วันจันทร์ที่ 26 มีนาคม พ.ศ. 2561

ຊີວິດຂອງນັກເດີນທາງ ການເດີນທາງຂອງເຮົາ

#ການເດີນທາງ ຂອງຄົນເຮົາມີຈຸດເລີ່ມຕົ້ນ ບໍ່ຄືກັນ ຈຸດໝາຍປາຍທາງກໍ່ແຕກຕ່າງກັນ ບໍ່ມີໃຜທີ່ຈະເຫັນເສັນທາງ ທີ່ຈະເດີນທາງຊັດເຈນ ຕັ້ງແຕ່ຕົ້ນດອກ ເພາະເຮົາບໍ່ໄດ້ຍ່າງທາງຊື່ ແຕ່ເຮົາປີນຜາຊັນຕ່າງຫາກ ແລ້ວກວ່າທີ່ເຮົາຈະຮູ້ວ່າທາງດ້ານໝ້າມີຫຍັງແດ່ ເຮົາກໍ່ເດີນທາງ ມາໄດ້ກາຍເຄິ່ງທາງແລ້ວ ເຖິງປ້ານນັ້ນເຮົາກໍຍັງ ບໍ່ເຫັນຈຸດໝາຍ ທີ່ຊັດເຈນ ຈົນກວ່າເຮົາຈະໄປເຖິງຈຸດໝາຍນັ້ນ ແຕ່ເຖິງປານນັ້ນເຮົາກໍຍັງມີຄວາມຕ້ອງການ ທີ່ຈະຢາກເດີນທາງຕໍ່ ເພາະເຮົາມີຄວາມຕ້ອງການໃໝ່ ມີເປົ້າໝາຍໃໝ່ທີ່ສູງກວ່າ ບ່ອນທີ່ເຮົາຢືນຢູ່ສະເໝີ ມັນຈະເປັນເຊັ່ນນັ້ນໄປຕະຫຼອດ ຈົນກວ່າ ເຮົາຈະໝົດແຮງທີ່ຈະເດີນທາງຕໍ່ ແຕ່ເຖິງປານນັ້ນ ເຮົາກໍຍັງບໍ່ຍຸດຄວາມພະຍາຍາມ ຍຸດຄວາມຕ້ອງການ ທີ່ຈະຢາກເດີນທາງຕໍ່ ຍ້ອນເຮົາມີຄວາມຢ້ານ "ຄວາມສູງ" ເພາະເສັ້ນທາງທີ່ເດີນຜ່ານມາ ເຮົາໄດ້ຜ່ານຝ່າອຸປະສັກບໍ່ໜ້ອຍ ທັງມີການແກ່ງແຍ້ງແຂງຂັນ ການໃສ່ຮ້າຍປ້າຍສີ ການຢຽບຂ້າມຄົນອື່ນ ມີການດຶງ ຈ່ອງ ທັງໄດ້ໃຊ້ ແຮງງານ ແລະ ມັນສະໝອງ ເມື່ອໄປຢືນຢູ່ບ່ອນສູງ ຄົນເຮົາເກີດອາການຢ້ານຄວາມສູງ ບໍ່ແມ່ນຍ້ອນວ່າ ມັນສູງເລີຍເຮັດໃຫ້ເຮົາຢ້ານດອກ ແຕ່ເຮົາຢ້ານທີ່ຈະຕົກຈາກຄວາມສູງນັ້ນຕ່າງຫາກ ເພາະມັນເຮັດໃຫ້ເຮົາມີທັງຄວາມເຈັບ ທັງມີຄວາມອາຍ ທີ່ບໍ່ສາມາດຈິນຕະນາການ ອາການເຫຼົ່ານັ້ນໄດ້ ບາງຄົນຕົກແຮງ ຈົນເຮັດໃຫ້ເຖິງແກ່ຊີວິດ ! ຖ້າບໍ່ຢາກຕົກ ເຮົາມີທາງດຽວທີ່ຈະແນະນຳຄື: ຢ່າປີນຂື້ນໄປ ! ສິ່ງທີ່ສຳຄັນ ແມ່ນຕ້ອງຮຽນຮູ້ ແລະ ຄວບຄຸມຄວາມຕ້ອງການຂອງຕົນເອງໃຫ້ມີຂອບເຂດ ອີງໃສ່ຄວາມສາມາດ ກັບ ຄວາມພໍພຽງ ການປັບໂຕໃຫ້ເຂົ້າກັບລະບົບນິເວດຂອງມະນຸດ ເປັນທາງລອດຂອງເຮົາສະເໝີ ແລ້ວເຮົາຈະບໍ່ຢ້ານ "ຄວາມສູງ" ອີກຕໍ່ໄປ! ເຮົາປອດໄພຕະຫຼອດການເດີນທາງ @_@ .

