วันจันทร์ที่ 26 มีนาคม พ.ศ. 2561

ຊີວິດຂອງນັກເດີນທາງ ການເດີນທາງຂອງເຮົາ

#ການເດີນທາງ ຂອງຄົນເຮົາມີຈຸດເລີ່ມຕົ້ນ ບໍ່ຄືກັນ ຈຸດໝາຍປາຍທາງກໍ່ແຕກຕ່າງກັນ ບໍ່ມີໃຜທີ່ຈະເຫັນເສັນທາງ ທີ່ຈະເດີນທາງຊັດເຈນ ຕັ້ງແຕ່ຕົ້ນດອກ ເພາະເຮົາບໍ່ໄດ້ຍ່າງທາງຊື່ ແຕ່ເຮົາປີນຜາຊັນຕ່າງຫາກ ແລ້ວກວ່າທີ່ເຮົາຈະຮູ້ວ່າທາງດ້ານໝ້າມີຫຍັງແດ່ ເຮົາກໍ່ເດີນທາງ ມາໄດ້ກາຍເຄິ່ງທາງແລ້ວ ເຖິງປ້ານນັ້ນເຮົາກໍຍັງ ບໍ່ເຫັນຈຸດໝາຍ ທີ່ຊັດເຈນ ຈົນກວ່າເຮົາຈະໄປເຖິງຈຸດໝາຍນັ້ນ ແຕ່ເຖິງປານນັ້ນເຮົາກໍຍັງມີຄວາມຕ້ອງການ ທີ່ຈະຢາກເດີນທາງຕໍ່ ເພາະເຮົາມີຄວາມຕ້ອງການໃໝ່ ມີເປົ້າໝາຍໃໝ່ທີ່ສູງກວ່າ ບ່ອນທີ່ເຮົາຢືນຢູ່ສະເໝີ ມັນຈະເປັນເຊັ່ນນັ້ນໄປຕະຫຼອດ ຈົນກວ່າ ເຮົາຈະໝົດແຮງທີ່ຈະເດີນທາງຕໍ່ ແຕ່ເຖິງປານນັ້ນ ເຮົາກໍຍັງບໍ່ຍຸດຄວາມພະຍາຍາມ ຍຸດຄວາມຕ້ອງການ ທີ່ຈະຢາກເດີນທາງຕໍ່ ຍ້ອນເຮົາມີຄວາມຢ້ານ "ຄວາມສູງ" ເພາະເສັ້ນທາງທີ່ເດີນຜ່ານມາ ເຮົາໄດ້ຜ່ານຝ່າອຸປະສັກບໍ່ໜ້ອຍ ທັງມີການແກ່ງແຍ້ງແຂງຂັນ ການໃສ່ຮ້າຍປ້າຍສີ ການຢຽບຂ້າມຄົນອື່ນ ມີການດຶງ ຈ່ອງ ທັງໄດ້ໃຊ້ ແຮງງານ ແລະ ມັນສະໝອງ ເມື່ອໄປຢືນຢູ່ບ່ອນສູງ ຄົນເຮົາເກີດອາການຢ້ານຄວາມສູງ ບໍ່ແມ່ນຍ້ອນວ່າ ມັນສູງເລີຍເຮັດໃຫ້ເຮົາຢ້ານດອກ ແຕ່ເຮົາຢ້ານທີ່ຈະຕົກຈາກຄວາມສູງນັ້ນຕ່າງຫາກ ເພາະມັນເຮັດໃຫ້ເຮົາມີທັງຄວາມເຈັບ ທັງມີຄວາມອາຍ ທີ່ບໍ່ສາມາດຈິນຕະນາການ ອາການເຫຼົ່ານັ້ນໄດ້ ບາງຄົນຕົກແຮງ ຈົນເຮັດໃຫ້ເຖິງແກ່ຊີວິດ ! ຖ້າບໍ່ຢາກຕົກ ເຮົາມີທາງດຽວທີ່ຈະແນະນຳຄື: ຢ່າປີນຂື້ນໄປ ! ສິ່ງທີ່ສຳຄັນ ແມ່ນຕ້ອງຮຽນຮູ້ ແລະ ຄວບຄຸມຄວາມຕ້ອງການຂອງຕົນເອງໃຫ້ມີຂອບເຂດ ອີງໃສ່ຄວາມສາມາດ ກັບ ຄວາມພໍພຽງ ການປັບໂຕໃຫ້ເຂົ້າກັບລະບົບນິເວດຂອງມະນຸດ ເປັນທາງລອດຂອງເຮົາສະເໝີ ແລ້ວເຮົາຈະບໍ່ຢ້ານ "ຄວາມສູງ" ອີກຕໍ່ໄປ! ເຮົາປອດໄພຕະຫຼອດການເດີນທາງ @_@ .

------------------------------------
ຂຽນໂດຍ: ອານຸວົງ ຫຼວງໄຊ