ່ຽວສາກົນໂດຍສະເລ່ຍແມ່ນ8,4ມື້ຕໍ່ຄັ້ງ ເພີ່ມ16,66% ແລະ ຄ່າໃຊ້ຈ່າຍໂດຍສະເລ່ຍຕໍ່ຜູ້ໜຶ່ງແມ່ນ69,5ໂດລາສະຫະລັດຕໍ່ມື້(ທຽບກັບປີ2012ເຫັນວ່າເພີ່ມຂຶ້ນພຽງເລັກນ້ອຍ).
ເຖິງແມ່ນວ່າ,
ຈຳນວນນັກທ່ອງທ່ຽວ
ແລະ
ລາຍຮັບຈະສືບຕໍ່ເພີ່ມຂຶ້ນກໍ່ຕາມ
ແຕ່ໂຄງສ້າງ
ຂອງນັກທ່ອງທ່ຽວຍັງບໍ່ມີການປ່ຽນແປງຫຼາຍໂດຍສ່ວນໃຫຍ່ແມ່ນນັກທ່ອງທ່ຽວຈາກປະເທດ
ໃກ້ຄຽງເຊິ່ງມີການໃຊ້ຈ່າຍບໍ່ສູງ
ແລະ
ໄລຍະພັກເຊົາທີ່ສັ້ນ.
3. ທິດທາງໃນການພັດທະນາເສດຖະກິດຕະຫຼາດ
ຕາທິດສັງຄົມນິຍົມ ໃນເງື່ອນໄຂຂອງປະເທດເຮົາ.
ສະຫຼຸບ:
ເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ
ມັນສະແດງອອກຢູ່ບ່ອນວ່າ ພາຫະນະການຜະລິດອັນຕົ້ນຕໍເຊັ່ນ ທຶນ, ດິນ, ປາໄມ້,
ຊັບພະຍາກອນທຳມະຊາດ, ໂຮງຈັກໂຮງງານ, ເຄື່ອງມືແຮງງານ ແລະ ອື່ນໆ, ລວມທັງຜົນປະໂຫຍດຈາກການດຳເນີນທຸລະກິດ
ກຳມະສິດແມ່ນຂອງຊົນຊັ້ນກຳມະກອນ, ປັນຍາຊົນ, ຊາວກະສິກອນ, ປະຊາຊົນຜູ້ອອກແຮງງານ
ບົນພື້ນຖານສິດປະຊາທິປະໄຕ ແລະ ຄວາມສະ ເໝີພາບຕໍ່ໜ້າກົດໝາຍ.
ດ້ວຍຮູບແບບເສດຖະກິດຫຼາຍພາກສ່ວນ, ໃນນັ້ນເສດຖະກິດລັດ ແລະ
ລວມໝູ່ເປັນຜູ້ນຳໜ້າພາທາງຂັບເຂື່ອນລະບົບເສດຖະກິດຂອງປະເທດ,
ພ້ອມທັງເປັນເຈົ້າຂອງທຸລະກິດໃນຂົງເຂດເສດຖະກິດທີ່ມີຄວາມຫຼໍ່ແຫຼມຕໍ່ຄວາມໜັນຄົງ ແລະ
ຜົນປະໂຫຍດຂອງຊາດເຊັ່ນ ການຂຸດຄົ້ນ-ນຳໃຊ້ຊັບພະຍາກອນທຳມະຊາດເວົ້າລວມ, ເວົ້າສະເພາະ
ທີ່ດິນ, ໄຟຟ້າ, ນໍ້າປະປາ, ບໍ່ແຮ່, ໂທລະຄົມ, ຄົມມະນາຄົມ-ຂົນສົ່ງ, ຂໍ້ມູນ-ຂ່າວສານ,
ເຕັກໂນໂລຊີທາງການຖະຫານ ແລະ ອື່ນໆ. ປະກອບສ່ວນຫຼັກເຂົ້າໃນການສະສົມທຶນແຫ່ງຊາດ,
ເພື່ອຮັບປະກັນຄວາມເຂັ້ມແຂງ, ຄວາມໝັ້ນຄົງ, ຄວາມມີສະຖຽນລະພາບ ແລະ
ການຂະຫຍາຍຕົວຂອງເສດຖະກິດແຫ່ງຊາດ, ເຊິ່ງມີຫຼາຍຕົວວັດແທກ ແຕ່ຕົວວັດແທກທີ່ສຳຄັນແມ່ນ
ອຳນາດຊື້ຂອງຄົວເຮືອນ ຫຼື ຂອງປະຊາຊົນ.
ເປັນກົນໄກຕະຫຼາດທີ່ມີການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ.
ພັກເປັນຜູ້ກຳນົດແນວທາງ, ຈຸດໝາຍ ແລະ ເສັ້ນທາງກ້າວຂື້ນຂອງປະເທດຊາດຢ່າງຖືກຕ້ອງ;
ລັດມີໜ້າທີ່ຄຸມຄອງເສດຖະກິດ-ສັງຄົມ ດ້ວຍລັດຖະທຳມະນູນ ແລະ ກົດໝາຍ,
ເປັນຜູ້ຄວບຄຸມເບິ່ງແຍງຄຸນນະພາບກັບ ປະລິມານການຜະລິດ, ການນຳໃຊ້ຊັບພະຍາກອນ ແລະ
ຄວາມຕ້ອງການຂອງຕະຫຼາດ
ຮັບປະກັນຄວາມສອດຄ່ອງກັນລະຫວ່າງຄວາມຕ້ອງການກັບການສະໜອງໃນຕະຫຼາດ,
ພ້ອມນັ້ນຍັງຮັບປະກັນໃຫ້ແກ່ການຊົມໃຊ້ຊັບພະຍາກອນທີ່ມີຢ່າງຈຳກັດນັ້ນ
ໃຫ້ມີຄຸນປະໂຫຍດສູງສຸດ ແລະ ຍືນຍົງ.
ເອກະສານອ້າງອີງ
·
ປື້ມແບບຮຽນ ວິຊາເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ (ສຳລັບລະບົບຮຽນ 45ວັນ)
ພິມປີ2013; ຂອງສະຖາບັນການເມືອງການ ແລະ ການປົກຄອງແຫ່ງຊາດ.
·
ປື້ມແບບຮຽນ ວິຊາເສດຖະສາດການເມືອງ ມາກ-ເລນິນ (ສຳລັບຊັ້ນສູງລະບົບເລັ່ງລັດ)
ພິມປີ2013; ຂອງສະຖາບັນການເມືອງການ ແລະ ການປົກຄອງແຫ່ງຊາດ.
·
ເອກາສານ ບໍາລຸງຍົກລະດັບການເມືອງສຳລັບພະນັກວານຫຼັກແຫຼ່ງ (ຊຸດບຳລຸງໄລຍະສັ້ນ) ພິມປີ2013; ຂອງຕະນະໂຄສະນາອົບຮົມສູນກາງພັກ.
Anouvong Luangxay: ເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ >>>>> Download Now
ตอบลบ>>>>> Download Full
Anouvong Luangxay: ເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ >>>>> Download LINK
>>>>> Download Now
Anouvong Luangxay: ເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ >>>>> Download Full
>>>>> Download LINK