------------------------------------
ຂຽນໂດຍ: ອານຸວົງ ຫຼວງໄຊ

วันพุธที่ 28 กุมภาพันธ์ พ.ศ. 2561

#ເອົາຊະນະໂຕເອງນັ້ນຍາກກວ່າປີນພູເຂົາເອເວີເລດ


#ເອົາຊະນະໂຕເອງນັ້ນຍາກກວ່າປີນພູເຂົາເອເວີເລດ
ການທີ່ເຮົາຕັ້ງເປົ້າໜາຍວ່າ ຈະເຮັດສິ່ງໃດສິ່ງໜຶ່ງນັ້ນມັນມັກຈະມີອຸປະສັກຕະຫຼອດ ສ່ວນຜູ້ທີ່ໂຊກດີ ກໍຈະເດີນທາງສະດວກ ສຳເລັດແບບງ່າຍໆ ແຕ່ສຳລັບຄົນທີ່ໂຊກບໍ່ດີ ມັກມີອຸປະສັກຕະຫຼອດ ມັນມັກເກີດແບບເຮົາບໍ່ໄດ້ຕັ້ງໂຕ ມັນເຮັດໃຫ້ເຮົາ ຮູ້ສຶກວ່າ ມັນແມ່ນມໍລະສຸມຫຍັງຂອງຊີວິດນໍຄື ມາເຮັດໃຫ້ເກີດແບບນີ້! ບາງຄົນກໍ່ຜ່ານມັນໄປໄດ້ ບາງຄົນກໍ່ຜ່ານໄປບໍ່ໄດ້! ສິ່ງທີ່ພາໃຫ້ເຮັດທຸກຢ່າງສຳເລັດ ນັ້ນຄື "ເຮົາໄດ້ເອົາຊະນະໂຕເອງໄດ້ແລ້ວ" ມັນຈະເຮັດໃຫ້ທຸກຢ່າງນັ້ນງາຍຂື້ນ ແລ້ວເປັນຫຍັງ? ຈິ່ງສາມາດເອົາຊະນະໂຕເອງໄດ້ ແລ້ວເຮົາສາມາດເຮັດໃຫ້ ມັນງາຍຂື້ນໄດ້ແນວໃດ? ຄົນເຮົາກ່ອນຈະເລີ່ມເຮັດຫຍັງ ຈະມີຄວາມຄິດດີໆສະເໝີແຕ່ ຄວາມຄິດນັ້ນຖືກຂ້າດ້ວຍ ຄໍາວ່າ "ຖ້າ" ຖ້າຂ້ອຍມີເງິນຂ້ອຍຈະເຮັດ..... , ຖ້າຂ້ອຍມີລົດຂ້ອຍຈະໄປ ......, ຖ້າຂ້ອຍມີເສັ້ນສາຍໃຫຍ່ໆ ຂ້ອຍຈະ ......., ເມື່ອຄວາມຝັນໄດ້ເລີ່ມຕົ້ນຂື້ນແລ້ວຈົບລົງທີ່ຄຳວ່າ " ຖ້າ " ສະແດງວ່າ ຝັນອັນສວຍງາມຂອງເຮົາ ໄດ້ຖືກ "ຖ້າ" ຂ້າຖິ້ມແລ້ວ ມັນ ລົ້ມໂຫຼວຕັ້ງແຕ່ຍັງບໍ່ທັນເລີ່ມ ດ້ວຍຊໍ້າ ສິ່ງທີ່ສຳຄັນແມ່ນ ການຫາຄວາມຮູ້ ການຊອກຫາຊອງທາງ ການສຶກສາໃນສິ່ງທີ່ເຮົາຢາກເຮັດ ວ່າມັນເລິ່ມໄດ້ງ່າຍທີ່ສຸດໃນແບບຂອງເຮົາໃດແນວໃດ ສິ່ງທີ່ເໝາະກັບເຮົາທີ່ສຸດ ມັນເປັນສິ່ງທີ່ປະເສີດ ສິ່ງທີ່ສຳຄັນທີ່ຢາກບອກຄື ເຮົາຕ້ອງຫາຈຸດເລີ່ມຕົ້ນມັນໃຫ້ໄດ້ ໃນແບບຂອງເຮົາ ໃຫ້ເໝາະກັບເຮົາທີ່ສຸດ ລະເຮົາຈະສາມາດ ເລີ່ມຕົ້ນຝັນໄດ້ ໂດຍປາສະຈາກ ຄຳວ່າ "ຖ້າ" ສະຫຼຸບຄື ຕ້ອງຂ້າ "ຖ້າ" ຖີ້ມກ່ອນທີ່ " ຖ້າ" ຈະຂ້າຄວາມຝັນຂອງເຮົາ !. ຍັງມີອີກບັນຫາໜຶ່ງທີ່ສໍາຄັນ ກໍຄື "ມັນຍາກນະ ເຮົາຄືສິເຮັດບໍ່ໄດ້ດອກ ເຮົາອາຍນະ ເຮົາບໍ່ກາດອກ" "ຄວາມຢ້ານ ກັບ ຄວາມອາຍມັນມາຄູ່ກັນ" ການໃຫ້ກຽດໂຕເອງເປັນສິ່ງທີ່ສຳຄັນ ເຮົາຕ້ອງປະເຊີນໜ້າ ເຮົາຕ້ອງຫັນໜ້າສູ້ມັນໃຫ້ໄດ້ ບໍ່ມີໃຜຈະເກັ່ງມາແຕ່ເກີດ ແລະ ບໍ່ມີຫຍັງທີ່ຄົນເຮົາຈະເຮັດບໍ່ໄດ້ "ຄວາມຢານກັບຄວາມອາຍ "ມັນຢູ່ຄູ່ທຸກຄົນ ມັນບໍ່ແມ່ນຄວາມຜິດຂອງເຮົາດອກທີ່ເຮົາຈະຢານໃນສິ່ງທີ່ແນມບໍ່ເຫັນ ແລະ ທີ່ຈະອາຍເວລາເຮົາເຮັດຕ່າງຄົນອື່ນ ເພາະມັນເປັນສິ່ງທີ່ຖ່າຍທອດມາຈາກພັນທຸກຳ ມາຈາກການບົ່ມສອນຂອງຜູ້ປົກຄອງ ຄື "ຢ້ານເດີ້ບໍ່ເຮັດເດີ້ ໂຕໆຫັນຢ້ານລູກຢ້ານ ເຫັນບໍ່ໃຜບໍ່ຟັງຄວາມຜີສິ ມາເອົາເດີ.... ເຮັດຫຍັງຕ່າງໝູ່ແທ່ລູກ ອ້າຍເພີ່ນນະ ເບິ່ງແມະເຮັດຈັ່ງຊີ້ບໍ່ອາຍຫວາ ......" ສິ່ງເຫຼົ່ານັ້ນມັນໄດ້ຝັງຄວາມຢານ ແລະ ຄວາມອາຍ ມາແຕ່ເກີດ ທາງອອກຂອງມັນແມ່ນ ເຮົາຕ້ອງມີກຳລັງໃຈທີ່ເຂັ້ມແຂງ ບອກໂຕເອງວ່າ ສິ່ງນີ້ແຫຼະເປັນສິ່ງທີ່ເຮົາຕ້ອງການ ເຮົາຊອກຫາມາທັງຊີວິດ ເຮົາຈະເຮັດ ເຮົາຕ້ອງເຮັດໄດ້ ເຮົາບໍ່ອາຍດອກ ມັນໜ້າອ້າຍຫຼາຍກວ່າຖ້າເຮົາບໍ່ໄດ້ລົງມືເຮັດ ເຮົາຕ້ອງກ້າສູ້ກ້າເຮັດ ຫຼື ອີກແງ່ໜຶ່ງແມ່ນ ທ້າພິສູດມັນ ໃຊ້ວີທະຍາສາດເປັນຕົວຊ່ວຍຝັກດັນ ຫາຄວາມຮູ້ ຫາຂໍ້ມູນ ຫາຊ່ອງທາງ ແລ້ວ ລົງມືເລີ່ມຕົ້ນເຮັດ ຄ່ອຍໆ ເຮັດ ທຳຄວາມເຂົ້າໃຈ ໃນທັດສະນະ ແລະ ພຶດຕິກຳ ຂອງມັນ ຮຽນຮູ້ມັນ ຄືກັບມັນເປັນສ່ວນໜຶ່ງຂອງຮ່າງກາຍເຮົາ ເຮັດຊໍ້າໄປຊໍ້າມາ ຈົນເກີດຄວາມຊໍານານ ແລ້ວ ຄວາມສຳເລັດ ມັນຈະເປັນຂອງເຮົາ ! ຄວາມຝັນອັນຍິ່ງໃຫຍ່ ມັກຈະສຳເລັດຈາກກ້າວທຳອິດທີ່ໜັກແໜນສະເໜີ ຈົງເລີ່ມມັນແຕ່ ວິນາທີນີ້ ກ່ອນທີ່ຈະບໍ່ມີໂອກາດ ຄົນເຮົາຮູ້ມື້ເກີດ ແຕ່ບໍ່ຮູ້ມື້ຕາຍ ເຮັດສະກ່ອນທີ່ເຮົາຈະຕາຍ ໂດຍທີ່ບໍ່ໄດ້ເຮັດຕາມຝັນ!
--------------------------------
ຂຽນໂດຍ ອານຸວົງ ຫຼວງໄຊ

#ເຮົາເລີ່ມຕົ້ນເຮັດເພື່ອຄົນອື່ນແຕ່ຕອນໃດ?


#ເຮົາເລີ່ມຕົ້ນເຮັດເພື່ອຄົນອື່ນແຕ່ຕອນໃດ?
#ຈາກຈູດເລີ່ມຕົ້ນຂອງການເດີນທາງ
ການທີ່ຈະກ້າວໄປທາງຫນ້າດ້ວຍບາດກ້າວທີ່ໝັ້ນຄົງໄດ້ມັນ
ຕ້ອງເລີ້ມຈາກການທີ່ມີພື້ນຖານທີ່ໜັກແໜນ "ພື້ນຖານແມ່ນ ຄວາມຮູ້ ບວກກັບໄຫວພິບ ແລະ ຈິນຕະນາການ"
ການສະສົມປະສົບການໂດຍທີ່ຝ່ານການປະຕິບັດຊໍາໄປຊໍ້າມາ 
ຈົນເກີດຄວາມຊໍານານ ກ້າວໄປສູ່ການສ້າງເປັນຜູ້ຊ່ຽວຊານ
ຕັ້ງແຕ່ເລີ່ມຕົ້ນ ບໍ່ມີໃຜທີ່ຈະສາມາດກຳນົດທິດໄດ້ຊັດເຈນ ແຕ່ຫົວທີ່ດອກມັນໄດ້ຝ່ານຂະບວນການລອງຜິດລອງຖືກ ຫຼາຍຄັ້ງຫຼາຍຫົນ
ບາງຄົນກໍ່ຝ່ານຜາອຸປະສັກຈົນສຳເລັດ ບາງຄົນກໍລົ້ມໂຫຼວຕັ້ງແຕ່ຍັງບໍ່ໄດ້ສົງມືເຮັດ ນັ້ນມັນບໍ່ສຳຄັນດອກ ວ່າຈະສຳເລັດ ຫຼື ລົມໂຫຼວ ແຕ່ສິ່ງທີ່ສຳຄັນແມ່ນ ເຮົາໄດ້ລົງມືເຮັດ ເຮັດຕາມຝັນຂອງຕົນເອງ ເຮັດໃນສິ່ງທີ່ໂຕເອງປາດຖະຫນາທີ່ຈະເຮັດ ນັ້ນມັນສຳຄັນກວ່າ ເພາະ ບາງຄົນ ໃຊ້ຊີວິດທັງຊີວິດ ແລ່ນກັບເງິນ ແລ່ນກັບຄວາມສຳເລັດ ເມື່ອມີເງີນ ແລະ ປະສົບຜົນສຳແລ້ວ ຊໍາຜັດບໍ່ມີຄວາມສຸກ ເພາະເຂົາເລີ້ມເຂົ້າໃຈແລ້ວວ່າ ສິ່ງທີ່ເຂົາເຮັດມາຕະຫຼອດຊີວິດ ບໍ່ແມ່ນ ສິ່ງທີ່ເຂົາຕ້ອງການ ແລ້ວເຂົາຈະກັບມາບອກຄົນລຸ້ນຫຼັງວ່າ ຈົ່ງເລີ້ມຕົ້ນຊີວິດຈາກຄວາມຜັນ ແລ້ວເຮົາຈະພົບຄວາມສຸກທີ່ແທ້ຈິງ ບາງທີເງິນ ກະບໍ່ແມ່ນຄຳຕອນ ຂອງຄວາມສຸກສະເຫມີໄປ ຄົນສ່ວນໃຫຍ່ມັກຈະຖືກປູກຝັງມາແຕ່ຍັງນ້ອຍ ຈາກຜູ້ປົກຄອງວ່າ "ລູກຕ້ອງຮຽນເກັ່ງໆ ຮຽນສູງໆ ເຮັດວຽກບ່ອນດີໆ ເປັນເຈົ້າຄົນນາຍຄົນ" ເພາະສະນັ້ນ ຈະຕ້ອງເລື້ອກເດີນຕາມເສັ້ນທາງທີ່ຜູ້ປົກຄອງຂີດໄວ້ໃຫ້ ບາງຄົນກໍມັກໃນສິ່ງທີ່ຜູ້ປົກຄອງຈັດຫາໃຫ້ ແຕ່ສ່ວນໃຫຍ່ ມັກຈະຂັດກັບຄວາມຕ້ອງການຂອງຕົນເອງ ອຸປະສັກອັນໃຫຍ່ຫຼວງແມ່ນເອົາຊະນະຜູ້ປົກຄອງ ເພື່ອຈະຂ້າມເຂດໄປຫາສິ່ງທີ່ໃຈຕົນເອງປາດຖະໜາ ນີ້ແມ່ນ ໜຶ່ງໃນທີ່ມາຂອງຄຳເວົ້າທີ່ວ່າ "ບາງຄົນລົ້ມໂຫຼວ ຕັ່ງແຕ່ຍັງບໍ່ໄດ້ລົງມືເຮັດ" ຄົນເຮົາກໍຈະເລີ່ມເລີກລົ້ມຄວາມຕັ້ງໃຈ ແລະ ເລີ່ມຕົ້ນຊີວິດ ຕາມເສັ້ນທາງທີ່ຄົນອື່ນຂີດໄວ້ໃຫ້ ການຈະຝ່ານຝ່າອຸປະສັກເຫຼົ່ານັ້ນໄປໄດ້ມັນໄດ້ໃຊ້ຄວາມພະຍາຍາມ ລະຄວາມອົດທົນ ຫຼາຍກວ່າ ແຕ່ຈົ່ງຄຳນຶ່ງໄວສະເໝີວ່າ ບໍ່ມີສິ່ງໃດ ທີ່ຈະເປັນອຸປະສັກໃນຊີວິດ ຫຼາຍກວ່າ ຄວາມຢ້ານໃນຕົວຂອງເຮົາເອງ
ຈົ່ງເອົາຊະນະ ຕົນເອງໃຫ້ໄດ້ ແລ້ວເຮົາຈະຊະນະທຸກສິ່ງ
ຄວາມຝັນອັນສົດໃສຢູ່ທາງໜ້າເປັນຂອງເຮົາ ຄົ້ວມັນໃຫ້ໄດ້ ແລ້ວໄປໃຫ້ໄກສຸດໃຈຝັນ!
----------------------------------
ຂຽນໂດຍ: ອານຸວົງ ຫຼວງໄຊ

#ຊີວິດຂອງນັກເດີນທາງ


#ຊີວິດຂອງນັກເດີນທາງ 
ການເດີນທາງເລີ່ມຈາກກ້າວທຳອິດ
ມີຫລາຍຄົນໃຊ້ຊີວິດໂດຍບໍ່ຮູ້ ອະນາຄົດ
ວ່າຈະສຳເລັດຫຼືລົ່ມໂຫຼວ ແຕ່ສິ່ງທີ່ສຳຄັນຄື 
ການທີ່ໄດ້ລົງມືເຮັດ ເຮັດຕາມໃຈຝັນ 
ຝັນທີ່ບໍ່ຢາກຕືນຂື້ນມາ ສູ້ຄວາມຈິງ
ກວ່າຈະຮູ້ວ່າ ສິ່ງທີ່ສຳຄັນ ຄືການຕັ້ງເປົ້າຫມາຍນັ້ນ
ມັນອາດໃຊ້ເວລາທັງຊີວິດ ຄົນເຮົາເກີດມາ
ພ້ອມກັບສັນຊາດຕະຍານແຫ່ງການຕໍ່ສູ້
ເພາະສະນັ້ນທຸກຄົນຈະຕ້ອງໄດ້ສູ້ ຈົນກວ່າຈະສຳເລັດ
ໂອກາດ ບໍ່ແມ່ນອາກາດ ມັນບໍ່ໄດ້ຢູ່ກັບເຮົາຕະຫລອດ
ຊີວິດ ມິດຕະພາບ ຄວາມຮັກ ຍົດຖາບັນດາສັກ ເງິນ
ມັນຢູ່ນຳເຮົາ ແຕ່ບໍ່ແມ່ນຂອງເຮົາ ມັນບໍ່ຍືນຍົງ
ຈົງໃຊ້ຢ່າງປະຍັດ ແລະ ຄຸ້ມຄ່າທີ່ສຸດ
ເປົ້າຫມາຍຂອງຫຼາຍຄົນ ຄື ຄວາມມັ່ງຄັ່ງຮັ່ງມີ ໄດ້ຮັບຄວາມນັບຖື
ຫຼາຍຄົນມັກຈະຄິດວ່າ ເງິນຊື້ໄດ້ທຸກຢ່າງ ( ນັ້ນເປັນຄວາມຈິງ)
ເພາະສະນັ້ນທຸກຄົນຈິ່ງ ພະຍາຍາມເຮັດທຸກຢ່າງເພື່ອໃຫ້ໄດ້"ເງິນ"
ແຕ່ໃນຄວາມເປັນຈິງແລ້ວ ມີຢູ່ຢ່າງໜຶ່ງທີ່"ເງິນ"ຊື້ບໍ່ໄດ້ ນັ້ນຄື "ເວລາ"
ກຸ່ມຄົນທີ່ມີຖານະດີ ມັກຄິດວ່າ ໂຕເອງຢູ່ເໜືອຄົນອື່ນ
ສ່ວນກຸ່ມຄົນທີ່ບໍ່ມີຖານະ ມັກຄິດວ່າ ໂຕເອງຕ້ອຍຕໍ່າກວ່າ
ຄວາມຈິ່ງແລ້ວ ຄົນສອງກຸ່ມນີ້ຄິດຜິດ
ເພາະເຖິງຢ່າງໄດ້ກໍ່ຕາມ ທຳມະຊາດ ສ້າງໃຫ້ທຸກຄົນເທົ່າທຽມກັນສະເໝີ ໂດຍມີສິ່ງທີ່ເປັນຕົວວັດແທກຄວາມເທົ່າທຽມ
ນັ້ນກໍ່ຄື "ເວລາ"
ມັນເຖິງເວລາແລ້ວບໍ່ ? ທີ່ຈະປ່ຽນຄວາມຄິດ
ມັນເຖິງເວລາແລ້ວບໍ່? ທີ່ຈະຍຸດເປັນນັກຕໍ່ສູ້
ນີ້ອາດແມ່ນເວລາ ແຫ່ງການແບ່ງປັນ ການຮ່ວມມື
ການສ້າງຄວາມສາມັກຄີ ການໃຫ້ກຽດເຊິ່ງກັນແລະກັນ
ການສ້າງໂລກໃຫມ່ທີ່ມີຄວາມຍຸຕິທຳ ມີເສລີພາບ
ມີຄວາມເທົ່າທຽມກັນ ເພາະ ໃນທີ່ສຸດແລ້ວ
ເຮົາກໍ່ຈະກັບຄືນສູ່ທຸລີດິນ ເຮົາເກີດມາໂຕເປົ່າ ຍ່ອມກັບເມືອໂຕເປົ່າ
ເມື່ອຄົນທຸກຄົນມີຄວາມເທົ່າທຽມກັນ
ກໍມີໂອກາດທີ່ຈະເຮັດໄດ້ຄືກັບຄົນອື່ນ ບໍ່ມີຂໍ້ແຕກຕ່າງ
ສະນັ້ນ ຈົ່ງໃຊ້ຊີວິດ ສ່ວນທີ່ເຫຼືອ ທີ່ມີອັນນ້ອຍນິດ ໃຫ້ມັນຄຸ້ມຄ່າ
ເຮັດທຸກຢ່າງຕາມໃຈປາດຖະຫນາ ໃຫ້ມີຄວາມສຸກທີ່ສຸດ
ແຕ່ຢ່າເຮັດໃຫ້ຄົນອື່ນເດືອດຮ້ອນເພາະເຮົາເປັນຕົ້ນເຫດ
ຮັກໂຕເອງໃຫ້ຫຼາຍຂື້ນ ຮັກຄົນອື່ນໃຫ້ໜ້ອຍລົງ
ຊ່ວຍຕົນເອງໃຫ້ຫຼາຍຂື້ນ ເພີ່ງຄົນອື່ນໃຫ້ໜ້ອຍລົງ
ເພາະເຮົາບໍ່ຊ່ວຍຕົນເອງ ກໍບໍ່ມີໃຜໃຫ້ເຮົາເພີ່ງໄດ້ຕະຫຼອດ
ຊີວິດເຮົາ ເປັນຂອງເຮົາ ຈົ່ງໃຊ້ມັນໃຫ້ມັນຄຸ້ມຄ່າ
ເມື່ອເວລາເຮົາເຖົ້າແກ່ໄປ ຈະບໍ່ຕ້ອງມານັ່ງເສຍໃຈ
ກັບເວລາທີ່ຜ່ານໄປຢ່າງໄຮ້ຄ່າ ໂດຍທີ່ເຮົາບໍ່ໄດ້ລົງມືເຮັດ
ຈົ່ງເດີນທາງໄປຂ້າໜ້າດ້ວຍບາດກ້າວທີ່ໜັກແໜ່ນ ແລະ ມີໄຊ!
---------------------
ຂຽນໂດຍ: ອານຸວົງ ຫຼວງໄຊ

วันจันทร์ที่ 15 มกราคม พ.ศ. 2561

ຊີວິດບໍ່ມີຂອບເຂດ

ຊີວິດບໍ່ມີຂອບເຂດ ບໍ່ມີໃຜຖືກ ແລະ ຜິດ, ມີແຕ່ຄວາມຕ້ອງການ; ທຸກຄົນເກີດມາເພື່ອເຮັດທຸກຢ່າງທີ່ຈະຕ້ອງສະໜອງຄວາມຕ້ອງການທີ່ບໍ່ມີຂີດຈໍາກັດຂອງຕົນ. ກົດໝາຍແມ່ນຂອດຈຳກັດຂອງການສະຫນອງຄວາມຕ້ອງການຂອງຕົນ ເພື່ອບໍ່ໃຫ້ໄປຂັດກັບຄວາມຕ້ອງການຂອງຄົນອື່ນ. ປະຊາທິປະໄຕແມ່ນບໍ່ມີຫຍັງແນ່ນອນ, ແທດເໝາະ, ສົມເຫດສົມຜົນ ແລະ ເປັນຈິງ ມີແຕ່" ເວລາ" ເທົ່ານັ້ນທີ່ ເປັນຕົວຊີວັດທີ່ເປັນຈິງ ເປັນຈຳນວນຈິງ ທີ່ແນ່ນອນ !
ຂຽນໂດຍ: ອານຸວົງ ຫຼວງໄຊ

วิธีทำ BBQ บาบีคีว ບາບີຄີວ ສູດຮ້ານ ອາຫານ ນຸນ້າ


วิธีทำ BBQ บาบีคีว ບາບີຄີວ ສູດຮ້ານ ອາຫານ ນຸນ້າ


ສົນໃຈສອບຖາມ 020 55778588